Homeຂ່າວພາຍ​ໃນໂຄງການໂລກໃໝ່ແຫ່ງວຽງຈັນ ພລາຊາເລີ່ມເປີດໃຫ້ຈັບຈອງແລ້ວ

ໂຄງການໂລກໃໝ່ແຫ່ງວຽງຈັນ ພລາຊາເລີ່ມເປີດໃຫ້ຈັບຈອງແລ້ວ

Published on

 

ບໍລິສັດ ຊີເອເອັມຊີອີ ການລົງທຶນລາວ (CAMCE) ເຊິ່ງເປັນເຈົ້າຂອງໂຄງການໂລກໃໝ່ແຫ່ງວຽງຈັນ ທີ່ພວມດຳເນີນ

ການກໍ່ສ້າງຢູ່ແຄມນ້ຳຂອງ, ນະຄອນຫລວງວຽງຈັນ ໄດ້ເລີ່ມເປີດໃຫ້ລູກຄ້າເຂົ້າຈັບຈອງໃນເຂດຂອງໂຄງການແລ້ວ.

 

ທ່ານ ລີ່ປີ່ນຮຸຍ ຜູ້ຈັດການ ໃຫຍ່ບໍລິສັດ CAMCE ໄດ້ກ່າວໃນພິທີແນະນຳໂຄງການ ຕໍ່ລູກຄ້າທີ່ຈັດຂຶ້ນຢູ່ໂຮງແຮມດອນ

ຈັນພາເລດ, ນະຄອນຫລວງວຽງຈັນ ເມື່ອທ້າຍອາທິດຜ່ານມາວ່າ: ໂຄງການໂລກໃໝ່ແຫ່ງວຽງຈັນພລາຊາ ມີເນື້ອທີ່

ປະມານ 46 ພັນຕາແມັດ ທີ່ປະກອບມີສູນການຄ້າຄົບວົງຈອນ, ອາຄານສຳນັກງານສູງຫລາຍສິບຫລັງ, ໂຮງແຮມ,

ສະຖານບັນເທິງ, ສູນສຸຂະພາບ-ກິລາ, ຊຶ່ງມາຮອດປັດຈຸບັນການກໍ່ສ້າງໄດ້ມີຄວາມຄືບໜ້າ ຫລາຍສົມຄວນແລ້ວ ແລະ

ຄາດວ່າຈະໃຫ້ສຳເລັດໃນປີ 2015 ນີ້ ເຊິ່ງຈະກາຍເປັນເຂດເສດຖະກິດແຫ່ງໃໝ່ທີ່ມີຄວາມສວຍງາມ ແລະ ທັນສະໄໝ,

ປະກອບສ່ວນສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ ກັບປະຊາຊົນ ແລະ ກະຕຸ້ນການຂະຫຍາຍຕົວຂອງເສດຖະກິດປະ

ເທດ, ເວົ້າສະເພາະກໍແມ່ນນະຄອນຫລວງວຽງຈັນ ໃຫ້ມີຄວາມຈະເລີນສີວິໄລເທື່ອລະກ້າວ.

 

ສຳລັບລູກຄ້າທີ່ຈັບຈອງຫ້ອງໃນມື້ງານແນະນຳໂຄງການ ແລ້ວມັດຈຳເງິນ 10 ພັນໂດລາສະຫະລັດ ຫລື ປະມານ 80 ລ້ານ

ກີບ ແມ່ນໄດ້ຮັບສ່ວນຫລຸດ 5 ພັນໂດລາສະຫະລັດ ຫລື ປະ ມານ 40 ລ້ານກີບ, ຖ້າມັດຈຳເງິນ 1 ພັນໂດລາສະຫະລັດ ຫລື

ປະມານ 8 ລ້ານກີບ ແລະ ພາຍ ໃນໜຶ່ງອາທິດຈ່າຍມັດຈຳເພີ່ມ ອີກ 9 ພັນໂດລາສະຫະລັດ ຫລື ປະມານ 72 ລ້ານກີບ ຈະ

ໄດ້ຮັບສ່ວນຫລຸດ 4 ພັນໂດລາສະຫະລັດ ຫລື ປະມານ 32 ລ້ານກີບ.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/blog-post_62.html

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...