Homeຂ່າວຕ່າງປະເທດ"ປູຕິນ" ບໍ່ຢູ່ຊື່ໆ ສົ່ງທັບຣັດເຊຍໄປຕັ້ງຕິດຊາຍແດນເກົາຫຼີເໜືອ

“ປູຕິນ” ບໍ່ຢູ່ຊື່ໆ ສົ່ງທັບຣັດເຊຍໄປຕັ້ງຕິດຊາຍແດນເກົາຫຼີເໜືອ

Published on

ເວັບໄຊ ຂ່າວສົດ ລາຍງານເມື່ອວັນທີ 21 ເມສາ 2017 ທີ່ຜ່ານມາວ່າ ຢາຮູນິວສ໌ ລາຍງານວ່າ ປະທານາທິບໍດີ ວາລາດິເມຍ ປູຕິນ ຜູ້ນຳຣັດເຊຍ ສັ່ງໃຫ້ກອງທັບນຳກຳລັງເຂົ້າຕິດຊາຍແດນທີ່ຕິດເກົາຫຼີເໜືອ ເພື່ອຮັບມືກັບການອົບພະຍົບຂອງຜູ້ຄົນທີ່ຈະໜີຕາຍຂ້າມຊາຍແດນເຂົ້າມາຣັດເຊຍ ຫາກເກີດການໂຈມຕີເກົາຫຼີເໜືອໃນຊ່ວງໄລຍະທີ່ມີຄວາມຂັດແຍ້ງຍັງຄົງເຄັ່ງຕຶງ ເຖິງແມ່ນວ່າກອງເຮືອພິຄາດຂອງກອງທັບສະຫະລັດອາເມລິກາຈະປ່ຽນທິດທາງຈາກເກົາຫຼີເໜືອໄປມະຫາສະໝຸດອິນເດຍແລ້ວກໍ່ຕາມ.

ຂະນະທີ່ຫຼາຍຝ່າຍວິຕົກກັງວົນວ່າການເຄືອນໄຫວດັ່ງກ່າວເປັນສັນຍານຊີ້ເຖິງສະຖານະການທີ່ບໍ່ດີ  ເພາະທາງການຈີນຫາກໍ່ສົ່ງກຳລັງ 150,000 ຄົນ ໄປປະຈຳການໃນພື້ນທີ່ຊາຍແດນເບື້ອງທີ່ຕິດກັບເກົາຫຼີເໜືອ.

https://youtu.be/TsHw8q77B50

ວິດີໂອຈາກ: Ольга Доманова

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...