Homeລົດຍົນ-ຍານພາຫະນະຈອງຈັກຄັນໄວ້ຂີ່ໄປໜອງພະຍາບໍ

ຈອງຈັກຄັນໄວ້ຂີ່ໄປໜອງພະຍາບໍ

Published on

“ແອໂຣໂມບິນ” ລົດບິນໄດ້ເປີດໂຕມາຕັ້ງແຕ່ປີ 2014 ຕົກເປັນຂ່າວຫຼາຍເທື່ອ ເພາະແຮງດຶງດູດຈາກການປະສົມປະສານລະຫວ່າງລົດສີ່ລໍ້ທີ່ໃຊ້ຂັບໄປມາໄດ້ ກັບເຮືອບິນນ້ອຍທີ່ສາມາດໄປຕໍ່ໄດ້ອີກ ເຖິງແມ່ນວ່າຈະບໍ່ມີທາງໃຫ້ແລ່ນແລ້ວກໍຕາມ ຫຼັງສຸດ ບໍລິສັດຈາກປະເທດສະໂລວະເກຍແຫ່ງນີ້ກໍກາຍເປັນຂ່າວອີກ ເທືື່ອນີ້ເນື່ອງຈາກການກຽມຜະລິດມັນອອກມາຂາຍເປັນສິນຄ້າແທ້ໆ.

ຈູຣາດ ວາຊູລິກ ຜູ້ກໍ່ຕັ້ງແລະເປັນປະທານເຈົ້າໜ້າທີ່ບໍລິຫານຂອງບໍລິສັດ ອອກຖະແຫຼງການວ່າ “ແອໂຣໂມບິນ” ທີ່ພັດທະນາມາເລື້ອຍໆ ຈົນເຖິງລຸ້ນຫຼ້າສຸດນີ້ ກຽມເປີດໃຫ້ “ຈອງລ່ວງຫນ້າ” ໄດ້ແລ້ວພາຍໃນປີນີ້ ແລະແມ່ນວ່າຈະບໍ່ມີການຕັ້ງລາຄາຂາຍຂຶ້ນມາ ແຕ່ແອໂຣໂມບິນລຸ້ນໃໝ່ເຊິ່ງຍັງບໍ່ມີການເປີດໂຕຢູ່ໃສ ກຽມເຜີຍໂສມເປັນເທື່ອທຳອິດໃຫ້ໄດ້ກວດສອບຄຸນສົມບັດຢ່າງລະອຽດໃນງານ “ທັອບ ມາເຄວດ ໂມນາໂກ” ເຊິ່ງໄດ້ຊື່ວ່າເປັນງານສະແດງລົດຫຼູລະດັບ “ຊຸບເປີຄາ” ແລະ “ເອັກຄລູຊີບ” ທີ່ສຸດໃນໂລກ ເຊິ່ງຈະເລິ່ມງານໃນວັນທີ 20 ເມສາ 2017 ນີ້.

ຕາມການຖະແຫຼງແບບຜິວເຜີນ ແອໂຣໂມບິນ ລຸ້ນໃໝ່ຫລ້າສຸດນີ້ ຈະເຮັດວຽກເປັນໄດ້ທັງລົດ 4 ລໍ້ ແລະ ເຮືອບິນໄດ້ ຊະນິດເຕັມຮູບແບບ ເຄື່ອງຈັກກໍຖືກປັບປ່ຽນໃຫ້ເປັນິດກັບສິ່ງແວດລ້ອມ ໂດຍຫັນມາໃຊ້ລະບົບໄຮບຣິດແທນ ເພື່ອໃຫ້ໄດ້ປະສິດທິພາບຫຼາຍກວ່າ ເປັນມິດກັບສິ່ງແວດລ້ອມກວ່າເກົ່າ ແຖມຍັງໄວກວ່າ ເມື່ອໃຊ້ໃນການເດິນທາງ ໄລຍະປານກາງ ໃນພື້ນທີ່ເຊິ່ງມີຖະໜົນຫົນທາງຈຳກັດ, ທາງຂີ້ຮ້າຍ ຫຼື ບໍ່ມີເສັ້ນທາງເລີຍ.

ທັງຍັງລະບຸພ້ອມວ່າ “ແອໂຣໂມບິນ” ສ້າງຂຶ້ນໃຫ້ສອດຄ່ອງກັບກົດເກນຂໍ້ບັງຄັບຕ່າງໆ ທີ່ກຳຫນົດເອົາໄວ້ສຳລັບການເຮັດວຽກຂອງທັງລົດແລະເຮືອບິນ ເຊິ່ງອາດຈະໝາຍຄວາມວ່າ ຜູ້ທີ່ຕ້ອງການໃຊ້ລົດບິນໄດ້ຄັນນີ້ ອາດຈຳເປັນຕ້ອງມີທັງ ໃບຂັບຂີ່ ແລະ ໃບອະນຸຍາດຂັບຍົນ ຢູ່ນຳພ້ອມໆ ກັນ ບໍ່ດັ່ງນັ້ນ ກໍຄົງບໍ່ມີປະໂຫຍດຫຍັງແນ່ນອນ.

ແຫຼ່ງຂ່າວ: ມະຕິຊົນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...