Homeຂ່າວຕ່າງປະເທດຕຳຫຼວດມາເລເຊຍ ຈັບເຈົ້າໜ້າທີ່ທະນາຄານ ລັກຖອນເງິນຜູ້ໂດຍສານ MH370

ຕຳຫຼວດມາເລເຊຍ ຈັບເຈົ້າໜ້າທີ່ທະນາຄານ ລັກຖອນເງິນຜູ້ໂດຍສານ MH370

Published on

 

ຕຳຫຼວດມາເລເຊຍ ຈັບກຸມເຈົ້າໜ້າທີ່ທະນາຄານພ້ອມກັບສາມີ ສົງໄສວ່າລັກລອບເອົາເງິນ 3 ໝື່ນກ່ວາໂດລາສະ

ຫະລັດຈາກບັນຊີຂອງຜູ້ໂດຍສານ 4 ຄົນ ທີ່ໄປກັບຖ້ຽວບິນ MH370.

 

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ທ່ານ ໄຊນຸດດິນ ອາໝັດ ເຈົ້າໜ້າທີ່ຕຳຫຼວດຂອງນະຄອນຫຼວງກົວລາລຳເປີ

ຂອງມາເລເຊຍ ໄດ້ເປີດເຜີຍວ່າ ຕຳຫຼວດໄດ້ຈັບກຸມເຈົ້າໜ້າທີ່ທະນາຄານພ້ອມກັບສາມີ ໂດຍສົງໄສວ່າ ໄດ້ສໍ້ໂກງ

ເອົາເງິນຈຳນວນ 34,850 ໂດລາສະຫະລັດ ອອກຈາກບັນຊີທະນາຄານຂອງຜູ້ໂດຍສານ 4 ຄົນ ທີ່ໄປກັບເຮືອບິນໂດຍ

ສານຂອງສາຍການບິນມາເລເຊຍແອຣ໌ລາຍ ຖ້ຽວບິນ MH370 ທີ່ສູນຫາຍໄປຕັ້ງແຕ່ເດືອນມີນາທີ່ຜ່ານມາ ເຊິ່ງປະ

ກອບມີຊາວມາເລເຊຍ 2 ຄົນ ແລະ ເປັນຊາວຈີນອີກ 2 ຄົນ.  ເຈົ້າໜ້າທີ່ທະນາຄານ ແລະ ສາມີ ຖືກຕຳຫຼວດຈັບກຸມ

ໂຕໄວ້ໄດ້ ເມື່ອວັນພະຫັດ (14 ສິງຫາ) ທີ່ຜ່ານມາ ໃນຖານະຜູ້ຕ້ອງສົງໄສວ່າ ໄດ້ຖອນເງິນອອກຈາກບັນຊີທະນາຄານ

ຂອງຜູ້ໂດຍສານທັງ 4 ຄົນ ເຊິ່ງຕຳຫຼວດຍັງຄົງຕິດຕາມໂຕຜູ້ຕ້ອງສົງໄສອີກ 1 ຄົນ ທີ່ເປັນຊາຍຊາວປາກິສະຖານ

ໂດຍຕຳຫຼວດເຊື່ອວ່າ ໄດ້ເອົາເງິນໄປສ່ວນໜຶ່ງ ຈາກການໂອນເງິນຜ່ານລະບົບອອນລາຍ ເຊິ່ງເຈົ້າໜ້າທີ່ຕຳຫຼວດ

ໄດ້ປະຕິເສດທີ່ຈະເປີດເຜີຍຊື່ຂອງທະນາຄານດັ່ງກ່າວ ແລະ ຂໍ້ມູນຂອງຜູ້ຕ້ອງສົງໄສ ໂດຍບອກພຽງແຕ່ວ່າຜູ້ກ່ຽວ

ເຮັດວຽກຢູ່ທະນາຄານດັ່ງກ່າວມາໄດ້ 10 ປີແລ້ວ.

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...