Homeຂ່າວພາຍ​ໃນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ສະຫະລັດອາເມລິກາ ສະໄໝພິເສດ

ລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ສະຫະລັດອາເມລິກາ ສະໄໝພິເສດ

Published on

ສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນທີ 5 ພຶດສະພາ 2017 ທີ່ຜ່ານມາວ່າ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ສະຫະລັດ ອາເມລິກາສະໄໝພິເສດໄດ້ຈັດຂຶ້ນທີ່ນະຄອນຫລວງວໍຊິງຕັນດີຊີ ໃນວັນທີ 4 ພຶດສະພາ 2017, ສະຫະລັດ ອາເມລິກາ ພາຍໃຕການເປັນປະທານຮ່ວມ ຂອງ ທ່ານ Anifa Hj Aman, ລັດຖະມົນຕີການຕ່າງປະເທດຂອງມາເລເຊຍ ແລະ ທ່ານ Rex W. Tillerson, ລັດຖະມົນຕີການຕ່າງປະເທດຂອງ ສະຫະລັດ ອາເມລິກາ ແລະ ມີບັນດາລັດຖະມົນຕີຕ່າງປະເທດຈາກປະເທດສະມາຊິກອາຊຽນ, ຄະນະຜູ້ແທນ ແລະ ພະນັກງານກອງເລຂາອາຊຽນເຂົ້າຮ່ວມ.

ກອງປະຊຸມສະໄໝພິເສດຄັ້ງນີ້ ໄດ້ປຶກສາຫາລືບັນຫາທີ່ສໍາຄັນຕ່າງໆເພື່ອທົບທວນຄືນການຮ່ວມມືລະຫວ່າງ ອາຊຽນ-ສະຫະລັດ ອາເມລິກາ ໃນໄລຍະຜ່ານມາ ແລະ ເຫັນວ່າການຮ່ວມມືໄດ້ສືບຕໍ່ຂະຫຍາຍຕົວໃນທຸກຂົງເຂດໂດຍສະເພາະດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ພ້ອມນີ້ ສອງຝ່າຍຄວນນຳໃຊ້ໂອກາດຄົບຮອບ 40 ປີ ແຫ່ງການພົວພັນອາຊຽນ-ສະຫະລັດ ອາເມລິກາໃນປີນີ້ ເພື່ອເສີມຂະຫຍາຍການຮ່ວມມືໃຫ້ນັບມື້ນັບສູງຂຶ້ນ ເປັນຕົ້ນແມ່ນດ້ານການຄ້າ, ການລົງທຶນ,ການເຊື່ອມຈອດ ແລະ ອື່ນໆ ທີ່ຢູ່ພາຍໃຕ້ແຜນປະຕິບັດງານອາຊຽນ-ສະຫະລັດ ສໍາລັບປີ 2016-2020.

ກອງປະຊຸມຍັງໄດ້ປຶກສາຫາລືເພື່ອວາງທິດທາງການຮ່ວມມືໃນຕໍ່ໜ້າ ໃນນັ້ນ ສະຫະລັດ ອາເມລິກາພາຍໃຕ້ລັດຖະບານໃໝ່ຂອງປະທານາທິບໍດີ ໂດໂນ ທຣໍາ ໄດ້ໃຫ້ຄຳໝາຍໝັ້ນທີ່ຈະສືບຕໍ່ຮ່ວມມືກັບອາຊຽນ, ສະໜັບສະໜູນການສ້າງປະຊາຄົມອາຊຽນ ແລະ ຄວາມເປັນແກນກາງຂອງອາຊຽນໃນທຸກກົນໄກທີ່ອາຊຽນລິເລີ້ມ. ນອກຈາກນັ້ນ, ສະຫະລັດ ໄດ້ຢືນຢັນວ່າປະທານາທິບໍດີ ໂດໂນ ທຣຳ ຈະມາເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ສະຫະລັດ ອາເມລິກາ ຄັ້ງທີ 5 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 12 ເຊິ່ງຈະຈັດຂຶ້ນໃນຕົ້ນເດືອນພະຈິກ 2017 ທີ່ ຟີລິບປິນ ແລະ ເຫັນດີຈັດກິດຈະກໍາຮ່ວມກັນເພື່ອສະເຫລີມສະຫລອງການພົວພັນຮ່ວມມື ອາຊຽນ-ສະຫະລັດ ອາເມລິກາ ຄົບຮອບ 40 ປີ (1977-2017).

ບັນດາລັດຖະມົນຕີ ຍັງໄດ້ປຶກສາຫາລືການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ສະຫະລັດ ອາເມລິກາ ເຊິ່ງຈະຈັດຂຶ້ນໃນ ເດືອນສິງຫາ 2017 ທີ່ ຟີລິບປິນ ແລະ ແລກປ່ຽນທັດສະນະຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຮ່ວມກັບບັນດາລັດຖະມົນຕີການຕ່າງປະເທດອາຊຽນ ຍັງໄດ້ເຂົ້າຮ່ວມເວທີປຶກສາຫາລືລະດັບສູງ ຈັດໂດຍສະຖາບັນຄົ້ນຄວ້າຍຸດທະສາດ ແລະ ບັນຫາສາກົນເພື່ອແລກປ່ຽນຄໍາຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ແລະ ເຂົ້າຮ່ວມພົບປະກັບສະພາທຸລະກິດອາຊຽນ-ສະຫະລັດ ອາເມລິກາ ອີກດ້ວຍ.

ແຫຼ່ງຂ່າວ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...