Homeຂ່າວການພັດທະນາບໍ່ແກ້ວ ເລີ່ມຂະຫຍາຍເສັ້ນທາງ 4 ເລນແລ້ວ

ບໍ່ແກ້ວ ເລີ່ມຂະຫຍາຍເສັ້ນທາງ 4 ເລນແລ້ວ

Published on

ຕາມການລາຍງານຂອງ ທ່ານ ສົມບູນ ເກີດກອງ ຮອງຫົວໜ້າພະແນກທິການ ແລະ ຂົນສົງ ແຂວງບໍ່ແກ້ວ ໃນວັນທີ 3 ພຶດສະພາ 2017 ທີ່ຜ່ານມາໃຫ້ຮູວ່າ: ໂຄງການຂະຫຍາຍ ເສັ້ນທາງ 4 ເລນຈາລະຈອນ ແມ່ນມີຄວາມຍາວ 2,425 ແມັດ, ຄວາມກວ້າງທັງສອງເບື້ອງລະ 10,30 ແມັດ, ໜ້າທາງກວ້າງ 8,80 ແມັດ ທາງຢາງ 1,50 ແມັດ, ລວມມູນຄ່າການ ກໍ່ສ້າທັງໝົດ 58 ຕື້​ກວ່າ​ກີບ. ຄາດວ່າຈະສຳເລັດ ການກໍ່ສ້າງໃນຕົ້ນ ເດືອນມັງກອນ 2019. ພາຍຫລັງກໍ່ສ້າງສຳເລັດແລ້ວ ເສັ້ນທາງດັ່ງກ່າວ ຈະເອື້ອອຳນວຍຄວາມສະດວກ ໃຫ້ແກ່ການສັນຈອນໄປມາ ຂອງພໍ່ແມ່ປະຊາຊົນ ກໍຄື ການຂົນສົ່ງສິນຄ້າ ລະຫວ່າງ ພາຍໃນ ແລະ ຕ່າງປະເທດເປັນຢ່າງດີ.

ໂຄງການກໍ່ສ້າງ–ຂະຫຍາຍເສັ້ນທາງ ຈາກ 2 ​ເລນ ມາ​ເປັນ 4 ເລນ ແຕ່ຫໍຫລັກເມືອງ ຫາ ສາມແຍກທາງຂຶ້ນ ສະໜາມບິນຫ້ວຍຊາຍ ມີຄວາມຄືບໜ້າ 14,76%ຫລັງຈາກ ໄດ້ເລີ່ມກໍ່ສ້າງ ມາແຕ່ວັນທີ 1 ມັງກອນ 2017 ມາ​ຮອດ​ປັດຈຸບັນ​ ແມ່ນສຳເລັດການວ່າງທໍ່ ລະບາຍນ້ຳຈຳນວນໜຶ່ງ ແລະ ພວມຍັງຢູ່ລະຫວ່າງ ວາງການທັບມ້າງ ສິງກີດຂວາງເຊັນ: ຍ້າຍເສົ້າໄຟຟ້າ, ສາຍໂທລະສັບ, ທໍ່ນ້ຳປາປາ, ເຮືອນ, ຮ້ານ, ເສົ້າໄຟເຍືອງທາງ ແລະ ອື່ນໆ.

 

ແຫລ່ງຂ່າວຈາກ: kpl.gov.la

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...