spot_img
Homeຂ່າວພາຍ​ໃນປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມໂຕະມົນ ໃນເວທີປຶກສາຫາລືຂັ້ນສູງ ທີ່ປະເທດຈີນ

ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມໂຕະມົນ ໃນເວທີປຶກສາຫາລືຂັ້ນສູງ ທີ່ປະເທດຈີນ

Published on

ໃນ​ວັນ​ທີ 15 ພຶດສະພາ 2017, ທ່ານ ບຸນຍັງ ວໍລະ​ຈິດ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ພ້ອມ​ດ້ວຍ ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ລາວ ​ໄດ້​ສືບຕໍ່ເຂົ້າ​ຮ່ວມ ກອງປະຊຸມໂຕະມົນ ບັນດາຜູ້ນຳ ຂອງກອງປະຊຸມ ເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ ໜຶ່ງແລວທາງໜຶ່ງເສັ້ນທາງ ເປັນມື້ທີ 2, ເຊິ່ງໄດ້ມີການຮັບຮອງເອົາ ຖະແຫລງການຮ່ວມ ຂອງບັນດາຜູ້ນຳ ກອງປະຊຸມ ໂຕະມົນ ເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” (Joint Communique of the Leaders Roundtable of the Belt and Road Forum for International Cooperation).

ໃນການເຂົ້າຮ່ວມ ກອງປະຊຸມຄັ້ງນີ້, ທ່ານປະທານປະເທດ ບຸນຍັງ ວໍລະຈິດ ໄດ້ປະກອບຄຳເຫັນວ່າ: ຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ທີ່ປະກາດໂດຍ ທ່ານປະທານ ສີ ຈິນຜິງ ໃນປີ 2013 ແມ່ນຖືກຕ້ອງ ກັບກາລະເວລາ ແລະ ກາລະໂອກາດ ແຫ່ງການສົ່ງເສີມ ການຮ່ວມມືຜ່ານການ ເຊື່ອມຈອດດ້ານພື້ນຖານໂຄງລ່າງ, ດ້ານເສດຖະ ກິດ, ການຄ້າ, ການລົງທຶນ ແລະ ການເຊື່ອມຈອດ ລະຫວ່າງປະຊາຊົນກັບປະຊາຊົນ ແລະ ໄດ້ຕີລາຄາສູງ ຕໍ່ຜົນສຳ ເລັດເບື້ອງຕົ້ນ ຂອງຂໍ້ລິເລີ່ມດັ່ງກ່າວ, ຊຶ່ງສະແດງອອກໃຫ້ເຫັນແຈ້ງວ່າ ມາເຖິງປັດຈຸບັນ ມີຫລາຍກວ່າ 60ປະເທດ ຈາກທະວີບອາຊີ ແລະ ເອີຣົບ ເຂົ້າຮ່ວມສະໜັບສະໜູນ ຂໍ້ລິເລີ່ມດັ່ງກ່າວ. ພ້ອມນັ້ນ, ກໍໄດ້ຢືນຢັນເຖິງ ເຈດຕະນາ ລົມຂອງ ສປປ ລາວ ໃນການສະໜັບສະໜູນ ການເຂົ້າຮ່ວມຍຸດທະສາດ ໜຶ່ງແລວທາງໜຶ່ງເສັ້ນທາງ, ພ້ອມທັງການເຂົ້າຮ່ວມ ໃນຂໍ້ລິເລີ່ມ ແລະ ໂຄງການຕ່າງໆ ທີ່ເຫັນວ່າ ສາມາດນຳຜົນປະໂຫຍດມາສູ່ ສປປ ລາວ ແລະ ພາກພື້ນຢ່າງແທ້ຈິງ, ໂດຍແນໃສ່ເພື່ອສືບຕໍ່ ຜັນຂະຫຍາຍນະໂຍບາຍການສ້າງ ສປປ ລາວ ໃຫ້ສາມາດເຊື່ອມໂຍງກັບພາກພື້ນ, ອານຸພາກພື້ນ ແລະ ສາກົນ ບົນພື້ນຖານການນຳໃຊ້ທ່າແຮງ ຈາກຂໍ້ລິເລີ່ມ ໜຶ່ງແລວທາງໜຶ່ງເສັ້ນທາງດັ່ງກ່າວ, ຊຶ່ງເຫັນໄດ້ຈາກ ຜົນສຳເລັດເບື້ອງຕົ້ນ ຂອງການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງເສັ້ນທາງລົດໄຟ ຄວາມໄວສູງ ລາວ-ຈີນ ແຕ່ນະຄອນຫລວງວຽງຈັນ ຫາ ຄຸນມິງ ທີ່ຈະປະກອບສ່ວນ ຢ່າງແຂງແຮງເຮັດໃຫ້ ສປປ ລາວ ສາມາດເຊື່ອມຈອດ ພື້ນຖານໂຄງລ່າງ, ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ແລະ ເຊື່ອມຈອດລະຫວ່າງ ປະຊາຊົນກັບປະຊາຊົນ ກັບປະເທດໃກ້ຄຽງ ແລະ ພາກພື້ນໂດຍສອດຄ່ອງກັບ ຍຸດທະສາດ ການຫັນປະເທດ ທີ່ບໍ່ມີທາງອອກສູ່ທະເລ  ເປັນປະເທດເຊື່ອມຈອດຂອງ ສປປ ລາວ.

