Homeຂ່າວຕ່າງປະເທດສະຫະລັດອຶດອັດ! ຈີນເຊີນເກົາຫຼີເໜືອເຂົ້າຮ່ວມປະຊຸມເສັ້ນທາງສາຍໄໝ

ສະຫະລັດອຶດອັດ! ຈີນເຊີນເກົາຫຼີເໜືອເຂົ້າຮ່ວມປະຊຸມເສັ້ນທາງສາຍໄໝ

Published on

ເມື່ອວັນທີ 12 ພຶດສະພາ 2017 ຣອຍເຕີລາຍງານວ່າ ລັດຖະບານສະຫະລັດອາເມລິກາສົ່ງຈົດໝາຍທາງການທູດແຈ້ງຕໍ່ທາງການຈີນ ວ່າບໍ່ສະບາຍໃຈທີ່ຈີນເຊີນຕົວແທນຈາກລັດຖະບານເກົາຫຼີເໜືອເຂົ້າຮ່ວມປະຊຸມຜູ້ນຳກຸ່ມປະ ເທດເສັ້ນທາງສາຍໄໝ (Belt and Road Forum) ຄັ້ງທີ 1 ວັນທີ 14-15 ພຶດສະພາ 2017ນີ້ ທີ່ນະຄອນຫຼວງປັກກິ່ງ

ການປະຊຸມດັ່ງກ່າວມີຜູ້ນຳ 29 ປະເທດເຂົ້າຮ່ວມ ເຊິ່ງສະຫະລັດຈະສົ່ງທ່ານ ແມັດ ພ໊ອດທິງເກີ ທີ່ປຶກສາລັດຖະບານສະຫະລັດໄປເປັນຕົວແທນປະຊຸມ ປະກົດວ່າຈີນເຊີນເກົາຫຼີເໜືອເຂົ້າຮ່ວມພ້ອມ ທັງທີປະທານາທິບໍດີສະຫະລັດອາ ເມລິກາ ໂດນັລ ທຣັມ ຫາກໍ່ຂໍຮ້ອງໃຫ້ປະທານາທິບໍດີ ສີ ຈິ້ນຜິງ ຜູ້ນຳຈີນ ພະຍາຍາມກົດດັນເກົາຫຼີເໜືອໃຫ້ຖອຍ ແລະ ປົດອາວຸດ

ໃນຈົດໝາຍການທູດດັ່ງກ່າວ ສະຫະລັດເຕືອນຈີນວ່າ ການເຊີນເກົາຫຼີເໜືອເຂົ້າຮວມອາດມີຜົນຕໍ່ການເຂົ້າຮ່ວມຂອງປະເທດອື່ນໆ ແລະ ເປັນການສົ່ງສັນຍານທີ່ຜິດໃນຊ່ວງເວລານີ້ ທີ່ປະຊາຄົມໂລກຕ່າງກົດດັນເກົາຫຼີເໜືອ ຫຼັງຈາກເກົາຫຼີເໜືອບໍ່ຍອມເລີກທົດລອງຂີປະນາວຸດ ແລະ ອາວຸດນິວເຄຣຍ

ວິດີໂອຈາກ: CGTN
ແຫລ່ງຂ່າວຈາກ: ເວັບໄຊ ຂ່າວສົດ ອອນໄລນ໌

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...