spot_img
Homeວັນນະກຳເລື່ອງສັ້ນເສັ້ນທາງຂອງຊີວິດ ແລະ ຄວາມຮັກ ຕອນທີ 36 (ຕອນຈົບ)

ເສັ້ນທາງຂອງຊີວິດ ແລະ ຄວາມຮັກ ຕອນທີ 36 (ຕອນຈົບ)

Published on

ຕອນທີ 36

ອາລີ້ໄດ້ເກັບກະເປົາເສື້ອຜ້າເຄື່ອງຂອງໃຊ້ທີ່ຈຳເປັນຂອງນາງກັບໄປພ້ອມເອກ ທັງສອງເມື່ອໄດ້ຄືນດີກັນແລ້ວ ກໍ່ໄດ້ອອກເດີນທາງທ່ອງທ່ຽວຕໍ່ ເພາະເອກຍັງເຫຼືອກຳນົດໜຶ່ງອາທິດຈິ່ງຈະຄົບ 3 ເດືອນ ຕາມທີ່ນູ່ນີ່ຜູ້ເປັນເອື້ອຍອະນຸຍາດ ພວກເຂົາໄດ້ເດີນທາງອອກຈາກຕົວເມືອງວັງວຽງປະມານກວ່າ 2 ກິໂລແມັດ ເພື່ອຈະໄປພັກຜ່ອນຍ່ອນໃຈທີ່ “ວຽງທາຣາ ວິລລາ” ສະຖານທີ່ພັກບັນຍາກາດສຸດຊິວທ່າມກາງທົ່ງນາຂຽວ ແລະ ພູເຂົາ ບັນຍາກາດດີເປັນທຳມະຊາດງຽບສະຫງົບ ເຊິ່ງເປັນບ່ອນທີ່ອາລີ້ໄຝ່ຝັນຍາກມາ ເນື່ອງຈາກນາງເຄີຍເຫັນແຕ່ໃນຮູບຕາມອິນແຕ່ເນັດມັນສວຍງາມໜ້າມາສຳພັນ ແລະ ເມື່ອໄດ້ມາແລ້ວກໍ່ຮູ້ເລີຍວ່າທີ່ເຫັນທັງໝົດນັ້ນມັນບໍ່ໄດ້ເກີນຈິງທຸກຢ່າງສົມຄຳເຂົາຊ່າລືແທ້ໆ ຫຼັງກິນອາຫານຄ່ຳແລ້ວ ພວກເຂົາທັງສອງກໍ່ອອກມານັ່ງຮັບລົມຊິວໆທີ່ບ່ອນນັ່ງລະບຽງຫ້ອງເອກກັບ ອາລີ້ ໄດ້ພາກັນຈິບເບຍເບົາຄົນລະປ໋ອງສອງປ໋ອງພໍໃຫ້ຄືນນີ້ນອນຫຼັບສະບາຍ ແລະ ໄດ້ສົນທະນາກັນຕາມພາສາຄູ່ຮັກ

