spot_img
Homeຂ່າວຕ່າງປະເທດບ້ານບໍມິດາໃນອິຕາລີ່ ສະເໜີໃຫ້ເງິນຜູ້ເຂົ້າຢູ່ອາໄສ 18 ລ້ານກີບ ເພື່ອບໍ່ໃຫ້ເມືອງຮ້າງ

ບ້ານບໍມິດາໃນອິຕາລີ່ ສະເໜີໃຫ້ເງິນຜູ້ເຂົ້າຢູ່ອາໄສ 18 ລ້ານກີບ ເພື່ອບໍ່ໃຫ້ເມືອງຮ້າງ

Published on

ຫຼາຍຄົນຄົງຄິດຢາກຈະເດິນທາງໄປອິຕາລີ່ຂຶ້ນມາທັນທີ ເມື່ອມື້ວານນີ້, ວັນທີ 11 ພຶດສະພາ 2017 ສຳນັກຂ່າວເດິກາດຽນລາຍງານວ່າ ລັດຖະບານທ້ອງຖິ່ນອິຕາລີ່ ໃນບ້ານບໍມິດາ ໃນລ້ອງພູຕອນເໜືອຂອງປະເທດ ສ້າງແຮງຈູງໃຈໃຫ້ຜູ້ທີ່ຈະຍ້າຍເຂົ້າໄປຢູ່ ຮັບໄປທັນທີ 2,000 ຢູໂຣ ຫຼື ປະມານ 18,000,000 ກີບ ໃນຂະນະທີ່ຄ່າເຊົ່າໃນເມືອງດັ່ງກ່າວກໍຍັງມີລາຄາຖືກພຽງ ປະມານ 470,000 ກີບຕໍ່ເດືອນເທົ່ານັ້ນ.

ທ່ານ ດານີເອເລ ກັນລິອາໂນ ປະທານຜູ້ບໍລິຫານເທສະບານດັ່ງກ່າວຍື່ນຂໍ້ສະເໜີນີ້ເພື່ອໃຫ້ຄົນເຂ້າມາຢູ່ອາໄສຫຼາຍຂຶ້ນ ຂະນະທີ່ເມືອງດັ່ງກ່າວມີປະຊາກອນພຽງແຕ່ 394 ຄົນເທົ່ານັ້ນ.

ມາຕະການດັ່ງກ່າວແມ່ນມີຂຶ້ນເພື່ອດຶງດູດຜູ້ຄົນເຂົ້າໄປອາໄສຢູ່ ເນື່ອງຈາກປະຊາກອນໄວໜຸ່ມພາກັນເດິນທາງໄປເຮັດວຽກຢູ່ໃນຕົວເມືອງໃຫຍ່ ເປັນຕົ້ນແມ່ນເມືອງຊາໂວນາ ເຊິ່ງເປັນເມືອງໃຫຍ່ທີ່ຕັ້ງຢູ່ໃກ້ທີ່ສຸດ ຈຶ່ງຢ້ານວ່າຕົວເມືອງນ້ອຍແຫ່ງນີ້ຈະກາຍເປັນເມືອງຮ້າງເມືອງຜີ.

ແຫຼ່ງຂ່າວ: ເດິກາດຽນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...