Homeຂ່າວເຫດການກອງປະຊຸມ ກະສິກຳສະອາດ ຕິດພັນກັບຂະແໜງການປູກຝັງ ປະຈຳປີ 2016

ກອງປະຊຸມ ກະສິກຳສະອາດ ຕິດພັນກັບຂະແໜງການປູກຝັງ ປະຈຳປີ 2016

Published on

ໃນວັນທີ 21 ເມສາ 2017 ຜ່ານມາ ກະຊວງກະສິກຳ ແລະປ່າໄມ້ ໄດ້ເປີດກອງປະຊຸມ ກະສິກຳສະອາດ ຕິດພັນກັບຂະແໜງການປູູກຝັງ ປະຈຳປີ 2016 ຢູ່ນະຄອນຫຼວງວຽງຈັນ ເຊິ່ງທ່ານ ວິ​ໄລ​ສຸກ ​ເຄນ​ນະ​ວົງ ຫົວໜ້າ​ກົມ​ປູກຝັງ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້ກ່າວວ່າ: ປັດຈຸບັນ ການ​ຜະລິດ​ກະສິກຳ​ອິນ​ຊີ ທີ່​ເຂົ້າ​ໃນ​ລະບົບ​ມາດຕະຖານ ​ໄດ້​ຂະຫຍາຍ​ອອກ 8 ​ແຂວງ ມີນະ​ຄອນ​ຫລວງ​ວຽງ​ຈັນ, ວຽງ​ຈັນ, ຫລວງ​ພະ​ບາງ,​ ຊຽງ​ຂວາງ,​ ອຸດົມ​ໄຊ,​ ສະຫວັນ​ນະ​ເຂດ, ຈຳປາ​ສັກ ​ແລະ ​ແຂວງ​ໄຊ​ຍະ​ບູລີ ມີ​ກຸ່ມ​ຜູ້​ຜະລິດ ​ແລະ ປະກອບ​ການ ທີ່​ໄດ້​ຮັບ​ໃບຢັ້ງຢືນ​ ຈາກ​ກົມ​ປູກຝັງ​ທັງໝົດ 39 ຫົວໜ່ວຍ ລວມມີ 2 ສູນ​ກະສິກຳ, 14 ບໍລິສັດ, 22 ກຸ່ມ​ໃຫຍ່ 84 ກຸ່ມ​ຍ່ອຍ ​ແລະ 1 ກອງ​ຜະລິດ ຂອງ​ກົມ​ໃຫຍ່​ພະລາ​ທິການ​ກອງທັບ, ລວມມີ​ຊາວ​ກະສິກອນ 2.780 ກວ່າ​ຄອບຄົວ, ກວມ​ເອົາ​ເນື້ອ​ທີ 7.980 ກວ່າ​ເຮັກຕາ, ຜົນ​ຜະລິດ​ທີ່​ໄດ້​ຮັບ​ການ​ຢັ້ງຢືນ ລວມທັງໝົດ 3.370 ກວ່າ​ໂຕນ/ປີ

​ໃນ​ນັ້ນ ​ບັນດາ​ບໍລິສັດທີ່ໄດ້ ໃບຢັ້ງຢືນ​ສົ່ງ​ອອກ ​ຜະລິດ​ຕະພັນ​ອິນ​ຊີ​ເຊັ່ນ: ບໍລິສັດ ​ຜະລິດ​ຕະພັນ​​ລາວ ຂາ​ອອກ-​ຂາ​ເຂົ້າ ຈຳກັດ, ຜະລິດ​ຕະພັນ​ເຂົ້າອິນຊີ ທີ່​ເມືອງ​ສັງ​ທອງ, ຄຣັບກຣິນ ຈຳກັດ ຜະລິດ​ກາ​ເຟຢູ່ ​ເມືອງ​ປາກ​ຊ່ອງ, ​ເຮີ​ລີ​ເທດ ​ໂກຣ​ເວີ ຈຳປາ​ສັກ ອິມພອດ-​ເອກ​ສປອດ ຈຳກັດ ຜະລິດ​ໝາກມ່ວງ​ຫິມະພານ ທີ່ ​ແຂວງ​ຈຳປາ​ສັກ, ບໍລິສັດ​ປູກ​ມອນ-​ລ້ຽງ​ມອນ ​ແລະ ສາວ​ໄໝ ຈຳກັດ ຢູ່ ​ແຂວງ​ຊຽງ​ຂວາງ, ບໍລິສັດ​​ ແຊ​ຟຣອນຈຳກັດ ສົ່ງ​ເສີມ​ເກັບ​ຊື້ ​ແລະ ປຸງ​ແຕ່ງກາ​ເຟອິນ​ຊີ ​ເພື່ອ​ການ​ສົ່ງ​ອອກ ຢູ່​ແຂວງ​ຫລວງ​ພະ​ບາງ, ບໍລິສັດ​ ຊາ​ຈຳປາ​ຄຳ​ລາວ ຈຳກັດ​ຜູ້​ດຽວ ​ດຳ​ເນີນ​ກິດຈະການ​ສົ່ງ​ເສີມ, ​ເກັບ​ຊື້​ ​ແລະ ປຸງ​ແຕ່ງຊາ​ອິນ​ຊີ ຢູ່​ ​ເມືອງ​ໄຊ​ສະຖານ ​ແຂວງ​ໄຊ​ຍະ​ບູລີ.

ດ້ານ​ການ​ສົ່ງ​ເສີມ ການ​ຕະຫລາດ ກົມ​ປູກຝັງ​ໄດ້ສົ່ງ​ເສີມ ​ແລະ ພັດທະນາ​ ຕະຫລາດ​ກະສິກຳ​ອິນ​ຊີ ຂອງ​ກຸ່ມ​ຊາວ​ກະສິກອນ ​ໃນ​ບາງ​ແຂວງ​ເຊັ່ນ: ນະຄອນຫລວງ​ວຽງ​ຈັນ, ຊຽງ​ຂວາງ, ຫລວງ​ພະ​ບາງ ​ແລະ ​ແຂວງ​ສະຫວັນ​ນະ​ເຂດ. ພ້ອມ​ນີ້, ຍັງ​ໄດ້​ຈັດວາງສະ​ແດງ​ສິນຄ້າ​ ກະສິກຳ​ອິນ​ຊີ ກໍ​ຄື ​ໂຄສະນາ​ເຜີຍ​ແຜ່​ ຜ່ານ​ສື່​ປະ​ເພດຕ່າງໆ ​ເພື່ອ​ອຳນວຍ​ຄວາມ​ສະດວກ ​ໃນ​ການ​ເຂົ້າ​ເຖິງ​ຕະຫລາດ ກະສິກຳ​ອິນ​ຊີ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...