ອາລີ້:​ ”ອ້າຍເອກຖ້າວັນນີ້ເຮົາບໍ່ໄດ້ພົບກັນ ແຕ່ອີກ 30 ຫຼື 40 ປີ ຂ້າງໜ້າເຮົາຈິ່ງໄດ້ກັບມາພົບກັນອີກຄັ້ງໜຶ່ງ ໃນເວລານັ້ນນ້ອງອາດຈະກາຍເປັນຍິງເຖົ້າຫຸ່ນຕຸ້ຍເຕັມແຕ່ໄຂມັນອ້າຍຍັງຈະສົນໃຈນ້ອງຄືແບບແນວ ຫຼື ບໍ່”
ເອກກົ້ມໜ້າລົງແລ້ວຍິ້ມມຸມປາກເບົາ: “ຖ້າເຈົ້າເປັນຍິງຊະລາຫຸ່ນຕຸ້ຍເຕັມໄປດ້ວຍໄຂມັນ! ອ້າຍກໍ່ຄົງຈະກາຍເປັນຊາຍເຖົ້າຫົວຂາວເຕັມໄປດ້ວຍຂີ້ໂຜ່ນຄືກັນ! ຢາກຮູ້ເດະວ່າຕອນນັ້ນເມື່ອເຫັນກັນແລ້ວຈະຮູ້ສຶກແນວໃດ”
ອາລີ້ຍິ້ມໜ້າບານແລ້ວຕອບມາວ່າ: “ມັນຄົງຈະພິລຶກ ແລະ ບໍ່ຮູ້ວ່າເຫັນທຳອິດຈະຈືກັນໄດ້ເລີຍ ຫຼື ບໍ່”
ເອກທີ່ນັ່ງຄຽງຂ້າງໄປໃຊ້ແຂນຂ້າງຊ້າຍໄປໂອບກອດຍິງຄົນຮັກຈາກດ້ານຫຼັງແລ້ວດຶງນາງເຂົ້າມາແນບອີງກ່ອນຈະເອີ່ຍອອກໄປວ່າ: “ລິຂິດຟ້າເຮົາບໍ່ອາດຕ້ານໄດ້ກໍ່ປ່ອຍມັນໄປ! ຂໍພຽງວັນນີ້ເຮົາໄດ້ຄວາມສຸກຢູ່ຄຽງຂ້າງກັນໄປຈົນຮອດຜົມປ່ຽນສີ ບໍ່ວ່າບົດສະຫຼຸບຂອງຊີວິດຈະເປັນແນວໃດ ຈະທຸກ ຫຼື ສຸກ ຖ້າມີເຈົ້າອ້າຍກໍ່ບໍ່ຢ້ານກົວອຸປະສັກໃດໆທີ່ເຂົ້າມາທັງນັ້ນ”

ອາລີ້ໄດ້ໃຊ້ໜ້າພາກຂອງນາງໄປຈຸກັບໜ້າພາກຂອງເອກເພື່ອນສະແດງຄວາມຮັກ ແລ້ວທັງສອງກໍ່ໄດ້ໃຊ້ຮີບສົບອັນນິ້ມນວນຂອງທັງສອງປະສານສຳພັດຣົດຫວານຊື່ນ ກ່ອນທີ່ເອກຈະອຸ້ມອາລີ້ຍິງຄົນຮັກເຂົ້າໄປທີ່ຫ້ອງນອນແລ້ວຄ່ອຍວາງນາງລົງເທິງຜ້າເສື່ອຟງນ້ຳທີ່ອ່ອນນິ້ມປູດ້ວຍສີຂາວກິ່ນຂອງບ່ອນນອນຊ່າງຫອມຫວນລັນຈວນໃຈ ບັນຍາກາດຄ່ຳຄືນນີ້ສຸກແສນໂຣແມນຕິກດັ່ງໃນເທບນິຍາຍປັ້ນແຕ່ງແລ້ວລົມຫາຍໃຈຂອງທັງຄູ່ກໍ່ຄ່ອຍໆປະສານເປັນໜຶ່ງດຽວໃນທີ່ສຸດ.

ຄູ່ຮັກມາລະທອນຢ່າງເອກກັບອາລີ້ໄດ້ໃຊ້ເວລາໜຶ່ງອາທິດທີ່ເຫຼືອໃນການກິນ, ຫຼິ້ນ, ທ່ຽວຢ່າງອີ່ມອົກອີ່ມໃຈທັງຂີ່ລົດຖີບຊົມທຳມະຊາດຄວາມງາມ, ໄປເລາະຖ້ຳຈັງ, ພາຍເຮືອໂຕ້ຟອງນ້ຳ, ຂີ່ບາລູດ, ເຂົ້າພຣັລເຕັ້ນກະຈາຍ ແລະ ກິດຈະກຳອື່ນໆອີກຫຼາຍຢ່າງ ກ່ອນຈະກັບໄປສູ້ຊີວິດໃນເມືອງຫຼວງອີກຄັ້ງໜຶ່ງ.

