spot_img
Homeຂ່າວພາຍ​ໃນຮອງປະທານປະເທດຢໍ້າ ຖ້າໜ່ວຍພັກໃດແກ້ເລື່ອງທຸຈະລິດບໍ່ໄດ້ ຈະຖືກພິຈາລະນາປົດຕຳແໜ່ງ

ຮອງປະທານປະເທດຢໍ້າ ຖ້າໜ່ວຍພັກໃດແກ້ເລື່ອງທຸຈະລິດບໍ່ໄດ້ ຈະຖືກພິຈາລະນາປົດຕຳແໜ່ງ

Published on

ຮອງປະທານປະເທດ ຢືນຢັນວ່າ ຫົວໜ້າໜ່ວຍງານຂອງພັກ ແລະລັດທຸກຂັ້ນ ຈະຕ້ອງຮັບຜິດຊອບ ແກ້ໄຂການທຸຈະລິດ ໃນໜ່ວຍງານຂອງຕົນ ຫາກແກ້ບໍ່ໄດ້ ກໍຈະຖືກພິຈາລະນາປົດອອກຈາກຕຳແໜ່ງ.

ເມື່ອບໍ່ດົນມານີ້, ທ່ານ ປອ. ພັນຄຳ ວິພາວັນ ເລຂາທິການສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ຮອງປະທານປະເທດ ຢືນຢັນວ່າ ບັນຫາຫນຶ່ງທີ່ສູນກາງພັກ ໃຫ້ຄວາມສຳຄັນ ແລະຈະຕ້ອງແກ້ໄຂໃຫ້ໄດ້ຢ່າງຮີບດ່ວນທີ່ສຸດ ຄືບັນການທຸຈະລິດທີ່ເກີດຂຶ້ນຢ່າງກວ້າງຂວາງໃນທຸກຂັ້ນແລະທຸກວົງການທົ່ວສັງຄົມລາວ ໃນປັດຈຸບັນນີ້ ໂດຍສະເພາະແມ່ນການທຸຈະລິດ ໃນວົງການພັກ ແລະລັດ ນັ້ນ ຍັງເປັນບັນຫາທີ່ໄດ້ສົ່ງຜົນກະທົບຕໍ່ສະຖຽນລະພາບທາງການເມືອງ ແລະຄວາມໝັ້ນຄົງຂອງຊາດລາວດ້ວຍ.

ສະນັ້ນ, ເພື່ອສະກັດກັ້ນ ບໍ່ໃຫ້ບັນຫາຮຸນແຮງຂຶ້ນ ທັງຍັງເປັນການສ້າງສັດທາ ຂອງປະຊາຊົນໃຫ້ມີ ຕໍ່ການນຳພາຂອງພັກ ແລະລັດນັ້ນ ສູນກາງພັກ ຈຶ່ງໄດ້ເພີ່ມມາດຕະການເຂັ້ມງວດໃນການສະກັດກັ້ນ ແລະປາບປາມການທຸຈະລິດ ດ້ວຍການກຳນົດໃຫ້ຜູ້ທີ່ເປັນຫົວໜ້າໜ່ວຍງານ ຕ້ອງຮັບຜິດຊອບຕໍ່ການທຸຈະລິດ ທີ່ເກີດຂຶ້ນໃນໜ່ວຍງານຂອງຕົນນຳດ້ວຍ ດັ່ງທີ່ ທ່ານພັນຄຳ ໄດ້ໃຫ້ການຢືນຢັນວ່າ:

“ຖ້າວ່າບໍ່ແກ້ອັນນີ້ ແມ່ນກະທົບເຖິງບົດບາດການນຳພາຂອງພັກ ກະທົບເຖິງຄວາມໝັ້ນຄົງຂອງລະບອບໃໝ່ ຂັ້ນສູນກາງເວົ້າກັນຫຼາຍ ເວົ້າເຖິງຂັ້ນວ່າ ຖ້າວ່າການສໍ້ລາດບັງຫລວງ ພະຍາດອາດຍາສິດ ເກີດຂຶ້ນຢູ່ບ່ອນໃດ ຫົວໜ້າບ່ອນນັ້ນຕ້ອງນຳພາແກ້ໄຂ ໃຫ້ມັນໄດ້ ແກ້ໄຂບໍ່ໄດ້ ຊິໄດ້ພິຈາລະນາຫັນຜູ້ເປັນຫົວໜ້າວ່າກັນແນວນັ້ນເດ້ ເຈົ້າຢູ່ຫັ້ນ ເຈົ້ານຳພາ ເປັນຫຍັງບໍ່ແກ້ ຄັນວ່າເກີດເຮັດໂຄງການຜີຂຶ້ນມາ ເຮັດຢູ່ບ່ອນໃດ ກະແມ່ນເອົາຫົວໜ້າຫັ້ນຊະກ່ອນ ຊິວ່າແນວນັ້ນເດ້ ນັບແຕ່ນີ້ຕໍ່ໄປ”.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...