Homeປ່ອງຢ້ຽມດວງດາວSpaceX ປະກາດສົ່ງດາວທຽມ 4,425 ດວງ ຂຶ້ນສູ່ອະວາກາດ

SpaceX ປະກາດສົ່ງດາວທຽມ 4,425 ດວງ ຂຶ້ນສູ່ອະວາກາດ

Published on

(SpaceX) ບໍລິສັດເທັກໂນໂລຢີລາຍໃຫຍ່ປະກາດສົ່ງດາວທຽມ 4,425 ດວງຂຶ້ນສູ່ອາວະກາດເພື່ອໃຊ້ກະຈາຍສັນຍານອິນເຕີເນັດຄວາມໄວສູງໄປທົ່ວໂລກ ໂດຍຈະເລີ່ມດຳເນີນການຕາມແຜນຕັ້ງແຕ່ປີ ຄ.ສ 2019-2024 

ໂດຍສະເປຊເອັກຊ໌ ວາງແຜນຈະສົ່ງ “ດາວທຽມຕົ້ນແບບ” ຂຶ້ນສູ່ອາວະກາດໃນປີນີ້ ແລະ ອີກດວງໃນປີຕໍ່ໄປ ກ່ອນທີ່ຈະເລີ່ມຕົ້ນສົ່ງດາວທຽມຂອງແທ້ຂຶ້ນຟ້າໃນປີ 2019 ເຊິ່ງລະບົບທີ່ຈະໃຊ້ໃນໄລຍະເລີ່ມຕົ້ນແມ່ນ Ka Band ແລະ Ku Band ສະເປດຕຣັມ ເຫດທີ່ເປັນແບບນັ້ນ ເພາະມັນໄດ້ຮັບການອອກແບບໃຫ້ສາມາດກະຈາຍສັນຍານບຣອດແບນໄດ້ໃນວົງກວ້າງ ເພື່ອຮອງຮັບການໃຫ້ບໍລິການສື່ສານໂທລະຄົມສຳລັບຜູ່ບໍລິໂພກທົ່ວໄປ ຈົນເຖິງການໃຊ້ງານໃນຮູບແບບທຸລະກິດ ຫຼື ການໃຊ້ງານຂອງສະຖາບັນການສຶກສາ ໜ່ວຍງານພາກລັດ ແລະ ການໃຊ້ງານຂອງລະດັບມືອາຊີບ. ໂດຍການສ້າງເຄືອຂ່າຍດັ່ງກ່າວມີກຳນົດສຳເລັດໃນປີ 2024.

ໂດຍທາງສະເປຊເອັກຊ໌ຢືນຢັນວ່າ ລະບົບດັ່ງກ່າວຈະປະຢັດຄ່າໃຊ້ຈ່າຍລົງໄດ້ຫຼາຍ ແລະ ໃຫ້ບໍລິການດ້ວຍຄຸນນະພາບລະດັບດຽວກັບສາຍໄຟເບີຣ ຫຼື ຄິດເປັນແບບ 1Gbps ເຊິ່ງຜູ້ທີ່ຢູ່ໃນພາກພື້ນດິນສາມາດຮັບສັນຍານໄດ້ດ້ວຍເຄື່ອງເທີມິນໍລ ຂະໜາດເທົ່າແລັບທັອບເທົ່ານັ້ນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...