Homeຂ່າວທ້ອງຖິ່ນແຈ້ງການ ຈາກທະນາຄານແຫ່ງ ສປປ ລາວ

ແຈ້ງການ ຈາກທະນາຄານແຫ່ງ ສປປ ລາວ

Published on

ແຈ້ງການ: ຈາກທະນາຄານແຫ່ງ ສປປ ລາວ ເລກທີ 252/ຫກ ນະຄອນຫຼວງວຽງຈັນ ລົງວັນທີ 27 ເມສາ 2017

ເລື່ອງ: ການເພີ່ມຄວາມມີສະຕິລະວັງຕົວ ເພື່ອຫຼີກການຕົກເລ່ກົນອຸບາຍໂຄສະນາຊວນເຊື່ອກ່ຽວກັບການລະດົມເງິນຝາກ ແລະ ການປ່ອຍສິນເຊື້່ອ ທີ່ໄດ້ຮັບຜົນຕອບແທນສູງ ຂອງບັນດາບໍລິສັດ ແລະ ບຸກຄົນບໍດີ.

ທະນາຄານແຫ່ງ ສປປ ລາວ ຂໍແຈ້ງເພື່ອໃຫ້ຊາບທົ່ວເຖິງກັນ ເພື່ອໃຫ້ມີສະຕິລະວັງຕົວຂຶ້ນ ກ່ຽວກັບປະກົດການຫຍໍ້ທໍ້ໃນສັງຄົມປັດຈຸບັນທີ່ມີກຸ່ມຄົນບໍ່ດີຄື: ບັນດາບໍລິສັດທີ່ບໍ່ແມ່ນສະຖາບັນການເງິນ ທີ່ບໍ່ໄດ້ຮັບການອະນຸຍາດຈາກທະນາຄານແຫ່ງ ສປປ ລາວໄດ້ເຄື່ອນໄຫວໂຄສະນາຊວນເຊື່ອປຸກລະດົມໃຫ້ປະຊາຊົນຮ່ວມລົງທຶນ ຫຼື ຮູບແບບລະດົມທຶນເອົາຝາກ ແລະ ປ່ອຍເງິນກູ້ ທີ່ມີການເຄື່ອນໄຫວ ໂຄສະນາຜ່ານສືສິ່ງພິມ ແລະ ສັງຄົມອອນລາຍຕ່າງໆໃນປັດຈຸບັນ ໂດຍອ້າງວ່າ: ຈະໄດ້ຜົນຕອບແທນສູງ ຫຼື ຈາກອັດຕາດອກເບ້ຍຕ່າງໆ. ຊຶ່ງທີ່ຜ່ານເຮັດໃຫ້ພໍ່ແມ່ປະຊາຊົນຈໍານວນຫຼວງຫຼາຍ ໂດຍສະເພາະແມ່ນຢູ່ເຂດທ້ອງຖິ່ນ ໄດ້ຫຼົງເຊື່ອຕໍ່ກົນອຸບາຍໂຄສະນາດັ່ງກ່າວ ຊຶ່ງສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ ແລະ ເສດຖະກິດຂອງປະເທດຊາດ.

ດັ່ງນັ້ນ ຕໍ່ໜ້າເພື່ອຕ້ານ ແລະ ສະກັດກັ້ນ ບໍ່ໃຫ້ມີບັນຫາແບບນີ້ເກີດຂຶ້ນ ທະນາູຄານແຫ່ງ ສປປ ລາວ ຈຶ່ງຂໍແຈ້ງມາຍັງທຸກທ່ານຊາບວ່າ: ປັດຈຸບັນ ສະຖາບັນການເງິນ (ທີ່ບໍ່ແມ່ນທະນາຄານທຸລະກິດ) ທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດຮູບແບບດັ່ງກ່າວ ຢ່າງຖືກຕ້ອງຕາມລະບຽບກົດໝາຍ ຈາກທະຄານແຫ່ງ ສປປ ລາວ ມີທັງໝົດ 173 ແຫ່ງ ດັ່ງມີລາຍຊື່ດັ່ງລຸ່ມນີ້:

ແຫລ່ງຂໍ້ມູນຈາກ:​ ທະນາຄານແຫ່ງ ສປປ ລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...