spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ທາງການ ທີ່ ມາເລເຊຍ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ທາງການ ທີ່ ມາເລເຊຍ

Published on

ສຳນັກຂ່າວສານປະເທດລາວ ລາຍງານ ເມື່ອວັນທີ 9 ພຶດສະພາ 2017 ວ່າ ໂດຍຕອບສະໜອງຕາມຄໍາເຊີນ ຂອງ ທ່ານ ດາໂຕະ ສຣິ ນາຈິບ ຕຸນ ອັບດູນ ຣາຊັກ, ນາຍົກ ລັດຖະມົນຕີ ແຫ່ງ ມາເລເຊຍ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ໃນວັນທີ 09-10 ພຶດສະພາ 2017, ເຊິ່ງເປັນການຢ້ຽມຢາມທາງການ ຄັ້ງທໍາອິດ ນັບແຕ່ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ທີ່ມີມາແຕ່ດົນນານ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ.

ໃນຕອນເຊົ້າຂອງວັນທີ 09 ພຶດສະພາ 2017, ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນທີ່ ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີມາເລເຊຍ, ພາຍໃຕ້ບັນຍາກາດອັນສົມກຽດ ແລະ ເຄັ່ງຂຶມ. ພາຍຫລັງສໍາເລັດພິທີຕ້ອນຮັບ ຢ່າງເປັນທາງການ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ມາເລເຊຍ ໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ, ເຊິ່ງໃນການພົບປະ, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວດີຂຶ້ນເລື້ອຍໆ, ເຊິ່ງເຫັນໄດ້ຈາກມີການແລກປ່ຽນຢ້ຽມຢາມ ຂອງການນໍາ ຂັ້ນສູງລະຫວ່າງ ສອງປະເທດນໍາກັນຢ່າງປົກກະຕິ; ສອງຝ່າຍໄດ້ປຶກສາຫາລືກັນ ກ່ຽວກັບການຮ່ວມມື ໃນດ້ານຕ່າງໆຕື່ມອີກເຊັ່ນ: ດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ດ້ານການຄ້າ-ການລົງທຶນ, ດ້ານການເງິນ ແລະທະນາຄານ, ດ້ານຄົມມະນາຄົມ ແລະ ຂົນສົ່ງ, ດ້ານການທ່ອງທ່ຽວ, ດ້ານສາທາລະນະສຸກ, ດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ແລະ ດ້ານການສຶກສາ ແລະ ພັດທະນາ ຊັບພະຍາກອນມະນຸດ. ພ້ອມນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ຝ່າຍລາວໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານມາເລເຊຍ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນໄລຍະຜ່ານມາ, ເປັນຕົ້ນແມ່ນ ການຊ່ວຍເຫລືອດ້ານການເງິນ ໃນການພັດທະນາ ແລະ ປັບປຸງລະບົບສາຍສົ່ງໄຟຟ້າ ຢູ່ນະຄອນຫລວງວຽງຈັນ ແລະ ພາກເໜືອ ເປັນຈໍານວນເງິນ 65 ລ້ານ ໂດລາສະຫະລັດ; ການຊ່ວຍເຫລືອດ້ານການພັດທະນາ ຊັບພະຍາກອນມະນຸດຢູ່ລາວ ໂດຍຜ່ານ ໂຄງການMTCP (Malaysia Technical Cooperation Programme), ຊຶ່ງນັບແຕ່ປີ 1991 ມາເຖິງປະຈຸບັນມີເຖິງ 1,436 ທຶນ; ການສົ່ງທີມແພດຈໍານວນ 50 ທ່ານ ເພື່ອໃຫ້ບໍລິການ ກວດສຸຂະພາບແບບບໍ່ເສຍຄ່າ ຢູ່ບ້ານໂພນສະຫວັນ ແລະ ເມືອງສັງທອງ ທີ່ ນະຄອນຫລວງວຽງຈັນ ໃນປີ 2015 ແລະ 2016 ຜ່ານມາ ແລະ ໃຫ້ການຮ່ວມມື ແລະ ການສະໜັບສະໜູນແກ່ ສປປລາວ ໃນການເປັນປະທານອາຊຽນ ໃນປີ 2016 ໃຫ້ໄດ້ຮັບຜົນສໍາເລັດອັນຈົບງາມ. ຝ່າຍມາເລເຊຍ ກໍໄດ້ສະແດງຄວາມຂອບໃຈຕໍ່ ສປປ ລາວ ໃນການຕ້ອນຮັບອັນອົບອຸ່ນ ແກ່ການນໍາຂັ້ນສູງຂອງມາເລເຊຍ ທີ່ໄດ້ເດີນທາງຢ້ຽມຢາມ ສປປ ລາວ ແລະ ໄດ້ຂອບໃຈຕໍ່ການສະໜັບສະໜູນມາເລເຊຍ ໃນການສະໝັກເຂົ້າເປັນສະມາຊິກຂອງອົງການຈັດຕັ້ງສາກົນຕ່າງໆ ໂດຍສະເພາະໃນຂອບຂອງ ສປຊ.

