Homeຂ່າວພາຍ​ໃນຄວາມສຳພັນ ລາວ-ໄທ ຍິ່ງໃຫຍ່ກວ່າ...

ຄວາມສຳພັນ ລາວ-ໄທ ຍິ່ງໃຫຍ່ກວ່າ…

Published on

ເຖິງແມ່ນວ່າເຫດການລີ່ນ່າຈັງໄປຍື່ນໜັງສືຢູ່ສະຖານທູດລາວຈະຜ່ານມາຫຼາຍວັນແລ້ວກໍຕາມ ແຕ່ເບິ່ງຄືວ່າກະແສຟອງຂອງນ້ຳລາຍລະຫວ່າງ ລີນ່າຈັງ ຄົນດັງຂອງໄທ ກັບເຫຼົ່ານັກທ່ອງເຟສບຸກລາວຜູ້ສົມມຸດໂຕເອງວ່າຮັກຊາດ ຍັງກຳລັງພົ່ນໃສ່ກັນບໍ່ຢຸດຢັ້ງ ເຖິງປານນັ້ນກໍຕາມ ບັນຫາທີ່ລີນ່າຈັງຮຽກຮ້ອງເບິ່ງຄືຍັງມິດງຽບ ຄ້າຍຄືວ່າການສະແດງອອກເຖິງຄວາມຮັກຊາດ, ຮັກສະຖາບັນ ຂອງລີ່ນ່າຈັງ ບໍ່ເປັນທີ່ໜ້າສົນໃຈຂອງທາງການລາວ-ໄທພໍທໍ່ໃດ ຫຼືວ່າ “ຄວາມສຳພັນລາວກັບໄທຍິ່ງໃຫຍ່ກວ່າ ລີນ່າຈັງ ?”

ຄົນລາວປະເທດລາວເຄົາລົບແລະໃຫ້ກຽດຕໍ່ທຸກປະເທດໃນໂລກ ໂດຍສະເພາະແມ່ນບັນດາປະເທດເພື່ອນບ້ານໃກ້ຄຽງ ແລະສະເພາະລົງໄປອີກ ຄົນລາວໂດຍລວມກໍໃຫ້ຄວາມຮັກຄວາມເຄົາລົບນັບຖືຕໍ່ສະຖາບັນພະມະຫາກະສັດຂອງໄທ ແລະບໍ່ມີເຫດຜົນໃດໆ ທີ່ຄົນລາວຈະຈາບຈ້ວງລ່ວງເກີນລັດຖະບານປະເທດອື່ນກໍຄືສະຖາບັນທີ່ປະເທດອື່ນໃຫ້ຄວາມເຄົາລົບນົບໄຫວ້ຢູ່.

ນາງ ລີນາ ຈັງຈັນຈາ (ຊື່ເກົ່າ ລີນາ ແຊ່ຈັງ) ຫຼື ລີນ່າຈັງ ເປັນຄົນໄທເຊື້ອສາຍຈີນ (ມີພໍ່ແມ່ເປັນຄົນຈີນ) ການສຶກສາຈົບປະລິນຍາຕີ ນິຕິສາດ-ລັດຖະສາດ ຈາກມະຫາວິທະຍາໄລລາມຄຳແຫງ, ປະກອບອາຊີບຂາຍເຄື່ອງສຳອາງ ແລະເປັນທະນາຍຄວາມ. ເຄີຍລົງສະໝັກຮັບເລືອກຕັ້ງ 4 ຄັ້ງ ເດີນສາຍຫາສຽງຢ່າງເອົາເປັນເອົາຕາຍ (ຫາສຽງຈົນຕົກຄອງແສນແສບ ເປັນເຫດໃຫ້ຜູ້ຊ່ວຍເສຍຊີວິດ) ແຕ່ບໍ່ໄດ້ຮັບການເລືອກຕັ້ງຈັກຄັ້ງ. ເຄີຍສະແດງໜັງ 2 ເລື່ອງ ຄື ແຕວເຕະຕີນລະເບີດ ແລະ ຫໍແຕວແຕກ ແຫກກະເຈີງ. ຈຸດເດັ່ນຂອງລີນ່າຈັງເປັນຄືແຕ່ງໜ້າແຕ່ງໂຕໂດດເດັ່ນບໍ່ຄືໃຜແລະໃຊ້ວາຈາຫຍາບຄາຍອອກສື່.

