Home​ຂ່າວທ່ອງທ່ຽວຜາຫຼວງ (Blue lagoon and resort) ມາທ່ຽວແລ້ວຈະຕິດໃຈ

ຜາຫຼວງ (Blue lagoon and resort) ມາທ່ຽວແລ້ວຈະຕິດໃຈ

Published on

ທ່ອງທ່ຽວກັບລາວໂພສຕ໌ ມື້ນີ້ເຮົາເດີນທາງມາທີ່ເມືອງເຟອງ ແຂວງ ວຽງຈັນ ມາຊົມທິວທັດທຳມະຊາດ ແລະ ມາຫາແຫຼ່ງກະໂດດນ້ຳໃຫ້ຄາຍຄວາມຮ້ອນກັນໄປເລີຍ ເຊິ່ງແນ່ນອນວ່າເມື່ອມາຮອດເມືອງເຟືອງແລ້ວ ສະຖານທີ່ທ່ຽວທີ່ເຮົາພາດບໍ່ໄດ້ນັ້ນກໍ່ຄື ຜາຫຼວງ (Blue lagoon and resort)

ການເດີນທາງມາ ຜາຫຼວງ  ພຽງແຕ່ທ່ານຂັບລົດອອກຈາກເມືອງວັງວຽງໄປທາງ ຜາເງິນ ທ່ານກໍ່ຈະມາເຖິງ (Blue lagoon and resort) ເຊິ່ງສະຖານທີ່ແຫ່ງນີ້ເປັນອີກໜຶ່ງສະຖານທີ່ທີ່ໄດ້ຮັບຄວາມນິຍົມສູງຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພາະນອກຈາກຈະສະດວກສະບາຍທາງດ້ານສະຖານທີ່ພັກອາໃສແລ້ວ ເລື່ອງອາຫານການກິນກໍ່ບໍ່ຂາດເຂີນ ແລະ ຍັງມີກິດຈະກຳຫຼາຍຢ່າງໄວ້ໃຫ້ເລືອກຫຼິ້ນຢ່າງເຕັມອີ່ມເຊັ່ນ: ຂີ່ສະລິງ, ຫຼິ້ນນ້ຳ,​ ປີນພູ ແລະ ອື່ນໆ ຖ້າໃຜມັກຄວາມມັນແບບທ້າທາຍ ຮັບຮອງວ່າ ຜາຫຼວງ ມີຄຳຕອບທີ່ດີທີ່ສຸດໃຫ້ທ່ານ.

ເອົາເປັນວ່າເຮົາບໍ່ເວົ້າຫຍັງຫຼາຍ ມາເບິ່ງຮູບພາບງາມໆນຳກັນເລີຍ

ຮູບພາບປະກອບຈາກ: ໂນ່ ພຸດທະສັກ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...