Homeຂ່າວຕ່າງປະເທດ"ທຣັມ" ຈະເຂົ້າຮ່ວມປະຊຸມສຸດຍອດອາຊຽນ-ອາຊີຕະເວັນອອກຕໍ່ດ້ວຍເອເປກໃນເດືອນພະຈິກ 2017ນີ້

“ທຣັມ” ຈະເຂົ້າຮ່ວມປະຊຸມສຸດຍອດອາຊຽນ-ອາຊີຕະເວັນອອກຕໍ່ດ້ວຍເອເປກໃນເດືອນພະຈິກ 2017ນີ້

Published on

ເວັບໄຊຂ່າວ ມະຕິຊົນ ອອນໄລນ໌ ນຳສະເໜີຂ່າວເມື່ອວັນທີ 20 ເມສາ 2017 ນີ້ວ່າ ທ່ານ ໄມຄ໌ ເພນຊ໌ ຮອງປະທານາທິບໍດີສະຫະລັດອາເມລິກາ ທີ່ຢູ່ໃນລະຫວ່າງການເດີນທາງຢຽມຢາມອິນໂດເນເຊຍ ເປີດເຜີຍເມື່ອວັນທີ 20 ເມສາ 2017 ນີ້ວ່າ ປະທານາທິບໍດີ ໂດນັລ ທຣັມ ຂອງສະຫະລັດ ຈະເຂົ້າຮ່ວມການປະຊຸມສຸດຍອດຜູ້ນຳສຳຄັນຫຼາຍເວທີໃນອາຊີ ໃນເດືອນພະຈິກນີ້ ນັບເປັນສັນຍານທີ່ສະແດງໃຫ້ເຫັນເຖິງພັນທະທີ່ແໜ້ນແຟ້ນບໍ່ສັ່ນຄອນທີ່ສະຫະລັດມີຕໍ່ຊາດພັນທະມິດໃນພາກພື້ນນີ້

ທ່ານ ເພນຊ໌ ເປີດເຜີຍວ່າ ປະທານາທິບໍດີສະຫະລັດ ຈະເດີນທາງເຂົ້າຮ່ວມປະຊຸມສຸດຍອດຜູ້ນຳສະຫະລັດ-ອ່ຊຽນ ແລະ ສຸດຍອດຜູ້ນຳສະຫະລັດ-ອາຊີຕະເວັນອອກທີ່ຟິລິບປິນ ແລະ ການປະຊຸມກຸ່ມການຮ່ວມມືທາງເສດຖະກິດອາຊີ-ແປຊີຟິກ (ເອເປກ) ທີ່ປະເທດຫວຽດນາມເຊິ່ງມີກຳນົດຈະຈັດຂຶ້ນໃນເດືອນພະຈິກ

ຂ່າວລະບຸວ່າ ອະດີດປະທານາທິບໍດີ ບາຣັກ ໂອບາມາຂອງສະຫະລັດ ຖືເປັນແຂກປະຈຳຂອງພາກພື້ນອາຊີ-ແປຊີຟິກ ຈາກການໜູນນະໂຍບາຍຕ່າງປະເທດຄື “ຫັນໜ້າຫາອາຊີ” ທີ່ມຸ່ງເປົ້າໃຫ້ຄວາມສຳຄັນກັນພາກພື້ນນີ້ເພື່ອຖ່ວງດູນອຳນາດ ແລະ ອິດທິພົນຂອງຈີນທີ່ແຜ່ຂະຫຍາຍຢ່າງໄວວາ

ທັງນີ້ ການຕັດສິນໃຈເດີນທາງເຂົ້າຮ່ວມການປະຊຸມຕ່າງໆ ດັ່ງກ່າວຖືເປັນເລືອງໜ້າປະຫຼາດໃຈສຳລັບຫຼາຍຝ່າຍ ຈາກການທີ່ ທຣັມ ໜູນນະໂຍບາຍ “ອາເມລິກາຕ້ອງມາກ່ອນ” ແລະ ການຕັດສິນໃຈໂຍນຄວາມຕົກລົງຫຸ້ນສ່ວນເສດຖະກິດພາກພື້ນແປຊີຟິກ (ທີພີພີ) ເຊິ່ງຖືເປັນເສົາຫຼັກສຳຄັນທາງເສດຖະກິດໃນນະໂຍບາຍຫັນຫາອາຊີຂອງໂອບາມາຖິ້ມໄປ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...