Homeຂ່າວຕ່າງປະເທດນັກບູຮານຄະດີພົບຫຼຸມຝັງສົບພຣະບິດາຟາໂຣອາຍຸກວ່າ 3,700 ປີ

ນັກບູຮານຄະດີພົບຫຼຸມຝັງສົບພຣະບິດາຟາໂຣອາຍຸກວ່າ 3,700 ປີ

Published on

ເມື່ອວັນທີ 11 ພຶດສະພາ 2017 ບີບີຊີລາຍງານວ່າມີການຂຸດພົບຫຼຸມຝັງສົບອາຍຸ 3,700 ປີທີ່ເຊື່ອວ່າເປັນຂອງທິດາຟາໂຣອົງໜຶ່ງຂອງອານາຈັກອິຢິບບູຮານໃນບໍລິເວນໃກ້ກັບຈຸດທີ່ຕັ້ງປິຣາມິດໃນປະເທດອິຢິບ

ທາງກະຊວງບູຮານວັດຖຸຂອງອິຢິບເປີດເຜີຍວ່າໄດ້ພົບຫຼຸມສົບທີ່ເປັນລັກສະນະກ່ອງໄມ້ສີ່ຫຼ່ຽມພ້ອມກັບອັກສອນໄຮເອໂຣກລີຟ ຫຼື ອັກສອນພາບບູຮານເທິງກ່ອງ ໃສຸສານຫຼວງດາຊູຣ ທາງພາກໃຕ້ຂອງນະຄອນຫຼວງໄຄໂຣ ໂດຍໃນກ່ອງດັ່ງກ່າວພົບໂຖຄາໂນປິກ 4 ໂຖເຊິ່ງເປັນໂຖທີ່ຈະໃຊ້ບັນຈຸອະໄວຍະວະຂອງຜູ້ຕາຍເຊິ່ງເຊື່ອວ່າເປັນທິດາຂອງຟາໂຣເອັມນິກາມ

ເມື່ອເດືອນກ່ອນ ນັກບູຮານຄະດີສຶກສາອັກສອນ 10 ບັນທັດທີ່ມີຊື່ຂອງຟາໂຣອົງດັ່ງກ່າວຢູ່ ນອກຈາກນີ້ຍັງຄົ້ນພົບເສດຈາກໂຮງຫີນ ໂດຍເຊື່ອວ່າເປັນຂອງຟາໂຣອົງດັ່ງກ່າວທີ່ຕັ້ງເລິກເຂົ້າໄປສຸສານປະມານ 600 ແມັດ

ສຸສານຫຼວງດາຊູຣແຫ່ງນີ້ຖືກສ້າງຂຶ້ນໂດຍກະສັດເນເຟຣູເມື່ອ 4,600 ປີທີ່ຜ່ານມາ ເຊິ່ງສຸສານແຫ່ງນີ້ຕັ້ງຢູ່ພານໃນປິຣາມິດແດງ ດຊິ່ງມີຄວາມສູງ 104 ແມັດ ແລະ ໄດ້ສ້າງປິຣາມິດອີກແຫ່ງທີ່ຊື່ວ່າ ປິຣາມິດຫັກງໍ ມີຄວາມສູງ 105 ແມັດ ແຕ່ບໍ່ສຳເລັດເນື່ອງຈາກປິຣາມິດເຮັດມຸມຊັນເກີນໄປຄື 45 ອົງສາ ຈິ່ງເຮັດໃຫ້ຕ້ອງປ່ຽນການກໍ່ສ້າງຈົນມີຮູບຮ່າງແປກຕາ

ຕໍ່ມາພຣະຣາຊາກຸມາຣດູຟູຂຶ້ນຄອງຣາດ ແລະ ໄດ້ກໍ່ສ້າງປິຣາມິດອີກແຫ່ງໂດຍຕັ້ງຊື່ວ່າ  ກິຊາ ມີຄວາມສູງເຖິງ 138 ແມັດ ຍັງໄດ້ຈັດເປັນສິ່ງມະຫັດສະຈັນຂອງໂລກ

https://youtu.be/KrWpTcANeCQ

ແຫຼ່ງຂ່າວຈາກ: https://www.khaosod.co.th/sci-tech/news_343579
ຄລິບວິດີໂອຈາກ: ModernGalaxy

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...