Homeຂ່າວຕ່າງປະເທດອີຢິບຄົ້ນພົບສຸສານບູຮານແຫ່ງໃໝ່

ອີຢິບຄົ້ນພົບສຸສານບູຮານແຫ່ງໃໝ່

Published on

ສຳນັກຂ່າວເອເອຟພີລາຍງານຈາກເມືອງ ລັກຊໍ ປະເທດ ອີຢິບ ເມື່ອວັນທີ 18 ເມສາ ວ່າ ກະຊວງບູຮານຄະດີອີຢິບ ຖະແຫຼງການເມືອວັນອັງຄານທີ່ຜ່ານມາ ວ່າ ໄດ້ພົບຫຼຸມຝັງສົບແຫ່ງ “ຣາຊາວົງທີ 18” ມີໂລງໄມ້ 10 ໂລງ ບັນຈຸຮ່າງມຳມີ່ໄວ້ຢ່າງໜ້ອຍ 8 ຮ່າງ ໃນສຸສານໃຕ້ດິນ ດຣາອະ ອາບັລ ນາກາ ໃກ້ “ພູເຂົາສັກສິດ” ທີ່ມີຊື່ສຽງ ໂດຍເປັນຫຼຸມສົບຂອງຂຸນນາງສູງສັກຄົນໜຶ່ງຊື່ “ຢູເຊີຮັດ” ເຊິ່ງເຮັດໜ້າທີ່ເປັນຜູ້ພິພາກສາຂອງເມືອງໃນສະໄໝນັ້ນ

ມອສຕາຟາ ວາຊີຣີ ຫົວນ້າຄະນະນັກບູຮານຄະດີກ່າວວ່າ ຄະນະຂຸດຄົ້ນຕ້ອງຂົນດິນ ແລະ ຫີນເກືອບ 450 ແມັດ ກວ່າຈະເຂົ້າເຖິງປະຕູສຸສານ ສຸສານທີ່ຄົ້ນພົບໃໝ່ຢູ່ຝາກເບື້ອງຕະເວັນຕົກຂອງແມ່ນ້ຳ ໄນລ ຝັ່ງກົງກັນຂ້າມກັບເມືອງ ລັກຊໍ ສຸສານແຫ່ງນີ້ຖືກເປີດເພື່ອເພີ່ມມຳມີ່ອີກໃນຍຸກ “ຣາຊາວົງທີ 21” ເມື່ອປະມານ 3,000 ປີກ່ອນ ເຊິ່ງເທື່ອນີ້ໄດ້ມີການຕິດຕັ້ງລະບົບກົນໄກເພື່ອປ້ອງກັນການລັກຂະໂມຍສິ່ງຂອງມີຄ່າພາຍໃນສຸສານ ເຈົ້າໜ້າທີ່ຍັງຄົ້ນພົບໝໍ້ດິນທາສີຂາວ, ສົ້ມ ແລະ ຂຽວອີກດ້ວຍ

ທ່ານ ຄາຫລິດ ເອລ-ອີນານີ ລັດຖະມົນຕີກະຊວງບູຮານຄະດີ ກ່າວວ່າ ໜ້າປະທັບໃຈທີ່ພົບຢູຊາບຕິ ຫຼື ຮູບແກະສະລັກຂະໜາດນ້ອຍກວ່າ 1,000 ອັນ,​ ຊາວອີຢິບບຸກບູຮານມັກຈະວາງຢູຊາບຕິໄວ້ໃກ້ກັບສົບ ເພື່ອຄອຍຮັບໃຊ້ດວງວິນຍານໃນປໍຣະໂລກ ການຄົ້ນພົບໃນຄັ້ງນີ້ຖືວ່າມີຄວາມສຳຄັນຫຼາຍ ແລະ ຕອນນີ້ເຈົ້າໜ້າທີ່ຍັງດຳເນີນການຂຸດຄົ້ນຕໍ່ໄປ ເນື່ອງຈາກມີຄວາມເປັນໄປໄດ້ທີ່ຈະຄົ້ນພົບຕື່ມອີກ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...