spot_img
Homeຂ່າວຕ່າງປະເທດຈີນທຸ້ມງົບປະມານມະຫາສານໃສ່ໂຄງການ ໜຶ່ງແລວທາງ ໜຶ່ງເສັ້ນທາງ

ຈີນທຸ້ມງົບປະມານມະຫາສານໃສ່ໂຄງການ ໜຶ່ງແລວທາງ ໜຶ່ງເສັ້ນທາງ

Published on

ສຳນັກຂ່າວຕ່າງປະເທດລາຍງານ 14 ພຶດສະພາ 2017 ວ່າ: ນະໂຍບາຍໜຶ່ງແລວທາງ ໜຶ່ງເສັ້ນທາງ ນີ້ເປັນແຜນການທີ່ສຳຄັນຂອງທ່ານ ສີ ຈິນຜິງ ປະທານປະເທດຈີນ ທີ່ໄດ້ເລີ່ມຂຶ້ນເມື່ອປີ 2013 ເຊິ່ງຈະເຊື່ອມຈອດເສັ້ນທາງການຄ້າລະຫວ່າງຈີນກັບພູມມິພາກອາຊີ, ອາຟຣິກາ ແລະ ເອີຣົບ ໂດຍອ້າງອີງຈາກເສັ້ນທາງສາຍໄໝໃນອະດີດ ເຊິ່ງຄັ້ງນີ້ໃຊ້ພື້ນຖານໂຄງລ່າງເປັນຕົວນຳໃນການພັດທະນາຄວບຄຸມ 65 ປະເທດ ກວມເອົາ 60% ຂອງປະຊາກອນໂລກ ແລະ ປະມານ 1 ໃນ 3 ຂອງຜະລິດຕະພັນມວນລວມຂອງໂລກ (GDP)

ປ.ສີ ກ່າວປາໄສໃນພິທີໄຂກອງປະຊຸມປຶກສາຫາລືລະດັບສູງວ່າດ້ວຍການຮ່ວມມືສາກົນ ໜຶ່ງແລວທາງ ໜຶ່ງເສັ້ນທາງ ຢູ່ນະຄອນຫຼວງປັກກິ່ງ ມື້ນີ້ (14 ພຶດສະພາ) ໄດ້ເນັ້ນເຖິງບົດບາດຂອງນະໂຍບາຍ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ໃນການເປັນເຂດການຮ່ວມມືເພື່ອສົ່ງເສີມການເຕີບໃຫຍ່ຂອງເສດຖະກິດໂລກ ໃນຮູບແບບເສດຖະກິດດແບບເປີດ ໂດຍກ່າວວ່າ ທະນາຄານເພື່ອພັດທະນາຈີນ (CDB) ແລະ ທະນາຄານເພື່ອການສົ່ງອອກ ແລະ ນຳເຂົ້າຈີນ ກຽມເງິນກູ້ຢືມສຳລັບໂຄງການພັດທະນາພາຍໃຕ້ນະໂຍບາຍນີ້ລວມ 380,000 ລ້ານຢວນ ແລະ ລັດຖະບານຈີນກຽມອັດສີດເງິນເຂົ້າສູ່ກອງທຶນໜຶ່ງແລວທາງໜຶ່ງເສັ້ນທາງອີກ 100,000 ລ້ານຢວນ ລວມທັງເງິນຊ່ວຍເຫຼືອອີກ 60,000 ລ້ານຢວນ ສຳລັບປະເທດກຳລັງພັດທະນາໃນເສັ້ນທາງນີ້.


ນະໂຍບາຍນີ້ຖືກໃຊ້ເປັນທາງອອກສຳລັບບັນຫາການຜະລິດເກີນຂອງອຸດສາຫະກຳຈີນ ແລະ ຍັງມີບົດບາດໃນດ້ານພູມສາດການເມືອງຂອງລັດຖະບານຈີນອີກດ້ວຍ, ທ່ານນາງ ບອນນີ ເກວເຊີ້ ຜູ້ຊ່ຽວຊານຈາກສູນຍຸດທະສາດ ແລະ ການຕ່າງປະເທດສຶກສາ (CSIS) ກ່າວວ່າ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ມີຈຸດມຸ່ງໝາຍເພື່ອເສີມສ້າງເຄືອຂ່າຍການເພິ່ງພາທາງເສດຖະກິດລະຫວ່າງຈີນກັບປະເທດເພື່ອນບ້ານ ເຊິ່ງລັດຖະບານຈີນຫວັງທີ່ຈະປ່ຽນມັນໄປສູ່ອິດທິພົນທາງການເມືອງໃນອະນາຄົດ.

ແຫລ່ງຂ່າວ: ອິດສະຫຼະ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...