ຫຼັງຈາກທີ່ເອກໄດ້ໄປຄົ້ນຫາຊີວິດເປັນເວລາສາມເດືອນ ທັງມາດາມ ລິນດາ, ດ.ຣ ສົມສຸກ ແລະ ນູ່ນີ່ກໍ່ໄດ້ຜູ້ທີ່ເປັນດັ່ງລູກຊາຍ ແລະ ນ້ອງຊາຍຄົນເກົ່າກັບມາ ເອກນັກທຸລະກິດໜຸ່ມໄຟແຮງໄດກັບເຂົ້າມາຮັບໜ້າທີ່ເປັນຮອງປະທານບໍລິສັດຊ່ວຍວຽກທຸລະກິດຂອງຄອບຄົວ ແລະ ດຶງຄວາມໜ້າເຊື່ອຖືຂອງພະນັກງານ ແລະ ລູກຄ້າກັບມາໄດ້ຄືເກົ່າ ຈິ່ງເຮັດໃຫ້ທຸລະກິດການສົ່ງອອກຜະລິດຕະພັນທີ່ຜະລິດຈະຜ້າໃໝ-ຜ້າຝ້າຍຂອງບໍລິສັດກັບມາຂາຍດີ ມີການສັ່ງຈອງຈາກລູກໃນລະດັບໜ້າພໍໃຈຄືແຕ່ກ່ອນແລ້ວ.

6 ເດືອນຕໍ່ມາຫຼັງຈາກເລື່ອງລາວທຸກຢ່າງລົງຕົວທັງເລື່ອງວຽກງານ, ຄອບຄົວ ແລະ ຄວາມຮັກ ເອກກໍ່ໃຫ້ຜູ້ຊາຍທາງຝ່າຍຕົນໄປສູ່ຂໍອາລີ້ຈາກຜູ້ໃຫຍ່ຂອງນາງເພື່ອມາຕົບແຕ່ງເປັນເມຍໃຫ້ຖືກຕາມຮີດຄອງປະເພນີແລະ ລະບຽບກົດໝາຍຂອງບ້ານເມືອງ, ມາດາມ ລິນດາ ເຖິງແມ່ນວ່າຍັງບໍ່ທັນຢາກຍອມຮັບອາລີ້ເປັນລູກໄພປານໃດແຕ່ກໍ່ຍອມແພ້ກັບໃຈທີ່ຮັກໝັ້ນຂອງລູກຊາຍທີ່ມີຕໍ່ອາລີ້ຕະຫຼອດເວລາ ນາງຈິ່ງຍອມໃຫ້ທັງສອງຄົບຫາ ແລະ ແຕ່ງງານກັນໃນທີ່ສຸດ ເຖິງແມ່ນວ່າມື້ໄປສູ່ຂໍອາລີ້ກັບທາງລຸງປ້າຍາດຜູ້ໃຫຍ່ຂອງອາລີ້ ນາງຈະບໍ່ໄດ້ໄປຮ່ວມພິທີໃນນາມເຈົ້າໂຄດລຸງຕາຂອງຝ່າຍຊາຍ ແຕ່ກໍ່ຍັງມີ ດ.ຣ ສົມບູນ, ນູ່ນີ່ ກັບ ຈິດຕະ ກອນ ພ້ອມດ້ວຍ ລຸງປ້າອາວອາທາງຝ່າຍຊາຍໄປຮ່ວມລວມແລ້ວປະມານ 7 ຄົນທີ່ໄປເປັນສັກຄີພະຍານໃນການສູ່ຂໍລູກໄພ້ຫຼານໄພ້ໃນວັນນີ້, ພິທີແຕ່ງງານຂອງເອກກັບອາລີ້ຈັດຂຶ້ນຢ່າງອົບອຸ່ນທີ່ເຮືອນຂອງເຈົ້າບ່າວ, ມີແຂກຜູ້ໃຫຍ່ຄົນສຳຄັນຂອງທັງສອງຝ່າຍເຂົ້າຮ່ວມ, ເພື່ອນສະໜິດມິດສະຫາຍ, ພະນັກງານໃນບໍລິສັດ ແລະ ຄູ່ຄ້າທຸລະກິດບາງກຸ່ມເຂົ້າຮ່ວມເປັນສັກຄີພະຍານ, ຮ່ວມຍິນດີກັບການສ້າງຄອບຄົວໃໝ່ຂອງພວກເຂົາ.