ວັນທີ 4 ເມສາ 2017 ທີ່ຜ່ານມາ ລີນ່າຈັງ ໄດ້ເດິນທາງໄປຍື່ນໜັງສືຢູ່ສະຖານທູດລາວ ປະຈຳນະຄອນຫຼວງບາງກອກ ປະເທດໄທ ເພື່ອຮຽກຮ້ອງໃຫ້ລັດຖະບານລາວຈັບໂຕ ໂກຕີ ຜູ້ທີ່ທາງການໄທສົງໄສວ່າຜູ້ກ່ຽວລີ້ໄພຢູ່ໃນປະເທດລາວ ສົ່ງໃຫ້ໄທດຳເນີນຄະດີ. ແຕ່ໃນຂະນະທີ່ໄປຍື່ນໜັງສື ລີນ່າຈັງ ຕ້ອງການສິດທິພິເສດຄື ຕ້ອງການຈະເອົາໂທລະສັບເຂົ້າໄປເພື່ອຖ່າຍທອດສົດທາງເຟສບຸກໃນເວລາຍື່ນໜັງສື ຫຼືບໍ່ກໍຕ້ອງໃຫ້ເຈົ້າໜ້າທີ່ທູດອອກມາຮັບໜັງສືດ້ວຍໂຕເອງຢູ່ນອກສະຖານທູດ ໂດຍອ້າງວ່າຖ້າທາງເຈົ້າໜ້າທີ່ສະຖານທູດບໍ່ໃຫ້ເອົາໂທລະສັບເຂົ້າໄປຖ່າຍ ກໍບໍ່ຮູ້ວ່າຈະເກີດຫຍັງຂຶ້ນກັບຕົນເອງ. ກໍຄືກົດ ເຈົ້າໜ້າທີ່ສະຖານທູດບໍ່ໄດ້ອອກມາຮັບໜັງສືແຕ່ຢ່າງໃດ ແຕ່ອະນຸຍາດໃຫ້ ລີນ່າຈັງ ເຂົ້າໄປຍື່ນໜັງສືຢູ່ປ່ອງຍື່ນໜັງສື ປົກກະຕິຄືກັບປະຊາຊົນທົ່ວໄປ. ໂດຍໃນຂະນະທີ່ຢືນລໍຖ້າຢູ່ຂ້າງນອກສະຖານທູດນັ້ນ ນາງ ລີນ່າຈັງ ໄດ້ຢໍ້ຳເຖິງຄວາມຮັກສະຖາບັນ, ຢໍ້ຳວ່າສະຖານທູດລາວອາໄສຢູ່ໃນປະເທດໄທຕ້ອງໃຫ້ກຽດຄົນໄທ, ອ້າງວ່າຕົນເອງເປັນທະນາຍຄວາມມາສິບກວ່າປີ ຮູ້ຈັກລະບຽບຂັ້ນຕອນເປັນຢ່າງດີ ແລະບໍ່ຍອມເຂົ້າໄປຂ້າງໃນສະຖານທູດເພາະຢ້ານບໍ່ປອດໄພ.

ຕໍ່ເຫດການດັ່ງກ່າວນັ້ນ, ເຮັດໃຫ້ຄົນລາວຫຼາຍຄົນໃນສື່ສັງຄົມອອນລາຍໄດ້ ອອກມາຕອບໂຕ້ນາງລີນ່າຈັງວ່າ ການຖືສິດທິພິເສດ, ການກ່າວຫາວ່າລັດຖະບານລາວໃຫ້ທີ່ລີ້ຊ່ອນແກ່ ໂກຕີແລະພັກພວກ ແລະກ່າວຫາວ່າເຂົ້າໄປໃນສະຖານທູດລາວແລ້ວຢ້ານບໍ່ປອດໄພນັ້ນ ເປັນຄຳກ່າວທີ່ສໍ່ໃຫ້ຄົນທີ່ຟັງເຂົ້າໃຈວ່າປະເທດລາວໃຫ້ການສະໜັບສະໜຸນແກ່ກຸ່ມຜູ້ຕ້ານລັດຖະບານໄທ ແລະສະຖານທູດລາວໃນປະເທດໄທບໍ່ມີຄວາມປອດໄພ ເຊິ່ງຖືວ່າເປັນຄຳເວົ້າທີ່ບໍ່ເໝາະສົມແລະເປັນຄຳກ່າວຫາທີ່ຮ້າຍແຮງ. ກະແສຕ້ານລີນ່າຈັງໄດ້ຟົດສະໜັ່ນໄປທົ່ວສັງຄົມອອນລາຍຂອງລາວ ແລະຝ່າຍລີນ່າຈັງກໍຍັງບໍ່ຢຸດໃນການກ່າວສຽດສີປະເທດລາວຢູ່ຕໍ່ມາ.

