spot_img
Homeຂ່າວການສຶກສາສອບເສັງຄັດເລືອກນັກຮຽນເກັ່ງລະດັບຊາດ ເຂົ້າ ຮ່ວມພາກພື້ນ ແລະ ສາກົນ

ສອບເສັງຄັດເລືອກນັກຮຽນເກັ່ງລະດັບຊາດ ເຂົ້າ ຮ່ວມພາກພື້ນ ແລະ ສາກົນ

Published on

ເວັບໄຊຂ່າວ ສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນທີ 26 ເມສາ 2017 ນີ້ວ່າ ໃນວັນທີ 25-28 ເມສາ ນີ້, ທີ່ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ມີການສອບເສັງຄັດເລືອກນັກຮຽນເກັ່ງລະດັບຊາດ ໃນ 4 ວິຊາ ມີ ຄະນິດສາດ, ພາສາລາວ-ວັນນະຄະດີ, ຟີຊິກສາດ ແລະ ເຄມີສາດ ຊັ້ນມັດທະຍົມສຶກສາ ສົກຮຽນ 2016-2017 ຜູ້ທີ່ຊະນະເລີດ ຈະໄດ້ເປັນຕົວແທນເຂົ້າຮ່ວມການແຂ່ງຂັນ ໃນລະດັບພາກພື້ນ ແລະ ສາກົນ. ພ້ອມຊິງທຶນການສຶກສາຮຽນຕໍ່ ໃນສາຂາວິຊາທີ່ຕົນເອງມັກ ແລະ ມີຄວາມສາມາດ. ມີນັກສອບເສັງທັງໝົດ 140 ກວ່າຄົນ, ຍິງ 57 ຄົນ. ຂັ້ນ ມ4 72 ຄົນ, ຍິງ 29 ຄົນ ແລະ ຂັ້ນ ມ7 ມີ 70 ຄົນ, ຍິງ 28 ຄົນ.

ທ່ານ ນາງ ສີສຸກ ວົງວິຈິດ ຫົວໜ້າກົມມັດທະຍົມສຶກສາ ກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ເພື່ອສ້າງໂອກາດ ໃຫ້ນັກຮຽນໄດ້ສະແດງອອກດ້ານຄວາມຮູ້, ຄວາມສາມາດ, ພອນສະຫວັນ ແລະ ຫົວຄິດປະດິດສ້າງຂອງຕົນເອງ ໄດ້ມີການແລກປ່ຽນ ຖອດຖອນບົດຮຽນຮ່ວມກັນ, ວັດ ແລະ ປະເມີນຜົນສໍາເລັດດ້ານ ການສິດສອນ-ຮໍ່າຮຽນຂອງຄູ ແລະ ນັກຮຽນ. ໃນນັ້ນ ກໍເພື່ອສ້າງໂອກາດ ໃຫ້ແກ່ຜູ້ທີ່ສອບເສັງໄດ້ຊະນະເລີດອັນດັບ 1, 2 ແລະ 3 ແຕ່ລະວິຊາ ໄດ້ຮັບທຶນການສຶກສາ ເພື່ອຮຽນຕໍ່ໃນວິຊາທີ່ຕົນເອງມັກ ແລະ ມີຄວາມສາມາດ. ພ້ອມທັງເປັນການສົ່ງເສີມ ນັກຮຽນເກັ່ງທີ່ມີພອນສະຫວັນ ໃນແຕ່ລະວິຊາເປັນຕົວແທນຂອງຊາດ ເຂົ້າຮ່ວມການແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ.

ພ້ອມນັ້ນ, ກໍເປັນການຊຸກຍູ້ຂະບວນການ ສອນດີ-ຮຽນເກັ່ງ ຢູ່ໂຮງຮຽນມັດທະຍົມ ໃນຂອບເຂດທົ່ວປະເທດໃຫ້ມີບັນຍາກາດຟົດຟື້ນ, ມີລັກສະນະແຂ່ງຂັນ ແລະ ມີຄຸນນະພາບ. ນອກຈາກການສອບເສັງ 4 ວິຊາແລ້ວ ຍັງຈະໄດ້ຈັດການສອບເສັງແຂ່ງຂັນ ຖາມ-ຕອບວິທະຍາສາດ, ຄວາມຮູ້ຮອບຕົວ ແລະ ທັດສະນະສຶກສາຕາມສະຖານທີ່ປະຫວັດສາດ ແລະ ມູນເຊື້ອວັດທະນະທໍາຕື່ມອີກ.

ການສອບເສັງດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 25-28 ເມສາ ນີ້, ທີ່ມະຫາວິທະຍາໄລແຫ່ງຊາດ(ມຊ) ໂດຍມີທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສົມສີ ຍໍພັນໄຊ ຮັກສາການອະທິການບໍດີ ມຊ, ມີບັນດາຄູ-ອາຈານ, ພ້ອມດ້ວຍພາກສວ່ນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...