Home​ຂ່າວທ່ອງທ່ຽວ“ສວນນໍ້າປ່າພູເຂົາຄວາຍ” ແຫລ່ງທ່ອງທ່ຽວໃໝ່ທີ່ຄັ້ງໜຶ່ງຕ້ອງໄປສຳພັດ

“ສວນນໍ້າປ່າພູເຂົາຄວາຍ” ແຫລ່ງທ່ອງທ່ຽວໃໝ່ທີ່ຄັ້ງໜຶ່ງຕ້ອງໄປສຳພັດ

Published on

ທ່ອງທ່ຽວກັບລາວໂພສຕ໌ ມື້ນີ້ແອັດຈະຊວນທຸກທ່ານມາຫຼິ້ນນ້ຳໃຫ້ຫາຍຮ້ອນທີ່ເມືອງ ທຸລະຄົມ ແຂວງ ວຽງຈັນ ເຊິ່ງສະຖານທີ່ທີ່ແອັດຈະມາພາມານັ້ນກໍ່ຄື “ສວນນໍ້າປ່າພູເຂົາຄວາຍ” ເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ທີ່ຫາກໍ່ເປີດໃຫ້ບໍລິການໃນໄລຍະບຸນປີໃໝ່ລາວທີ່ຜ່ານມາ.

ສວນນໍ້າປ່າພູເຂົາຄວາຍ ຕັ້ງຢູ່ ບ້ານພູເຂົາຄວາຍໃໝ່ ເມືອງທຸລະຄົມ ແຂວງວຽງຈັນ. ທາງໄປເຄື່ອນໄຟຟ້ານໍ້າມັງ3 ເສັ້ນທາງເຂົ້າໄປຫາສວນນໍ້າແມ່ນສະດວກສະບາຍ ເປັນທາງປູຍາງໄປຮອດສວນເລີຍ ແລະ ເປັນອີກສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງ ທີ່ຢູ່ບໍ່ໄກຈາກນະຄອນຫຼວງວຽງຈັນ ໃຊ້ເວລາໃນການເດີນທາງຈາກນະຄອນຫຼວງວຽງຈັນໄປຫາສວນນໍ້າປະມານ 1 ຊົ່ວໂມງກັບອີກ 30 ນາທີ ກໍ່ມາຮອດແລ້ວ ທ່ານສາມາດມາສຳພັດຄວາມມ່ວນຊື່ນກັບສະຖານທີ່ແຫ່ງນີ້ໄດ້ ເຊິ່ງເພິ່ນຈະເປີດໃຫ້ບໍລິການທຸກວັນເສົາ-ອາທິດ ເລີ່ມເວລາ 10:00-18:00 ໂມງ ຫາກທ່ານໃດມີເວລາກໍ່ລອງມາສຳພັດເບິ່ງ ຮັບຮອງວ່າບໍ່ຜິດຫວັງ.

ຂໍ້ມູນ ແລະ ຮູບພາບປະກອບຈາກ: ສວນນ້ຳປ່າພູເຂົາຄວາຍ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...