Homeຂ່າວຕ່າງປະເທດຂາຍປີ້ຍົນເກີນຫຼາກຜູ້ໂດຍສານລົງຈາກເຮືອບິນ

ຂາຍປີ້ຍົນເກີນຫຼາກຜູ້ໂດຍສານລົງຈາກເຮືອບິນ

Published on

ສຳນັກຂ່າວເອພີລາຍງານຈາກເມືອງ ຊິຄາໂກ ປະເທດສະຫະລັດ ອາເມລິກາ ເມື່ອວັນທີ10 ເມສາ 2017 ວ່າ ພາບບັນທຶກວິດີໂອສະແດງໃຫ້ເຫັນເຈົ້າໜ້າທີ່ຮັກສາຄວາມປອດໄພ 3 ຄົນ ຂອງສະໜາມບິນ ໂອແຮ ເມືອງ ຊິຄາໂກ ລັດອິລລິນອຍສ໌ ລາກດຶງຜູ້ໂດຍສານຊາຍຄົນໜຶ່ງ ລົງຈາກທ້ຽວບິນ 3411 ສາຍການບິນ ຢູໄນເຕັດ ແອຣໄລນ ທີ່ກຳ ລັງຈະອອກເດີນທາງໄປເມືອງ ຫລຸຍສະວິລ ລັດເຄນທັດກີ ເມື່ອແລງວັນອາທິດທີ່ຜ່ານມາ

ເຫດເກີດຂຶ້ນເມື່ອຫຼັງຈາກຜູ້ໂດຍສານຂຶ້ນເຄື່ອງບິນໝົດແລ້ວ ພະນັກງານຕ້ອນຮັບເທິງເຮືອບິນຂອງຢູໄນເຕັດ ປະກາດຕໍ່ທຸກຄົນວ່າ ຕ້ອງການໃຫ້ຜູ້ໂດຍສານ 4 ຄົນສະໝັກໃຈສະຫຼະບ່ອນນັ່ງ ໃຫ້ພະນັກງານສຳຮອງຂອງຢູໄນເຕັດ ທີ່ຈຳເປັນຕ້ອງເດີນທາງໄປເມືອງຫລຸຍສະວິລໃນວັນຈັນ ເພື່ອທຳການບິນໃນອີກທ້ຽວບິນໜຶ່ງ ແລະ ເຮືອບິນຈະບໍ່ອອກເດີນທາງຈົນກວ່າພະນັກງານສຳຮອງຂອງບໍລິສັດຈະມີບ່ອນນັ່ງ

ທ່ານ ຊາລີ ໂຮບາຣ ໂຄສົກຂອງຢູໄນເຕັດແອໄລນ ກ່າວວ່າ ພະນັກງານຢູໄນເຕັດປະກາດລາຍຊື່ລູກຄ້າ 4 ຄົນທີ່ຈະຕ້ອງລົງຈາກເຄື່ອງ ແລະ 3 ຄົນກໍ່ຍອມປະຕິບັດຕາມໂດຍດີ ມີພຽງ 1 ຄົນ ປະຕິເສດ ຈິ່ງໄດ້ຮຽກເຈົ້າໜ້າທີ່ຮັກສາຄວາມປອດໄພຂອງສະໜາມບິນຂຶ້ນມາ “ເຮົາປະຕິບັດຕາມຂະບວນການທີ່ຖືກຕ້ອງແລ້ວ” ໂຮບາຣ ໄດ້ເຜີຍຕໍ່ສຳນັກຂ່າວເອພີທາງໂທລະສັບ “ເຮືອບີນຕ້ອງອອກເດີນທາງ ເຮົາຕ້ອງການນຳພາລູກຄ້າຂອງເຮົາໄປສູ່ຈຸດໝາຍ ແຕ່ເມື່ອສຸພາບບູລຸດທ່ານໜຶ່ງບໍ່ຍອມລົງຈາກເຄື່ອງ ເຮົາຈະເປັນຕ້ອງຮຽກສຳນັກງານຕຳຫຼວດຊິຄາໂກ”

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...