Homeຂ່າວຕ່າງປະເທດສະຫະລັດ-ຍີ່ປຸ່ນ! ຮ່ວມຊ້ອມຮົບທາງທະເລສະແດງຄວາມຮ່ວມສູ້ກັບໄພຄຸກຄາມຈາກເກົາຫຼີເໜືອ

ສະຫະລັດ-ຍີ່ປຸ່ນ! ຮ່ວມຊ້ອມຮົບທາງທະເລສະແດງຄວາມຮ່ວມສູ້ກັບໄພຄຸກຄາມຈາກເກົາຫຼີເໜືອ

Published on

ເວັບໄຊຂ່າວ ມະຕິຊົນ ອອກໄລນ ລົງຂ່າວເມື່ອວັນທີ 24 ເມສາ 2017 ນີ້ວ່າ ສຳນັກຂ່າວເອຟພີ ແລະ ຣອຍເຕີລາຍງານວ່າ ກອງກຳລັງປ້ອງກັນຕົນເອງທາງທະເລ (ເອັມເອສດີເອຟ) ຂອງຍີ່ປຸ່ນຖະແຫລງການເມື່ອວັນທີ 23 ເມສາ 2017 ລະບຸວ່າ ເຮືອພິຄາດ 2 ລຳ ຂອງເອັມເອສດີເອຟ ໄດ້ເຂົ້າສົມທົບກັບກອງເຮືອໂຈມຕີຄາຣ ວິນສັນ ຂອງສະຫະລັດອາເມລິກາບໍລິວນໜ້ານ້ຳແປຊີຟິກຕະເວັນຕົກຂອງປະເທດໃນວັນດຽວກັນນີ້ເພື່ອຮ່ວມຝຶກຊ້ອມຍຸດທະວິທີທາງທະເລຮ່ວມກັນ ກອງເຮືອໂຈມຕີທີ່ນຳຂະບວນໂດຍ ເຮືອບັນທຸກເຮືອບິນລະດັບຊຸບເປີແຄຣິເອີຣ ຄາຣ ວິນສັນ ເຊິ່ງໄດ້ຮັບຄຳສັ່ງຈາກປະທານາທິບໍດີ ໂດນັລ ທຣັມ ແຫ່ງສະຫະລັດອາເມລິກາໃຫ້ເດີນທາງເຂົ້າມາພື້ນທີ່ໃກ້ກັບຝັ່ງມະຫາສະໝຸດເກົາຫຼື ເພື່ອອວດແສນຍານຸພາບຂອງຕົນກ່ອນໜ້ານີ້.

ເຮືອພິຂາດ 2 ລຳດັ່ງກ່າວຄື ເຮືອຮົບຊາມິດາເຣະ ແລະ ເຮືອຮົບ ອາຊິກາຣະ ອອກເດີນທາງຈາກທາງຕະເວັນຕົກຂອງປະເທດເມື່ອວັນທີ 21 ເມສາ ແລະ ຈະເດີນທາງໄປຮ່ວມກັບກອງເຮືອໂຈມຕີຂອງສະຫະລັດອາເມລິກາໄປທີ່ທະເລຈີນຕະເວັນອອກເປັນຢ່າງນ້ອຍ ໂດຍບໍ່ລະບຸວ່າຈະຮ່ວມເດີນທາງ ແລະ ຝຶກຊ້ອມທາງຍຸດທະວິທີກັບກອງເຮືອຄາຣວິນສັນຢູ່ປະມານຈັກມື້ ແຕ່ລະບຸວ່າ ການຊ້ອມຮົບເທື່ອນີ້ເປັນໄປເພື່ອສະແດງຄວາມເປັນໜຶ່ງດຽວກັບສະຫະ ລັດໃນການປະເຊີນໜ້າກັບໄພຄຸກຄາມຈາກໂຄງການນິວເຄຣຍຂອງເກົາຫຼີເໜືອ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...