Homeຂ່າວຕ່າງປະເທດລະທຶກ! ໂຈນດັກປຸ້ນຂະບວນລົດເຈົ້າຊາຍຊາອຸ ຫອບເງິນ 2,68 ຕື້ ຫຼົບໜີລອຍນວນ!

ລະທຶກ! ໂຈນດັກປຸ້ນຂະບວນລົດເຈົ້າຊາຍຊາອຸ ຫອບເງິນ 2,68 ຕື້ ຫຼົບໜີລອຍນວນ!

Published on

 

ແກ໊ງຄົນຮ້າຍດັກປຸ້ນຂະບວນລົດເຈົ້າຊາຍຊາອຸດິອາຣະເບຍ ບໍລິເວນຕອນເໜືອນະຄອນຫຼວງປາຣີ ຂະນະກຳລັງ

ມຸ່ງໜ້າໄປຍັງສະໜາມບິນ ຫອບເງິນ 2,68 ຕື້ກ່ວາຫຼົບໜີລອຍນວນ ພ້ອມລັກເອົາເອກະສານສຳຄັນໄປນຳອີກ.

 

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງການເປີດເຜີຍຂອງເຈົ້າໜ້າທີ່ຕຳຫຼວດຝຣັ່ງ ເມື່ອວັນທີ 18 ສິງຫາ 2014

ຜ່ານມາວ່າ ເກີດເຫດແກ໊ງຄົນຮ້າຍ ດັກປຸ້ນຂະບວນລົດຂອງເຈົ້າຊາຍແຫ່ງຣາຊະອານາຈັກຊາອຸດິອາຣາເບຍ ທາງ

ຕອນເໜືອຂອງນະຄອນຫຼວງປາຣີ ປະເທດຝຣັ່ງ ເມື່ອວັນອາທິດ (17 ສິງຫາ) ທີ່ຜ່ານມາ ຫອບເງິນນັບ 250,000

ເອີໂຣ ຫຼື ປະມານ2,681,000,000 ກີບ ແລ້ວຫຼົບໜີຢ່າງລອຍນວນ ພ້ອມກັບລັກເອົາເອກະສານທີ່ມີຄວາມສຳຄັນ

ໄປອີກ.

 

ຕຳຫຼວດຝຣັ່ງເປີດເຜີຍວ່າ ເຫດການຂະບວນລົດເຈົ້າຊາຍແຫ່ງຊາອຸດິອາຣະເບຍຖືກປຸ້ນເງິນ ເກີດຂຶ້ນໃນຂະນະທີ່

ເດີນທາງຈາກສະຖານທູດຊາອຸດິອາຣະເບຍ ເພື່ອມຸ່ງໜ້າໄປສະໜາມບິນ ເລີ ບູເກ ໂດຍບໍ່ມີຜູ້ໃດໄດ້ຮັບບາດເຈັບ

ຈາກເຫດການປຸ້ນທີ່ຮຸນແຮງດັ່ງກ່າວ.

 

ຕຳຫຼວດຍັງລະບຸອີກວ່າ ລົດທີ່ຄົນຮ້າຍນຳມາໃຊ້ເປັນພາຫະນະກໍ່ເຫດນັ້ນ ເປັນລົດທີ່ຖືກລັກມາ ແລະ ຈາກນັ້ນຍັງ

ພົບວ່າຄົນຮ້າຍໄດ້ເຜົາລົດຄັນດັ່ງກ່າວເພື່ອທຳລາຍຫຼັກຖານ, ຢ່າງໃດກໍຕາມ ຕອນນີ້ຍັງບໍ່ພົບເບາະແສຂອງຜູ້ຕ້ອງ

ສົງໄສ ໃນຂະນະທີ່ການເປີດເຜີຍຂອງແຫຼ່ງຂ່າວໃນແວດວົງຕຳຫຼວດຝຣັ່ງ ໄດ້ໃຫ້ທັດສະນະວ່າ ເຫດການປຸ້ນເງິນ

ຂອງເຈົ້າຊາຍຊາອຸດິອາຣະເບຍໃນຄັ້ງນີ້ ບໍ່ແມ່ນເຫດການປົກກະຕິ ເພາະແກ໊ງຄົນຮ້າຍໄດ້ວາງແຜນກຽມກັນມາ

ເປັນຢ່າງດີ ແລະ ຖືວ່າເປັນປະຕິບັດການທີ່ເກີດຂຶ້ນໄດ້ຍາກຫຼາຍ.

 

ທາງດ້ານສະຖານທູດຂອງຊາອຸດິອາຣະເບຍ ຍັງບໍ່ທັນມີທ່າທີໃດໆຕໍ່ກັບເຫດການດັ່ງກ່າວນີ້ ແລະ ບໍ່ມີການເປີດ

ເຜີຍພະນາມຂອງເຈົ້າຊາຍຊາອຸດິອາຣະເບຍ ທີ່ຖືກດັກປຸ້ນໃນຄັ້ງນີ້ແຕ່ຢ່າງໃດ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...