Homeຂ່າວທ້ອງຖິ່ນຄະນະຜູ້ແທນລາວ ເຂົ້າຮ່ວມພິທີປົງອັດຖິ ທະຫານອາສາສະໜັກ ຢູ່ ສສ ຫວຽດນາມ

ຄະນະຜູ້ແທນລາວ ເຂົ້າຮ່ວມພິທີປົງອັດຖິ ທະຫານອາສາສະໜັກ ຢູ່ ສສ ຫວຽດນາມ

Published on

ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ພັນເອກ ສີທາ ດວງມາລາ ຕາງໜ້າຄະນະປະຕິບັດງານ ພິເສດລັດຖະບານ ແຫ່ງ ສປປລາວ ພ້ອມດ້ວຍຜູ້ຕາງ​ໜ້າ​ຈາກ 3 ແຂວງຄື: ແຂວງຊຽງຂວາງ, ໄຊສົມບູນ ​ແລະ ແຂວງວຽງຈັນ ພ້ອມຄະນະ ໄດ້ເດີນທາງໄປຮ່ວມພິທີປົງ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫລະຊີວິດ ໃນປາງສົງຄາມຢູ່ລາວ ປະຈໍາສົກປີ 2016-2017 ທີ່ເມືອງ ຫງິລົກ ແຂວງເຫງະອານ ສສ ຫວຽດນາມ.

ການເດີນທາງ ເພື່ອນຳອັດຖິໄປປົງທີ່ເມືອງຫງິລົກນີ້ ໄດ້ຜ່ານບັນດາເມືອງຂອງ ແຂວງຊຽງຂວາງ ແລະ ບັນດາເມືອງຂອງ ແຂວງເຫງະອານ ເຊິ່ງໄດ້ຈັດພິທີຈູດທູບໄຫວ້ອາໄລ ເຖິງດວງຍິນຍານຂອງບັນດາ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢ່າງສົມກຽດ  ເຊິ່ງຂຸດຄົ້ນຊອກຄົ້ນທ້ອນໂຮມໄດ້ໃນ 3 ແຂວງຂອງ ສປປ ລາວ ຄື: ແຂວງຊຽງຂວາງ ສາມາດຂຸດຄົ້ນທ້ອນໂຮມໄດ້ 90 ອັດຖິ, ແຂວງໄຊສົມບູນໄດ້ 9 ອັດຖິ, ແຂວງວຽງຈັນໄດ້ 5 ອັດຖິ ລວມທັງໝົດ 104 ອັດຖິ.
ແຫລ່ງຂ່າວຈາກ: www.kpl.gov.la

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...