Homeຂ່າວຕ່າງປະເທດAustralia ຍົກເລີກວີຊ່ານຳເຂົ້າແຮງງານຕ່າງຊາດ 457

Australia ຍົກເລີກວີຊ່ານຳເຂົ້າແຮງງານຕ່າງຊາດ 457

Published on

ນາຍົກລັດຖະມົນຕີ ມັລຄລອມ ເທຣິນບລູ ແຫ່ງອົດສະຕຣາລີ ຖະແຫຼງຜ່ານຄລິບວິດີໂອໂພສຕ໌ລົງເຟສບຸກ ເມື່ອວັນທີ 18 ເມສາ 2017 ວ່າ ລັດຖະບານອົດສະຕຣາລີ ຍົກເລີກວີຊ່າເຮັດວຽກຊົ່ວຄາວ ຫຼື ວີຊ່າ 457 ສຳລັບການນຳເຂົ້າແຮງງານຕ່າງຊາດມີສີມື ແລະ ອອກວີຊ່າຊົ່ວຄາວໃໝ່ 2 ແບບ ໄດ້ແກ່ ວີຊ່າເຮັດວຽກຊົ່ວຄາວສຳລັບແຮງງານມີສີມືອາຍຸ 2 ປີ ກັບວີຊ່າແຮງງານມີສີມືຂັ້ນສູງ ອາຍຸ 4 ປີ ແລະ ເພີ່ມເຂື່ອນໄຂເຊັ່ນ: ປະສົບການເຮັດວຽກ, ທັກສະພາສາອັງກິດຫຼາຍກວ່າເກົ່າ ແລະ ຜ່ານການທົດສອບດ້ານຕະຫຼາດແຮງງານ ລະບົບໃໝ່ຈະເປັນໄປເພື່ອປະໂຫຍດຂອງຊາດຢ່າງດີທີ່ສຸດ

 

ຜູ້ນຳອົດສະຕຣາລີ ກ່າວວ່າ “ເຮົາຈະບໍ່ປ່ອຍໃຫ້ມີວີຊ່າ 457 ຢູ່ໃນໜັງສືການເດີນທາງ ເພື່ອໃຫ້ຕຳແໜ່ງງານ “ສາມາດ” ແລະ “ຄວນ” ຕົກເປັນຂອງຊາວອົດສະຕຣາລີ ແຕ່ຂະນະດຽວກັນ ເປັນເລື່ອງສຳຄັນທີ່ພາກທຸລະກິດຈະເຂົ້າເຖິງທັກສະຄວາມຊຳນານທີ່ຕ້ອງການເພື່ອລົງທຶນ ແລະ ຂະຫຍາຍ ເພື່ອແກ້ໄຂບັນຫາແຮງງານສ່ວນທີ່ຂາດ ລັດຖະບານຈະຕັ້ງກອງທຶນໃໝ່ເພື່ອການຝຶກອົບຮົມໃຫ້ກັບຊາວອົດສະຕຣາລີ ເພື່ອເຕີມເຕັມຊ່ອງວ່າງ ພ້ອມ

ກ່າວເສີມອີກວ່າ ການປະຕິຮູບຂອງອົດສະຕຣາລີໃນເທື່ອນີ້ ມີຈຸດມຸ່ງໝາຍງ່າຍໆຄື “ງານອົດສະຕຣາລີ ແລະ ຄ່ານິຍົມອົດສະຕຣາລີ ໂຄງການອົບພະຍົບຄວນເປັນໄປເພື່ອຜົນປະໂຫຍດແຫ່ງຊາດ ແລະ ນີ້ກໍ່ເປັນເລື່ອງຂອງຜົນປະໂຫຍດອົດສະຕຣາລີທັງໝົດ”

ການອອກວີຊ່າປະເພດນີ້ບໍ່ມີເພດານ ເຄີຍພຸ່ງສູງສຸດເຖິງ 1.26 ແສນຄົນໃນປີ 2012-2013 ໃນສະໄໝລັດຖະບານນາຍົກລັດຖະມົນຕີຈູເລຍ ແລະ ເຄວິດ ຣັດ ກ່ອນຫຼຸດລົງມາຢູ່ທີ່ເກືອບ 96,000 ຄົນ ຮວມເຖິງຄອບຄົວຜູ່ທີ່ຖືວີຊ່າ 457 ຫຼັກດ້ວຍ ສ່ວນຫຼາຍແມ່ນມາຈາກອິນເດຍ ຄິດເປັນ 1 ໃນ 4 ຕາມດ້ວຍອັງກິດ ແລະ ຈີນ ທີ່ 19.5 % ແລະ 5.8% ຕາມລຳດັບ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...