Homeຂ່າວຕ່າງປະເທດຄອບຄົວທຣັມ! ຕ້ອນຮັບການໄປຢ້ຽມຢາມຂອງປະທານາທິບໍດີ "ສີ ຈິ້ນ ຜິງ" ພ້ອມພັນລະຍາຢ່າງອົບອຸ່ນ

ຄອບຄົວທຣັມ! ຕ້ອນຮັບການໄປຢ້ຽມຢາມຂອງປະທານາທິບໍດີ “ສີ ຈິ້ນ ຜິງ” ພ້ອມພັນລະຍາຢ່າງອົບອຸ່ນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ປລາມບີຊ ລັດຟໍຣິດາ ປະເທດສະຫະລັດອາເມລິກາ ເມື່ອວັນທີ 6 ເມສາ 2017 ວ່າ ປະທານາທິບໍດີ ໂດນັລ ທຣັມ ຜູ້ນຳສະຫະລັດ ແລະ ທາງ ນາງ ເມລາເນຍ ທຣັມ ພັນລະຍາໃຫ້ການຕ້ອນຮັບປະທານາທິບໍດີ ສີ ຈິ້ນຜິງ ຜູ້ນຳປະເທດຈີນ ພ້ອມພັນລະຍາທ່ານ ນາງ ເຜິງ ລີ່ຫຍວນ ທີ່ີຣີສອດ ມາຣ-ອາ-ລາໂກ ໃນເມືອງ ປລາມບິຊ  ເຊິ່ງຈະມາຢ້ຽມຢາມໃນລະຫວ່າງວັນທີ 6-7 ເມສາ 2017. ນີ້ຖືເປັນການພົບກັນຄັ້ງທຳອິດຂອງຜູ້ນຳສອງປະເທດ ທ່າມກາງສະພາບເຫດການທີ່ຕຶງຄຽດທັງໃນຊີເຣຍ ແລະ ມະຫາສະໝຸດເກົາຫຼີ ໂດຍກ່ອນໜ້າທີ່ງານລ້ຽງອາຫານຄ່ຳຈະເລີ່ມຂຶ້ນ ທ່ານ ທຣັມ ແລະ ທ່ານ ສີ ຈິ້ນຜິງ ໄດ້ມີການຫາລືກັນແບບສ່ວນຕົວເປັນເວລາດົນ ກ່ອນທີ່ຜູ້ນຳສະຫະລັດກ່າວໃນເວລາຕໍ່ມາວ່າ  ຄວາມສຳພັນລະຫວ່າງສອງປະເທດມີການ “ພັດທະນາຂຶ້ນ”

ທຳນຽມຂາວເຜີຍວ່າ ເຫດຜົນທີ່ເລືອກຣີສອດມາຣ໌-ອາ-ລາໂກ ເປັນສະຖານທີ່ພົບປະກັນລະຫວ່າງສອງປະເທດໃນລະຫວ່າງວັນທີ 6-7 ເມສາ 2017 ນີ້ ເນື່ອງຈາກຕ້ອງການສ້າງບັນຍາກາດທີ່ຜ່ອນຄາຍຫຼາຍທີ່ສຸດ ແຕ່ຈະບໍ່ມີການອອກຮອບຕີກ໊ອຟລະຫວ່າງຜູ້ນຳສອງປະເທດ ເຖິງແມ່ນວ່າ ກິລາຕີກ໊ອຟຈະເປັນກິລາຍອດນິຍົມຂອງສະຫະລັດກໍ່ຕາມ ເນື່ອງຈາກກິລາກ໊ອຟເປັນກິດຈະກຳ ຄໍລັບຊັ່ນ ໃນສາຍຕາຂອງລັດຖະບານປັກກິ່ງ

ໃນສ່ວນຫົວຂໍ້ທີ່ຍົກຂຶ້ນມາສົນທະນາຫາລືກັນນັ້ນແມ່ນເນັ້ນໜັກໄປທາງເກົາຫຼີເໜືອ ແລະ ໄຕ້ຫວັນ ເຖິງແມ່ນວ່າຜົນລັບຂອງການຫາລືຍັງບໍ່ມີຄວາມຄືບໜ້າ ແຕ່ທຣັມກໍ່ໄດ້ເສື່ອມໂຍງສະພາບເຫດການດັ່ງກ່າວວ່າມີສ່ວນເຮັດໃຫ້ສະຫະລັດ “ຢູ່ໃນສະຖານະການເສຍປຽບ” ດ້ານການຄ້າຕໍ່ຈີນ ຢ່າງໃດກໍ່ຕາມ ມີລາຍງານວ່າທຣັມຍັງບໍ່ສົ່ງສັນຍານຂອງການປະກາດໃຫ້ຈີນເປັຮ “ລັດແຊກແຊງຄ່າເງິນ” ໃນອານາຄົດອັນໃຫ້ນີ້

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...