Homeຂ່າວທ້ອງຖິ່ນອັດຖິທະຫານອາສາສະໝັກ ຫວຽດນາມ 16 ອັດຖິ ຖືກຈັດສົ່ງກັບຄືນສູ່ປະເທດ

ອັດຖິທະຫານອາສາສະໝັກ ຫວຽດນາມ 16 ອັດຖິ ຖືກຈັດສົ່ງກັບຄືນສູ່ປະເທດ

Published on

ສຳນັກຂ່າວສານປະເທດລາວ ລາຍງານ ໃນວັນທີ 7 ພຶດສາພາ 2017 ວ່າ ກອງບັນຊາການທະຫານ ແຂວງສາລະວັນ ​ໄດ້​ມີ​ພິທີຈັດສົ່ງອັດຖິທະຫານ ອາສາສະໝັກ-ຊ່ຽວຊານຫວຽດນາມ ຈໍານວນ 16 ອັດຖິ ທີ່ເສຍສະຫລະຊີວິດໃນ ປາງສົງຄາມ ຢູ່ແຂວງສາວັນ ກັບຄືນຖິ່ນຖານພູມລໍາເນົາ ປະເທດຫວຽດນາມຢ່າງສົມກຽດ ​ໂດຍ​ມີ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງສາລະວັນ ພ້ອມດ້ວຍຄະນະພັກ, ອຳນາດການປົກຄອງແຂວງ, ພະນັກງານ–ລັດທະກອນ, ທະຫານ-ຕຳຫລວດ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນບັນດາເຜົ່າພາຍ​ໃນ ແຂວງສາລະວັນ​ເຂົ້າ​ຮ່ວມ. ອັດທິດັ່ງກ່າວ ແມ່ນໄດ້ມາຈາກການຂຸດຄົ້ນ ຂອງໜ່ວຍປະຕິບັດ ງານພິເສດ ຂອງກອງບັນຊາການທະຫານ ແຂວງສາລະວັນ ຮ່ວມກັບໜ່ວຍປະຕິບັດງານພິເສດ ຂອງທະຫານຫວຽດນາມ ປະຈຳສົກປີ 2016- 2017. 

ທ່ານ ພັນເອກ ພູວຽງ ຫລຽມມະວົງສາ ປະທານທານປະຕິບັດງານພິເສດຂັ້ນແຂວງ-ທັງເປັນຫົວໜ້າກອງບັນຊາການທະຫານແຂວງ ສາລະວັນ ໄດ້ກ່າວວ່າ: 2 ປະເທດ ລາວ-ຫວຽດນາມ ແມ່ນເພື່ອນມິດສະໜິດແໜ້ນ, ຮ່ວມເປັນ, ຮ່ວມຕາຍ, ຮ່ວມສູ້ຮົບໃນຂຸມຄອງດຽວກັນ ແລະ ຮ່ວມຕີສັດຕູໂຕດຽວກັນ ບົນພື້ນຖານຄວາມສາມະຄີແບບພິເສດ. ໃນຂະບວນການຕໍ່ສູ້ ໄດ້ມີຊາວໜຸ່ມຕະລຸມບອນ ໂຮຈິມິນ ຫລາຍແສນຄົນສະໝັກໃຈ ອອກສູ່ແນວ ໜ້າຂ້າມສາຍພູຫລວງ ເຂົ້າສູ່ແນວຮົບພາກຕາວັນຕົກ ຮ່ວມກັບກອງທັບປະຊາຊົນລາວ ຄຽງບ່າຄຽງໄຫລ ລຸກຂຶ້ນຕໍ່ສູ້ຢ່າງພິລະ ອາດຫານຢູ່ສະໜາມຮົບອັນ ດຸເດືອດຂຽ້ວຂາດນັ້ນ ມີຫລາຍສະຫາຍທີ່ໄດ້ເສຍຊີວິດ ໃນໄວໜຸ່ມແໜ້ນ ຍອມເສຍເລືອດເນື້ອ ເພື່ອແລກມາກັບຄວາມເປັນ ເອກກະລາດແຫ່ງຊາດ ຄວາມສະຫງົບ ແລະ ຄວາມສົມບູນພູນສຸກ ຂອງປະຊາຊົນລາວບັນດາເຜົ່າ ກໍຄື ປະຊາຊົນແຂວງ ສາລະວັນ ຈົນຮອດທຸກວັນນີ້.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...