ເອກໄດ້ຫາເຮືອນຫຼັງໃໝ່ໃຫ້ອາລີ້ຢູ່ ເນື່ອງຈາກວ່າເຮືອນຫຼັງນັ້ນທີ່ຢູ່ເຂດດອນປ່າໄໝ່ໄດ້ຂາຍອອກໄປແລ້ວ ເອກໄປຊື້ດິນຕອນໃໝ່ເພື່ອປຸກສ້າງເປັນເຮືອຫໍແຖວໆບ້ານໜອງທາເນື້ອທີ່ປະມານເກືອບຮອດ 2 ໄຣ່ ພ້ອມສ້າງເຮືອນວິລາ 2 ຊັ້ນ ອອກແບບ ແລະ ຕົບແຕ່ງແນວສະໄຕລໂມເດິນທັນສະໄໝ ແຕ່ກໍ່ຍັງທາສີຂາວງາຊ້າງທັງຫຼັງຄືກົ່າ ທີ່ເດີນເຮືອນໄດ້ປູກສວນດອກກຸຫຼາບຫຼາກຫຼາຍສີແນວພັນເນື່ອງຈາກຄົນຮັກຂອງເຂົາມັກດອກໄມ້ຊະນິດນີ້ ແລະ ຍັງສ້າງສາລາກາງສວນໄວ້ເພື່ອມານັ່ງຊົມສວນດອກໄມ້ ຫຼື ນັ່ງຊົມທ້ອງຟ້າໃນຍາມຄ່ຳຄືນອີກຕາງຫາກ.

ອາລີ້ກັບເຂົ້າໄປຮຽນຈັດຫຍິບອອກແບບເສື້ອຜ້າຕໍ່ໃຫ້ຈົບເຊິ່ງຕ້ອງໃຊ້ເວລາຮຽນກວ່າ 3 ປີ ແລະ ເອກຍັງໃຫ້ອາລີ້ຮຽນພາສາຈີນເພີ່ມເພື່ອໄວ້ສື່ສານທາງການຄ້າກັບນັກທຸລະກິດຈີນທີ່ມີແນວໂນ້ມເຂົ້າມາລົງທຶນໃນລາວຫຼາຍຂຶ້ນໃນອານາຄົດ.

ກ່າວເຖິງໝີນ້ອຍຫຼັງຈາກນາງລ້ຽງລູກສາວໄດ້ຄົບ 1 ປີ ນາງກໍ່ເດີນທາງໄປດຮັດວຽກຢູ່ປະເທດເພື່ອນບ້ານ ແລະ ໄດ້ພົບຮັກຄັ້ງໃໝ່ເປັນພໍ່ໝ້າຍເມຍຕາຍມີລູກຊາຍຕິດ 1 ຄົນ, ຜົວໃໝ່ຂອງນາງນັ້ນມີທຸລະກິດຮ້ານອາຫານລາບອີສານ ດັ່ງນັ້ນນາງຈິ່ງຕັດສິນໃຈແຕ່ງງານແລະເລີ່ມຕົ້ນຊີວິດໃໝ່ກັບຊາຍຄົນນັ້ນ, ສ່ວນລູກສາວຂອງນາງທີ່ມີຊື່ວ່າ ນ້ອງ ໄກ່ນ້ອຍ ຕອນນີ້ໄດ້ອາຍຸປະມານປີປາຍແລ້ວ ເຊິ່ງອາໃສຢູ່ກັບປ້າລຸງ ເອກກັບອາລີ້ກໍ່ມາຮັບຕົວໄປລ້ຽງເປັນລູກສາວກົກຂອງພວກເຂົາ, ສຳລັບປ້າກັບລຸງຂອງອາລີ້ມີອາຍຸກ້າວເຂົ້າ 50-60 ກວ່າປີແລ້ວເຖົ້າຫຼາຍແລ້ວ ອາລີ້ຈິ່ງໃຫ້ທັງສອງຢຸດເຮັດອາຊີບເຜົາຖ່ານ ແລະ ຕັ້ງຮ້ານຂາຍເຄື່ອງແຫ້ງໃຫ້ທັງສອງໄດ້ຂາຍເຄື່ອງແກ້ເຊັງຢູ່ທີ່ໜ້າເຮືອນຂອງພວກເຂົາເອງ, ເອກຜູ້ເປັນຫຼາຍເຂີຍໄດ້ມາສ້າງເຮືອນຊານທີ່ຍັງສ້າງບໍ່ແລ້ວໃຫ້ສຳເລັດສວາຍງາມ ແລະ ມອບລົດກະບະຢີ່ຫໍ້ ຫຸ່ນໄດ ໃຫ້ພວກທ່ານ 1 ຄັນ ເພື່ອໄວ້ໃຫ້ພວກທ່ານໃຊ້ເດີນທາງໄປນັ້ນມານີ້ຊື້ເຄື່ອງເຂົ້າຮ້ານ ຫຼື ໄປທ່ຽວຫຼິ້ນກໍ່ແລ້ວແຕ່ພວກທ່ານທັງສອງຕ້ອງການ.

