Homeຂ່າວເຫດການລາວຈະຈັບ ໂກຕີ ສົ່ງໃຫ້ໄທຫຼືບໍ່?

ລາວຈະຈັບ ໂກຕີ ສົ່ງໃຫ້ໄທຫຼືບໍ່?

Published on

ວານນີ້, ວັນທີ 7 ເມສາ 2017 ຫຼາຍສຳນັກຂ່າວໃນໄທ ລາຍງານວ່າ ທ່ານພົນເອກ ປຣະວິດ ວົງສຸວັນ ຮອງນາຍົກລັດຖະມົນຕີແລະລັດຖະມົນຕີວ່າການປ້ອງກັນປະເທດຂອງໄທ ໄດ້ສັ່ງການໃຫ້ສະພາຄວາມໝັ້ນຄົງແຫ່ງຊາດສົ່ງໜັງສືເຖິງກົມໃຫຍ່ສັນຕິບານກະຊວງປ້ອງກັນຄວາມສະຫງົບຂອງລາວ ເພື່ອຂໍໃຫ້ຊ່ວຍຈັບໂຕ ທ້າວ ວຸດທິພົງ ກະຊະທຳມະຄຸນ ຫຼືໂກຕີ ທີ່ຝ່າຍໄທເຊື່ອວ່າກຳລັງລີ້ຊ່ອນຢູ່ໃນປະເທດລາວ ສົ່ງຄືນໃຫ້ຕົນ(ໄທ) ເພື່ອດຳເນີນຄະດີ.

ແລ້ວຄຳຖາມກໍມີຢູ່ວ່າ ”ລາວຈະຈັບ ໂກຕີ ສົ່ງໃຫ້ໄທຫຼືບໍ່?“

ແນ່ນອນ, ຖ້າຫາກວ່າ ໂກຕີ ມີຄວາມຜິດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການສົ່ງຜູ້ຮ້າຍຂ້າມແດນແທ້ ແລະກຳລັງລີ້ຢູ່ໃນປະເທດລາວແທ້ໆ ຝ່າຍທາງການລາວກໍຄົງຕອບສະໜອງຕາມຄວາມຮຽກຮ້ອງຂອງທາງການໄທຢ່າງແນ່ນອນ ແຕ່ກໍຕ້ອງເບິ່ງກ່ອນວ່າ ໂກຕີ ໄດ້ກະທຳຄວາມຜິດແບບໃດ ແລະ ໄດ້ກຳລັງລີ້ຊ່ອນຢູ່ໃນ ສປປ ລາວ ຕາມທີ່ທາງການໄທກ່າວຫຼືບໍ່?.

ກົດໝາຍວ່າດ້ວຍ ການສົ່ງຜູ້ຮ້າຍຂ້າມແດນ ສະບັບປີ 2012 ໄດ້ນິຍາມຜູ້ຮ້າຍຂ້າມແດນວ່າ: ແມ່ນບຸກຄົນທີ່ຖືກກ່າວຫາ ຫຼືໄດ້ຖືກສານຕັດສິນວ່າເປັນຜູ້ກະທຳຄວາມຜິດທາງອາຍາຢູ່ລັດຕ່າງປະເທດ ແຕ່ໄດ້ເອົາໂຕລົບໜີມາຢູ່ ສປປ ລາວ ຫຼືຖືກກ່າວຫາ ຫຼືຖືກສານຕັດສິນຢູ່ ສປປ ລາວ ແຕ່ໄດ້ເອົາໂຕລົບໜີໄປຢູ່ ດິນແດນຂອງລັດຕ່າງປະເທດ.

ໃນຂະນະດຽວກັນກົດໝາຍວ່າດ້ວຍ ການສົ່ງຜູ້ຮ້າຍຂ້າມແດນ ຂອງ ສປປ ລາວ ກໍໄດ້ກຳນົດເງື່ອນໄຂການປະຕິເສດຄຳຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນໄວ້ວ່າ ຄຳຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນ ຈະຖືກປະຕິເສດໃນກໍລະນີໃດໜຶ່ງດັ່ງນີ້:
1. ການກະທຳຜິດທາງດ້ານການເມືອງ ເປັນຕົ້ນ ການຕໍ່ສູ້ເພື່ອອິດສະຫຼະພາບ, ສັນຕິພາບ ແລະຄຳເຫັນທາງດ້ານການເມືອງ
2. ການກະທຳຜິດທາງທະຫານຂອງລັດທີ່ຮ້ອງຂໍ ເປັນຕົ້ນແມ່ນການລົບໜີຈາກການເປັນທະຫານພັນທະ, ການບໍ່ປະຕິບັດຄຳສັ່ງຂອງຜູ້ບັງຄັບບັນຊາ.
3. ການດຳເນີນຄະດີ ຫຼື ການປະຕິບັດໂທດ ກ່ຽວກັບການກະທຳຜິດທີ່ຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນ ເປັນໂມຄະຕາມກົດໝາຍຂອງລັດທີ່ຮ້ອງຂໍ ແລະຕາມກົດໝາຍຂອງ ສປປ ລາວ.
4. ສານຂອງ ສປປ ລາວ ໄດ້ຕັດສິນ ຫຼືພິພາກສາຢ່າງເດັດຂາດແລ້ວ ກ່ຽວກັບບຸກຄົນທີ່ຕ້ອງການໂຕ ໃນສະຖານການກະທຳຜິດດຽວກັນ ກ່ອນການຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນ.
5. ການຕັດສິນຂອງສານ ຂອງລັດທີ່ຮ້ອງຂໍນັ້ນ ໄດ້ດຳເນີນໂດຍລັບຫຼັງ ເວັ້ນເສຍແຕ່ລັດທີ່ຮ້ອງຂໍນັ້ນໄດ້ຮັບປະກັນວ່າ ບຸກຄົນທີ່ຕ້ອງການໂຕນັ້ນຈະມີໂອກາດໄດ້ຕໍ່ສູ້ຄະດີຢ່າງເປັນທຳ ແລະຈະໄດ້ຖືກພິຈາລະນາຄະດີຄືນໃໝ່ໂດຍການເຂົ້າຮ່ວມຂອງຜູ້ກ່ຽວ.

