Homeຂ່າວເຫດການອຸທາຫອນ ຟ້າຜ່າຄົນຂີ່ລົດຈັກ

ອຸທາຫອນ ຟ້າຜ່າຄົນຂີ່ລົດຈັກ

Published on

ເວລາປະມານ 14:00 ວັນທີ 6 ພຶດສະພາ 2017 ນີ້ ໄດ້ເກີດພາຍຸຝົນຟ້າຄະນອງ ໃນເຂດເມືອງໄຊທານີ ນະຄອນຫຼວງວຽງຈັນ ມີລົມພັດແຮງ ແລະຟ້າຮ້ອງຟ້າຜ່າ.

ໜ່ວຍກູ້ໄພນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງເຫດວ່າມີຄົນຖືກຟ້າຜ່າ ຢູ່ເຂດຂົວນໍ້າເຄັມ ທ່າງ່ອນ ຈຶ່ງໄດ້ຮີບຮ້ອນໄປຊ່ວຍເຫຼືອ ພົບເຫັນຜູ້ບາດເຈັບ 1 ຄົນ ເປັນຜູ້ຊາຍ ມີອາການແໜ້ນໜ້າເອິກ, ໂຕລ່ອຍ, ຫົວໃຈເຕັ້ນໄວແລະມີແຜໄຟໄໝ້ຢູ່ບໍລິເວນອ້ອມຄໍ.

ຜູ້ເຫັນເຫດການເລົ່າວ່າ ໃນເວລາຝົນກຳລັງຕົກ ຟ້າກຳລັງຮ້ອງ ຜູ້ກ່ຽວໄດ້ຂີ່ລົດຈັກໄປຕາມທາງ ເມື່ອມາຮອດເຂດໃກ້ຂົວນໍ້າເຄັມ ພໍດີໄດ້ຍິນສຽງຟ້າຜ່າ ແລ້ວເຫັນຜູ້ກ່ຽວລົ້ມລົງ ຈຶ່ງໄດ້ພາກັນຊ່ອຍຜູ້ກ່ຽວເຂົ້າຮົ່ມ ແລະໂທແຈ້ງໜ່ວຍກູ້ໄພນະຄອນຫຼວງ ເຂົ້າໄປຊ່ວຍເຫຼືອ.

ເກີດເຫດຟ້າຜ່າຄົນຂັບລົດຈັກ.
……………………….

ເຫດສຸກເສີນແຈ້ງ1624ເບີດຽວໃນນະຄອນຫຼວງວຽງຈັນ
ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ
ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ
ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE
ເລກບັນຊີ: LAK0101200າ00993902001
ເບີໂທຕິດຕໍ່ 020 2244 1624

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...