ແນວໃດກໍຕາມ, ການຖົ່ມນໍ້າລາຍໃສ່ກັນນັ້ນບໍ່ດີທັງສອງຝ່າຍ, ການດ່າກັນກັບໄປກັບມາສົ່ງຜົນເສຍທັງສອງຝ່າຍ ດັ່ງຄຳເວົ້າຂອງທ່ານ ພຸດທະທາດ ເກຈິອາຈານດ້ານປັດຊະຍາຂອງໄທໄດ້ເວົ້າໄວ້ວ່າ “ໝາເຫົ່າຢ່າເຫົ່າຕອບ ເພາະຈະມີໝາເພິ່ມຂຶ້ນອີກໜຶ່ງໂຕ” ນັ້ນກໍໝາຍຄວາມວ່າ ການດ່າຄົນທີ່ດ່າເຮົານັ້ນເໝືອນກັນກັບການຕີໂຕເຮົາຕໍ່າລົງເທົ່າກັບບຸກຄົນນັ້ນໆ.

ດັ່ງນັ້ນ, ເຖິງເວລາແລ້ວທີ່ຄົນລາວເຮົາຄວນຈະຕ້ອງຢຸດຕິໃນການຕອບໂຕ້ ລີນ່າຈັງ ເພາະເຮົາກໍຮູ້ດີວ່າທັງຄົນລາວແລະຄົນໄທສ່ວນໃຫຍ່ ກໍຄົງບໍ່ມີໃຜເຫັນດີເຫັນພ້ອມກັບການສະແດງອອກຂອງ ລີນ່າຈັງ ແລະແນ່ນອນຄົນລາວສ່ວນຫຼາຍກໍບໍ່ໄດ້ເຫັນດີເຫັນພ້ອມກັບການທີ່ຄົນລາວອອກມາດ່າລີນ່າຈັງເຊັ່ນກັນ ເພາະຖ້າຍັງສືບຕໍ່ສະນ້ຳລາຍໃສ່ກັນແບບນີ້ ກໍຈະມີແຕ່ເຮັດໃຫ້ມີກິ່ນເໝັນທັງສອງຝ່າຍ.

ເມື່ອສາຍສຳພັນອັນດີງາມຂອງລາວກັບໄທທີ່ຖືກສ້າງສົມມາແຕ່ດົນນານນັ້ນ ມີປະໂຫຍດຕໍ່ປະເທດຊາດແລະສັງຄົມຂອງທັງສອງປະເທດ ໝາກຜົນຂອງຄວາມຮັກຄວາມສາມັກຄີຂອງປະຊາຊົນສອງຊາດ ໄດ້ສ້າງໃຫ້ບັນຍາກາດຂອງການທຳມາຄ້າຂາຍ ການປົກປັກສາແລະສ້າງສາພັດທະນາປະເທດຊາດມີຄວາມລາບລື່ນ ປະເທດລາວແລະໄທບໍ່ສາມາດຍົກຍ້າຍໜີຈາກກັນໄດ້ ສິ່ງທີ່ດີງາມທີ່ເຮົາຮ່ວມສ້າງນຳກັນມາກໍບໍ່ສົມຄວນທີ່ຈະຖືກຕັດຮອນດ້ວຍປາກຂອງຄົນບໍ່ເທົ່າໃດຄົນ.

“ລາວກັບໄທເຮົາຮັກແພງກັນ ເຮົາບໍ່ຍອມໃຫ້ໃຜມາສ້າງບັນຫາ ແບ່ງແຍກແຕກສາມັກຄີ”

ລາວໂພສຕ໌ 8 ເມສາ 2017
ລິດຈະນາ ງາມວິໄລ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...