ພາຍຫລັງສໍາເລັດການພົບປະສອງຝ່າຍ, ທ່ານນາຍົກ ທອງລຸນ ສີສຸລິດ ແລະ ທ່ານນາຍົກດາໂຕະ ສຣິ ນາຈິບ ຕຸນ ອັບດູນ ຣາຊັກ ໄດ້ເຂົ້າຮ່ວມ ເປັນສັກຂີພິຍານ ໃນພິທີລົງນາມ ບົດບັນທຶກ ຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳລະຫວ່າງກະຊວງວິທະຍາສາດ ແລະ ເຕັກໂນໂລຊີແຫ່ງສປປລາວ ແລະ ກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳແຫ່ງມາເລເຊຍ.

ໃນຕອນບ່າຍຂອງວັນດຽວກັນ ທ່ານນາຍົກ ທອງລຸນ ສີສຸລິດ ແລະ ຄະນະໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດຢັງດິເປີຕວນອາກົງທີ 15 ຊຸນຕານມູຮຳມັດທີ 05, ພະຣາຊາທິບໍດີແຫ່ງມາເລເຊຍ ທີ່ Istana Negara. ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ພະອົງ ທີ່ໄດ້ຂຶ້ນຄອງລາດ ໃນວັນທີ 13 ທັນວາ 2016 ຜ່ານມາ ແລະໄດ້ນໍາເອົາຄວາມຢື້ຢາມຖາມຂ່າວຈາກ ທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ເຖິງພະອົງ. ນອກນັ້ນ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ເຂົ້າຮ່ວມກອງປະຊຸມສໍາມະນາ ພົບປະນັກທຸລະກິດ ມາເລເຊຍ – ລາວ, ທີ່ຈັດຂຶ້ນໂດຍກະຊວງອຸດສາຫະກໍາ ແລະ ການຄ້າສາກົນ ແຫ່ງ ມາເລເຊຍ ແລະ ສະພາການຄ້າແຫ່ງຊາດລາວ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່ນະໂຍບາຍ ດ້ານການລົງທຶນຂອງສອງປະເທດ, ນໍາສະເໜີ ກາລະໂອກາດ ການເຮັດທຸລະກິດ ແລະ ການລົງທຶນຢູ່ປະເທດຂອງກັນ ແລະ ກັນ ແລະ ສ້າງໂອກາດພົບປະແລກປ່ຽນລະຫວ່າງເຈົ້າໜ້າທີ່ ແລະ ນັກທຸລະກິດລາວ ກັບນັກລົງທຶນມາເລເຊຍ ແນໃສ່ຊຸກຍູ້ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດໃຫ້ຂະຫຍາຍຕົວ ແລະ ມີປະສິດທິຜົນດີຍິ່ງຂຶ້ນ.

ໃນໄລຍະຜ່ານມາ, ການພົວພັນຮ່ວມມືລາວ – ມາເລເຊຍ ໄດ້ມີຜົນສໍາເລັດ ໃນຫລາຍດ້ານເຊັ່ນ: ສໍາເລັດການຈັດກິດຈະກໍາ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດລາວ -ມາເລເຊຍ ຄົບຮອບ 50 ປີ (01/07/1966 – 01/07/2016) ດ້ວຍຜົນສໍາເລັດຢ່າງຈົບງາມ ໃນປີ 2016 ຜ່ານມາ; ສໍາເລັດການເປີດຫ້ອງການທີ່ປຶກສາທູດ ຝ່າຍປ້ອງກັນຊາດ ຢູ່ປະເທດຂອງກັນ ແລະ ກັນ ໃນປີ 2016 ຜ່ານມາ, ດ້ານການຄ້າ ແລະ ການລົງທຶນ ກໍມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຫັນໄດ້ຈາກມູນຄ່າການຄ້າຂອງສອງປະເທດ ໃນປີ 2016 ສາມາດບັນລຸໄດ້ 30,9 ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 75% ເມື່ອທຽບໃສ່ປີຜ່ານມາ ແລະ ມູນຄ່າການລົງທຶນຂອງມາເລເຊຍຢູ່ ສປປ ລາວ ມີປະມານເກືອບ 1 ຕື້ໂດລາສະຫະລັດ ໃນປັດຈຸບັນ, ກວມເອົາ 100 ກວ່າໂຄງການ, ເຮັດໃຫ້ມາເລເຊຍ ກາຍເປັນການລົງ ທຶນຕ່າງປະເທດລາຍໃຫຍ່ ອັນດັບ 4 ຢູ່ລາວ; ແລະ ສໍາເລັດການຂະຫຍາຍເສັ້ນທາງການບິນຕື່ມອີກ 1 ສາຍ ລະຫວ່າງ ກົວລາລໍາເປີ – ຫລວງພະບາງ ຢ່າງເປັນທາງການ ໃນທ້າຍປີ 2016 ຜ່ານມາ, ລວມເປັນ 4 ຖ້ຽວບິນຕໍ່ອາທິດ, ກ່ອນໜ້າມີ ກົວລາລໍາເປີ – ນະຄອນຫລວງວຽງຈັນ ຈໍານວນ 3 ຖ້ຽວ.

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)