spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ສປປ ລາວ ຈະເດີນທາງເຂົ້າຮ່ວມ ກອງປະຊຸມ ເວທີປຶກສາຫາລືເສດຖະກິດໂລກ

ນາຍົກລັດຖະມົນຕີ ສປປ ລາວ ຈະເດີນທາງເຂົ້າຮ່ວມ ກອງປະຊຸມ ເວທີປຶກສາຫາລືເສດຖະກິດໂລກ

Published on

ສຳນັກຂ່າວສານຕ່າງປະເທດລາວ ລາຍງານເມື່ອວັນທີ 8 ພຶດສະພາ 2017 ວ່າ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນ ສປປ ລາວ ຈະເດີນທາງເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍອາຊຽນ (World Economic Forum on ASEAN) ຊຶ່ງຈະຈັດຂຶ້ນແຕ່ວັນທີ 10-12 ພຶດສະພາ 2017, ທີ່ ນະຄອນ ຫລວງພະນົມເປັນ ຣາຊະອານາຈັກກຳປູເຈຍ ກອງປະຊຸມດັ່ງກ່າວ ເປັນເວທີປຶກສາຫາລື ແລກປ່ຽນຄວາມ ຄິດເຫັນນໍາກັນ ຂອງການນຳ ລະດັບສູງຈາກຫລາຍພາກສ່ວນ ລວມທັງພາກລັ ແລະ ພາກທຸລະກິດ ຊຶ່ງ ໄດ້ຈັດຂຶ້ນທຸກໆ ປີ ເພື່ອແນ່ໃສ່ຮ່ວມມືກັນ ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ ກໍຄື ພາກພື້ນ ແລະ ທົ່ວໂລກ ໃນການສ້າງອານາຄົດຂອງໄວໜຸ່ມ ເພື່ອພ້ອມກັນ ເປັນກຳລັງແຮງສໍາຄັນ ຂອງ ຍຸກສະໄໜການສ້າງເສດຖະກິດ ແລະ ຊອກຫາຊ່ອງທາງ ໃນການຮັບມື ແລະ ແກ້ໄຂບັນຫາສິ່ງທ້າທາຍ ຕໍ່ ການພັດທະນາເສດຖະກິດ ທີ່ພາກພື້ນ ແລະ ທົ່ວໂລກພວມປະເຊີນ.

ກອງປະຊຸມໃນຄັ້ງນີ້, ຈະມີຜູ້ນຳອາຊຽນປະເທດຕ່າງໆ ຕົວແທນຈາກພາກລັດຖະບານ ແລະ ພາກ ເອກະຊົນໃນພາກພື້ນ ແລະ ໃນໂລກ ເຂົ້າຮ່ວມຢ່າງຫລວງຫລາຍ  ຊິ່ງໃນແຕ່ລະປີ ຈະນໍາໃຊ້ຫົວຂໍ້ ຂອງ ກອງປະຊຸມທີ່ແຕກຕ່າງກັນ ສະເພາະໃນປີ 2017 ນີ້ ກອງປະຊຸມເວທີປຶກສາຫາລື ເສດຖະກິດໂລກ ວ່າ ດ້ວຍອາຊຽນ ຈະດໍາເນີນພາຍໃຕ້ຫົວຂໍ້ “ຊາວໜຸມ, ເທັກໂນໂລຊີ ແລະ ການເຕີບໂຕ” (Youth Technology and Growth)

ນອກນີ້, ກອງປະຊຸມຍັງຈະໄດ້ປືກສາຫາລື ກັນກ່ຽວກັບ ການຂະຫຍາຍຕົວ ທາງດ້ານເສດຖະກິດ-ການຄ້າ ແລະ ການລົງທືນ ຮ່ວມກັນໃນພາກພຶ້ນ ແລະ ໃນໂລກ ລວມທັງທິດທາງໃນຕໍ່ໜ້າ ຂອງອາຊຽນ ການປະຕິວັດອຸດສາຫະກໍາຄັ້ງທີ່ 4 ຊຶ່ງຈະນໍາເອົາການ ປ່ຽນແປງແບບກ້າວກະໂດດມາສູ່ອາຊຽນ ແລະ ບັນຫາອື່ນໆທີ່ກ່ວຂ້ອງ.

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...