Homeຊີວິດແລະຄວາມຮັກຜູ້ຊາຍຄວນຮູ້ໄວ້ ຖ້າບໍ່ຢາກໂສດໄປຕະຫຼອດຊີວິດ...ຢ່າ! ເຮັດນິໄສແບບນີ້

ຜູ້ຊາຍຄວນຮູ້ໄວ້ ຖ້າບໍ່ຢາກໂສດໄປຕະຫຼອດຊີວິດ…ຢ່າ! ເຮັດນິໄສແບບນີ້

Published on

ຜູ້ຊາຍຫຼາຍຄົນອາດຈະບໍ່ຮູ້ຕົວເອງວ່າ ເປັນຫຍັງຢູ່ດີໆ ຍິງສາວທີ່ທ່ານມັກ ແລະ ມັກທ່ານ ເມື່ອຄົບໄປຈັກໄລຍະໜຶ່ງນາງຈິ່ງຕີຕົວອອກຫ່າງ ທັງໆທີ່ທ່ານເອງກໍ່ເຮັດຕົວຕາມປົກກະຕິ ໃນຄໍລຳ ຊີວິດ ກັບ ຄວາມຮັກ ມື້ນີ້ ແອັດ 12 ພຶດຕິກຳທີ່ສົ່ງຜົນໃຫ້ສາວໆຮູ້ສຶກລຳຄານ, ຮັບບໍ່ໄດ້ຈົນນຳໄປສູ່ການຈາກທ່ານໄປໃນທີ່ສຸດ ມາລອງສຳຫຼວດເບິ່ງວາທ່ານມີນິໄສເຫຼົ່ານີ້ບໍ່ ຖ້າມີກໍ່ຟ້າວປ່ຽນດ່ວນ!

1. ເຮັດດ້ວຍເປັນຄົນບໍ່ມີມາລະຍາດ, ບໍ່ຮູ້ກາລະເທສະເຊັ່ນ: ເມື່ອເວລາອອກງານສັງຄົມແທນທີ່ຈະສົນທະນາກັບຄົນທີ່ຢູ່ອ້ອມຂ້າງທ່ານ ຢາກເຮັດຫຍັງກໍ່ເຮັດແບບບໍ່ເບິ່ງຄົນອື່ນວ່າເຂົາກິນ, ເຂົານັ່ງ, ເຂົາວາງຕົວແນວໃດ ບາງຄົນມີແຕ່ສົນໃຈກົ້ມໜ້າຫຼິ້ນໂທລະສັບ, ລົມໂທລະສັບຄືກັບວ່າຕົນເອງຢູ່ຄົນດຽວ ບໍ່ສົນໃຈໃຜເລີຍ
2. ບໍ່ເອົາໃຈໃສ່ພາບລັກຂອງຕົວເອງ ເຊັ່ນ: ນ້ຳບໍ່ອາບ, ເສື້ອບໍ່ຊັກ, ຜົມບໍ່ສະ, ຜົມບໍ່ຫວີ, ມີກິ່ນປາກ, ແຂ້ວເຫຼືອ ແລະ ອື່ນໆ
3. ເບິ່ງເລື່ອງໃນແງ່ລົບ ເຊັ່ນ: ມັກຕີພຶດຕິກຳການກະທຳ ແລະ ຄຳເວົ້າຂອງແຟນໄປທາງທີ່ຜິດ, ໄປທາງທີ່ບໍ່ດີ ແລະ ມັກຕີຄວາມໝາຍຂອງເລື່ອງຕ່າງໆໄປໃນທາງລົບຢູ່ສະເໝີ
4. ເປັນຄົນມັກຂີ້ໂມ້ໂອ້ອວດເປັນປະຈຳ ຈັກຕົນເອງມີແທ້ ຫຼື ບໍ່ມີຕ້ອງໂຊຕ້ອງອວດໄວ້ກ່ອນ
5. ມົກມຸ້ນຕິດອັນໃດອັນໜຶ່ງຫຼາຍຈົນເກີນໄປເຊັ່ນ:​ຕິດງານ, ຕິດເກມ, ຕິດຫຼິ້ນ, ຕິດການພະນັນ, ຕິດໂລກສ່ວນຕົວ ແລະ ອື່ນໆຈົນເກີນໄປ
6. ເປັນຄົນອາລົມຂຶມຈົນເກີນໄປ ບໍ່ແຍກແຍະວ່າເລື່ອງໃດເຂົາເວົ້າຫຼິ້ນ ຫຼື ເວົ້າແທ້ ບໍ່ມີອາລົມຂັນບໍ່ຮູ້ຢອກເຍົ້າ ຢູ່ນຳແລ້ວເຮັດໃຫ້ຜູ້ຍິງຮູ້ສຶກເບື່ອ, ບໍ່ມີອາລົມ
7. ບໍ່ຮູ້ຈັກໃຫ້ກຽດແມ່ຍິງ ບໍ່ມີການເສຍສະຫຼະ
8. ຫຍິງຈົນເກີນງາມ
9. ມັກເວົ້າຕວະຈົນເປັນນິໄສບໍ່ວ່າຈະເປັນເລື່ອງນ້ອຍເລື່ອງໃຫຍ່ກໍ່ບໍ່ມັກເວົ້າຄວາມຈິງ
10. ບໍ່ມີຄວາມຮັບຜິດຊອບບໍ່ວ່າຈະເປັນດ້ານການງານ, ຄອບຄົວ ແລະ ເລື່ອງອື່ນໆ
11. ປະຢັດຈົນເກີນໄປມັກກິນແລ້ວໜີ ຫຼື ກິນຫຼາຍຈ່າຍໜ້ອຍ ບາງເທື່ອຫໍ່ເມືອພ້ອມ
12. ມັກສະແດງອາການເຈົ້າຫົວງູຢູ່ຕະຫຼອດເວລາ ໂດຍບໍ່ເລືອກເວລາ ແລະ ສະຖານທີ່

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...