ໃນຂະນະດຽວກັນ ກໍໄດ້ນຳນົດເງື່ອນໄຂການປະຕິເສດການສົ່ງຜູ້ຮ້າຍຂ້າມແດນໄວ້ວ່າ ການສົ່ງຜູ້ຮ້າຍຂ້າມແດນອາດຖືກປະຕິເສດໃນກໍລະນີໃດໜຶ່ງດັ່ງນີ້:
1. ສປປ ລາວ ມີສິດອຳນາດຕາມກົດໝາຍ ໃນການດຳເນີນຄະດີຕໍ່ການກະທຳຜິດໃດໜຶ່ງ ທີ່ໄດ້ອ້າງເຖິງຢູ່ໃນຄຳຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນ ແລະຈະດຳເນີນຄະດີຕໍ່ບຸກຄົນທີ່ຕ້ອງການໂຕ.
2. ສປປ ລາວ ກຳລັງດຳເນີນຄະດີຕໍ່ບຸກຄົນທີ່ຖືກຮ້ອງຂໍ ໃຫ້ສົ່ງໂຕກ່ຽວກັບການກະທຳຜິດດຽວກັນ.
3. ສປປ ລາວ ເຫັນວ່າການສົ່ງຜູ້ຮ້າຍຂ້າມແດນ ອາດບໍ່ຊອດຄ່ອງກັບເຫດຜົນທາງດ້ານມະນຸດສະທຳ ອັນເນື່ອງມາຈາກບັນຫາເຊື້ອຊາດ, ສັນຊາດ, ສາດສະໜາ, ເຜົ່າ, ເພດ, ຖານະທາງດ້ານສັງຄົມ ຫຼືຖານະທາງດ້ານເສດຖະກິດ ຂອງບຸກຄົນທີ່ຕ້ອງການໂຕ ເຊິ່ງອາດຖືກທໍລະມານ ຫຼືຖືກປະຕິບັດຢ່າງໄຮ້ມະນຸດສະທຳ.

ແນວໃດກໍຕາມ, ມາຮອດປັດຈຸບັນນີ້ ຍັງບໍ່ໄດ້ຮັບການຢືນຢັນຫຼືປະຕິເສດຈາກທາງການລາວວ່າ ໂກຕີ ບຸກຄົນທີ່ທາງການໄທຕ້ອງການໂຕນັ້ນ ໄດ້ມາລົບລີ້ຢູ່ໃນ ສປປ ລາວ ຕາມຂໍ້ສົງໄສຂອງໄທແທ້ຫຼືບໍ່ ຫຼືຢູ່ບ່ອນໃດກັນແທ້ ເຊິ່ງຖ້າຫາກມີຫຼັກຖານທີ່ໜ້າເຊື່ອຖືໄດ້ວ່າ ໂກຕີ ໄດ້ລີ້ຢູ່ໃນ ສປປ ລາວແທ້ ແລະບໍ່ມີເງື່ອນໄຂໃດທີ່ນອນຢູ່ໃນ ເງື່ອນໄຂການປະຕິເສດຄຳຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນ ແລະ ເງື່ອນໄຂການປະຕິເສດການສົ່ງຜູ້ຮ້າຍຂ້າມແດນໃດໆ ແລ້ວ ກໍບໍ່ຕ້ອງສົງໄສວ່າ ທາງການລາວຈະຈັບແລະສົ່ງ ໂກຕີ ໃຫ້ແກ່ໄທຫຼືບໍ່ ເພາະແນ່ນອນວ່າ ລາວຈະຖືກົດໝາຍເປັນເກນໃນການປະຕິບັດວຽກງານດ້ວຍຄວາມຍຸດຕິທຳ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...