Homeຂ່າວຕ່າງປະເທດຍີ່ປຸ່ນຮຽກຮ້ອງໃຫ້ສະຫະລັັດ ແລະ ເກົາຫຼີເໜືອ ໃຊ້ສັນຕິວິທີ ໃນການເຈລະຈາ

ຍີ່ປຸ່ນຮຽກຮ້ອງໃຫ້ສະຫະລັັດ ແລະ ເກົາຫຼີເໜືອ ໃຊ້ສັນຕິວິທີ ໃນການເຈລະຈາ

Published on

ເມື່ອວັນທີ 18 ເມສາ 2017 ເວັບໄຊຂ່າວສົດ ແລະ ເອເອຟພີລາຍງານຄວາມຄືບໜ້າຂອງສະຖານະການຕຶງຄຽດໃນມະຫາສະໝຸດເກົາຫຼີເໜືອ ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ຮຽກຮ້ອງໃຫ້ທຸກຝ່າຍຮ່ວມກັນຫາທາງອອກຢ່າງສັນຕິວິທີ ຫຼັງການຫາລືກັບ ທ່ານ ໄມຕ໌ ເພນຊ໌ ຮອງປະທານາທິບໍດີ ສະຫະລັດອາເມລິກາ ທີ່ນະຄອນຫຼວງ ໂຕກຽວ ປະເທດ ຍີ່ປຸ່ນ ເຊິ່ງໄດ້ເຕືອນເກົາຫຼີເໜືອວ່າບໍ່ຄວນທົດສອບຄວາມອົດທົນຂອງປະທານາທິບໍດີສະຫະລັດອາເມລິກາ “ໂດນັລ ທຣັມ” ໂດຍໄດ້ຢືນຢັນວ່າທາງສະຫະລັດຍັງບໍ່ໄດ້ຕັດທາງເລືອກໃດອອກໄປຮວມເຖິງການແຊກແຊງທາງທະຫານ ສ່ວນຈີນລະບຸວ່າ ຍິນດີສະໜັບສະໜູນໃຫ້ມີການເຈລະຈາເກີດເປັນຮູບປະທຳ ຂະນະທີ່ເກົາຫຼີເໜືອຢືນຢັນວ່າ  ຈະບໍ່ຢຸດຕິການພັດທະນາອາວຸດນິວເຄຣຍ ແລະ ຈະເພີ່ມຄວາມຖີ່ໃນການທົດສອບຂີປະນາວຸດຂ້າມທະວີບ ຫຼື ໄອຊີບີເອັມ ເປັນຕໍ່ອາທິດ, ຕໍ່ເດືອນ ແລະ  ຕໍ່ປີ ພ້ອມຂູ່ວ່າຫາກສະຫະລັດຕັດສິນໃຈໃຊ້ກຳລັງທະຫານ ເກົາຫຼີເໜືອຈະຕອບໂຕ້ດ້ວຍອາວຸດນິວເຄຣຍແບບເຕັມອັດຕາເສິກ

ທ່ານ ຮັນ ຊອງເຣຍ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອ ກ່າວວ່າ ຫາກສະຫະລັດໃຊ້ກຳລັງທະຫານກັບເກົາຫຼີເໜືອກໍ່ຈະນຳໄປສູ່ສົງຄາມເຕັມຮູບແບບ ແລະ ເກົາຫຼີເໜືອຈະພັດທະນາອາວຸດນິວເຄຣຍຕໍ່ໄປ ເພາະອາວຸດນິວເຄຣຍຈະສາມາດຄຸ້ມເກົາຫຼີເໜືອຈາກສະຫະລັດໄດ້,​ ຂະນະທີ່ທ່ານ ຄິມ ອິນ ຮະຍອງ ເອກອັກຄະຣາຊາທູດເກົາຫຼີເໜືອປະຈຳສະຫະປະຊາຊາດ ຫຼື ຢູເອັນ ລະບຸວ່າ ເກົາຫຼີເໜືອມີຄວາມພ້ອມໃນການເຮັດສົງຄາມທຸກຮູບແບບກັບສະຫະລັດຢ່າງສົມນ້ຳສົມເນື້ອ

ດ້ານທ່ານ ເພນຊ໌ ກ່າວວ່າ ສະຫະລັດມີກຳລັງທະຫານ 28,500 ນາຍ ຢູ່ໃນເກົາຫຼີໃຕ້ ແລະ ຈະທຳລາຍລ້າງທຸກການໂຈມຕີຂອງເກົາຫຼີເໜືອ ບໍ່ວ່າຈະເປັນອາວຸດສົງຄາມທົ່ວໄປ ຫຼື ອາວຸດນິວເຄຣຍ ໂດຍສະຫະລັດຈະຕອບໂຕ້ເກົາຫຼີເໜືອດ້ວຍແສນຍານຸພາບທີ່ເໜືອກວ່າຢ່າງແນ່ນອນ ນອກຈານີ້ ທ່ານ ເພນຊ໌ ຍັງປະກາດວ່າ ກົນລະຍຸດການໃຊ້ຄວາມອົດທົນຂອງສະຫະລັດຕໍ່ເກົາຫຼີເໜືອທີ່ໃຊ້ມາດົນກວ່າ 20 ປີ ນັ້ນສິ້ນສຸດລົງແລ້ວ ແລະ ສະຫະລັດມີຄວາມໝັ້ນໃຈວ່າຈີນຈະດຳເນີນການຈັດການກັບເກົາຫຼີເໜືອໄດ້ ແຕ່ຫາກຈີນບໍ່ສາມາດເຮັດໄດ້ ສະຫະລັດຈະດຳເນີນການຈັດການເອງ ຕາມທີ່ປະທານາທິບໍດີ ໂດນັລ ທຣັມ ລະບຸໄວ້ກ່ອນໜ້ານີ້.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...