Home​ຂ່າວທ່ອງທ່ຽວນະຄອນຫຼວງວຽງຈັນກັບກິດຈະກຳມ່ວນຊື່ນໃນໄລຍະບຸນປີໃໝ່ 2017

ນະຄອນຫຼວງວຽງຈັນກັບກິດຈະກຳມ່ວນຊື່ນໃນໄລຍະບຸນປີໃໝ່ 2017

Published on

ນະຄອນຫຼວງ 2017 ກັບເທດສະການປີໃໝ່ ປີນີ້ມີຫຼາຍກິດຈະກຳມ່ວນຊື່ນທີ່ຈັດຢູ່ທີ່ຫາດດອນຈັນ ຖ້າໃຜບໍ່ໄດ້ໄປທາງໃດ ແອັດມິນແນະນຳໃຫ້ໄປຮວມຕົວກັນທີ່ຫາກ ດອນຈັນ ໄປມັນໄປໂຢກກັນໃຫ້ເຕັມທີ່ ເລີ່ມ 12-16 ນີ້ມັນກັນແນ່ນອນ

ສໍາລັບນະຄອນຫຼວງວຽງຈັນເອງກໍມີຫຼາກຫຼາຍກິດຈະກຳດຶງດູດນັກທ່ອງທ່ຽວໃນໄລຍະການສະເຫຼີມສະຫຼອງ ບໍ່ວ່າຈະເປັນກິດຈະກຳທາງສັງຄົມ ແລະທາງສາສະໜາ ໂດຍເລີ່ມຕົ້ນຈາກພິທີໂອບຍອດຄຳພະປາລະມີ 30ທາດ ແລະ ທາສີທຳມະຫາຍໂສກ (ພະທາດຫຼວງວຽງຈັນ) ໃນລະຫວ່າງວັນທີ 6-8 ເມສາທີ່ຜ່ານມາ, ການປະກວດນາງສາວນະຄອນຫຼວງວຽງຈັນ ທີ່ຫາກໍຜ່ານພົ້ນໄປໃນວັນທີ 8 ເມສາ ເພື່ອເລືອກເຟັ້ນເອົານ້ອງນາງສາວມາເປັນລູກສາວພະຍາກະບິນລະພົມທັງເຈັດ.

ໃນວັນທີ 12ເມສາ ຈະມີພິທີບາສີສູ່ຂວັນອວຍພອນບັນດາການນຳນະຄອນຫຼວງວຽງຈັນ.

ວັນທີ 14ເມສາ ຈະມີການແຫ່ພະພຸດທະຮູບ ແລະຫົວພະຍາກະບິນລະພົມອ້ອມເມືອງແລະໄຫວ້ພະເຈົ້າໃຫຍ່ອົງຕື້

ວັນທີ 16ເມສາ ຈະມີພິທີຕັກບາດຕາມວັດວາອາຮາມຕາມຮີດຄອງປະເພນີ

ຕະຫຼອດງານບຸນສະເຫຼີມສະຫຼອງປີໃໝ່ຈະມີອີກຫຼາຍກິດຈະກຳທີ່ຈັດຂຶ້ນບໍລິເວນຫາດດອນຈັນ ໄດ້ມີການສ້າງຕູບຫຍ້າແບບລາວໆຫຼາຍກວ່າ 100 ຫຼັງຮອງຮັບນັກທ່ອງທ່ຽວ ແລະມີການສະແດງສິລະປະຈາກສິລະປິນທີ່ມີຊື່ສຽງທັງພາຍໃນ ແລະຕ່າງປະເທດ, ມີຈຸດກິລາ, ສວນຫຼິ້ນນ້ຳ, ຕີໄກ່, ມວຍນ້ຳ ແລະ ອື່ນໆ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...