ອາລີ້ກັບເອກລ້ຽງໄກ່ນ້ອຍລູກສາວຂອງໝີນ້ອຍດ້ວຍຄວາມຮັກດັ່ງກັບເປັນລູກສາວທີ່ເກີດຈາກເລືອດເນື້ອຂອງຕົວເອງ ຜ່ານໄປ 5 ປີອາລີ້ເກີດລູກເພີ່ມຊາຍໜຶ່ງ ຍິງໜຶ່ງ ຫຼັງຈາກທີ່ນາງຮຽນຈົບການອອກແບບຕັດຫຍິບເສື້ອຜ້າ ແລະ ພາສາຈີນ ນາງກໍ່ເຂົ້າມາມີບົດບາດຊ່ວຍງານດ້ານການອອກແບບຜະລິດຕະພັນເສື້ອຜ້າ ແລະ ອື່ນໆຊ່ວຍທາງບໍລິສັດຢ່າງຂະຫຍັນຂັນແຂງ, ເອກໄດ້ຮັບຕຳແໜ່ງຂຶ້ນເປັນປະທານບໍລິສັດຢ່າງເຕັມຕົວ ສ່ວນມາດາມ ລິນດາ ເຖິງຈະວາງມືຈາກການເປັນປະທານບໍລິສັດເນື່ອງຈາກດ້ວຍອາຍຸທີ່ເພີ່ມຂຶ້ນສຸຂະພາບກໍ່ບໍ່ຄ່ອຍດີຄືແຕ່ກ່ອນ ແຕ່ກໍ່ຍັງເຂົ້າມາທີ່ບໍລິສັດເດືອນລະເທື່ອໃນນາມທີ່ປຶກສາອາວຸໂສຂອງບໍລິສັດ.

ຜ່ານເລື່ອງລາວຮ້າຍໆມານານັບປະການດ້ວຍຄວາມດີຂອງອາລີ້ທີ່ມີຢ່າງສະເໝີຕົ້ນສະເໝີປາຍໃນທີ່ສຸດມາດາມ ລິນດາ ກໍ່ເປີດໃຈຍອມຮັບນາງເປັນລູກໄພໄດ້ຢ່າງເຕັມປາກ ແຖມຍັງຫັນໄປເຂົ້າຂ້າງນາງທຸກເລື່ອງຈົນທຸກຄົນແປກໃຈ.

ບົດສະຫຼຸບຂອງເລື່ອງນີ້ຈົບລົງດ້ວຍຄວາມສຸກ, ເສົ້າ ທັງຮອຍຍິ້ມ, ນ້ຳຕາ, ຄວາມເຈັບປວດ, ການສູນເສຍ, ຄວາມຢ້ານກົວວາດລະແວງ, ຄວາມທ້າທາຍອຸປະສັກຕ່າງໆ ທີ່ກ່ຽວພັນກັບສັກສີກຽດຕິຍົດ, ຊົນຊັ້ນ, ເງິນ, ອຳນາດ ແລະ ຄວາມຮັກ. ຂອບໃຈທຸກຄົນທີ່ຕິດຕາມອ່ານຕັ້ງແຕ່ຕົ້ນຈົນຈົບ ທັງນັກອ່ານນະວະນິຍາຍຂາປະຈຳ ຫຼື ນັກອ່ານນະວະນິຍາຍຂາຈອນ ໂອກາດໜ້າຜູ້ຂຽນຈະມາຂຽນເລື່ອງໃດໃຫ້ອ່ານນັ້ນກະລຸນາຕິດຕາມໃຫ້ກຳລັງໃຈຜູ້ຂຽນກັນຕໍ່ໄປ.

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...