ໃນວັນດຽວກັນ, ທ່ານປະທານປະເທດ ບຸນຍັງ ວໍລະຈິດ ຍັງໄດ້ໄປຢ້ຽມຢາມ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສປ ຈີນ ແລະ ໄດ້ໃຫ້ກຽດພົບປະໂອ້ລົມ ກັບພະນັກງານ ສະຖານທູດລາວ ແລະ ຕົວແທນນັກສຶກສາລາວ ທີ່ກຳລັງສຶກສາຕໍ່ຢູ່ ສປ ຈີນ, ໂດຍໄດ້ເນັ້ນໃຫ້ ສືບຕໍ່ສົ່ງເສີມສາຍພົວພັນ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ-ຈີນ ໃຫ້ຈະເລີນງອກງາມ ຂຶ້ນໄປເລື້ອຍໆ.

ໃນໄລຍະເຄື່ອນໄຫວຢ້ຽມຢາມ ສປ ຈີນ, ທ່ານ ນາງ ຄຳເມິງ ວໍລະຈິດ ພັນລະຍາ ຂອງທ່ານປະ ທານປະເທດ ໄດ້ຕິດຕາມເຄື່ອນໄຫວ ນຳລາຍການທີ່ສຳຄັນຂອງທ່ານ ປະທານປະເທດ ແລະ ໄດ້ໄປຢ້ຽມຊົມ ພະລາດຊະວັງຕ້ອງຫ້າມ, ພ້ອມທັງຢ້ຽມຢາມ ສະຖານທີ່ທຸລະກິດຂອງ ຈີນຈຳນວນໜຶ່ງ.

ນອກຈາກນັ້ນ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ພົບປະສອງຝ່າຍກັບ ທ່ານ Peter Szijjartoລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ເພື່ອແລກ ປ່ຽນ ຄຳຄິດຄຳເຫັນ ແລະ ປຶກສາຫາລື ບັນດາວຽກງານ ກ່ຽວກັບການພົວພັນຮ່ວມມື ລາວ-ຮົງກາລີ ໃນອະນາຄົດ ແລະ ໄດ້ໃຫ້ສຳພາດຂ່າວ ຕໍ່ສື່ມວນຊົນຈີນ ກ່ຽວກັບບົດບາດຂອງຂໍ້ລິເລີ່ມ ໜຶ່ງແລວທາງ ໜຶ່ງເສັ້ນທາງ ຕໍ່ພາກພື້ນ ແລະ ສາກົນ ໂດຍສະເພາະ ຕໍ່ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ລາວ-ຈີນ ໃນໄລຍະຜ່ານມາ ແລະ ອະນາຄົດ.

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...