Homeວິທະຍາສາດ-ວິທະຍາການສະເປນ! ເປີດສະຖານບໍລິການທາງເພດດ້ວຍຕຸກກະຕາຢາງແຫ່ງທຳອິດໃນຢຸໂຣບ

ສະເປນ! ເປີດສະຖານບໍລິການທາງເພດດ້ວຍຕຸກກະຕາຢາງແຫ່ງທຳອິດໃນຢຸໂຣບ

Published on

ເວັບໄຊ໌ຂ່າວຂອງສະເປນລາຍງານວ່າ ເມື່ອວັນທີ 27 ກຸມພາທີ່ຜ່ານມາ ທີ່ເມືອງ ບາເຊໂລນ່າ ປະເທດ ສະເປນ ໄດ້ມີການເປີດສະຖານບໍລິການທາງເພດຮູບແບບໃໝ່ ໃຫ້ບໍລິການສຳລັບພໍ່ບ້ານໃຈກ້າ ຫຼື ຜູ້ບ່າວໂສດອາລົມປ້ຽວ ໄດ້ລອງໃຊ້ບໍລິການທາງເພດດ້ວຍຕຸກກະຕາຢາງສາວສຸດເຊັກຊີ່ ເຖິງ 4 ແບບ 4 ສະໄຕລ ນີ້ຖືວ່າເປັນສະຖານບໍລິການທາງເພດແຫ່ງທຳອິດໃນທະວີບຢຸໂຣບທີ່ໃຫ້ການບໍລິການດ້ວຍຕຸກກະຕາຢາງ ສຳລັບຄ່າບໍລິການນັ້ນຕົກຢູ່ທີ່ 80 ຢູໂຣ ຫຼື ປະມານຫຼາຍກວ່າ 700,000 ກີບ ຕໍ່ຄັ້ງ

ລາຍງານລະບຸວ່າຕຸກກະຕາຢາງຂອງສະຖານບໍລິການທີ່ມີຊື່ວ່າ “ລູມິດໍຣ” ໃນອາພາດເມັ້ນໃຈກາງເມືອງ ບາເຊໂລນ່າ ຜະລິດຂຶ້ນດ້ວຍ “ເທຣໂມພລາສຕິກ ອີລາສໂທເມີຣ” ຕຸກກະຕາແຕ່ລະຕົວຈະນຸ້ມນວນຄ້າຍຜິວໜັງມະນຸດ ແລະ ມີແຂນຂາທີ່ເໜັງຕີງໄດ້ຕາມຫຼັກສະລິລະຮ່າງກາຍຂອງຄົນ ແລະ ເປັນຕຸກກະຕາຢາງແບບດຽວກັນທີ່ໄດ້ຮັບຄວາມນິຍົມຢ່າງສູງໃນຍີ່ປຸ່ນ ແລະ ຈີນ

ລູກຄ້າຂອງ “ລູມິດໍຣ” ສາມາດເລືອກຕຸກກະຕາສາວໄດ້ 4 ແບບ 4 ສະໄຕລ ບໍ່ວ່າຈະເປັນ ລີລີ ສາວເອເຊຍ ສູງ 161 ຊັງຕີແມັດ ທີ່ມີປາກອີ່ມເອີບ ແລະ ມີດວງຕາສີຟ້າ, ນອກຈາກນັ້ນຍັງມີ ໄລຊາ ສາວ ແອຟຣິກາ ຜິວວສີແທນ ສູງ 168 ຊັງຕີແມັດ ແລະ ອາກິ ສາວຜົມສີຟ້າເໝືອນກັບຫຼຸດອອກມາຈາກໜັງສືກະຕຸນຂອງຍີ່ປຸ່ນ ຫຼື ຈະເປັນ ເຄທີ ສາວຜົມສີບລອນ ສູງ 170 ຊັງຕີແມັດ ໂດຍລູກຄ້າຈະສາມາດເລືອກໄດ້ວ່າຈະໃຫ້ຕຸກກະຕາສາວນັ້ນແຕ່ງຕົວແບບໃດກໍ່ໄດ້

ລາຍງານຍັງລະບຸອີກວ່າ ລູກຄ້າຈະໄດ້ພົບກັບຕຸກກະຕາສາວທີ່ເລືອກຢູ່ໃນຫ້ອງສ່ວນຕົວທີ່ໃຫ້ແສງສະຫວ່າງດ້ວຍທຽນໄຂ ພ້ອມມີສຽງເພງເລົ້າໂລມ ແລະ ສາມາດເບິ່ງໂທລະພາບພລາສມາຂະໜາດໃຫຍ່ພ້ອມຄອນເທນສພລັບຜູ້ໃຫຍ່ໃຫ້ເລືອກຊົມ ໂດຍເວັບໄຊຂອງ “ລູມິດໍຣ” ລະບຸວ່າ ລູກຄ້າແນ່ໃຈໄດ້ເຖິງຄວາມສະອາດ ເນື່ອງຈາກຕຸກກະຕາທຸກຕົວຈະຖືກທຳຄວາມສະອາດ ແລະ ຂ້າເຊື້ອຫຼັງໃຊ້ງານທຸກຄັ້ງ ແລະ ແນະນຳໃຫ້ໃສ່ຖົງຢາງອານະໄມກ່ອນມີເພດສຳພັນທຸກຄັ້ງ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...