Homeຂ່າວທ້ອງຖິ່ນພົບລະເບີດໃຫຍ່ຢູ່ຫຼວງພະບາງ

ພົບລະເບີດໃຫຍ່ຢູ່ຫຼວງພະບາງ

Published on

ເມື່ອອາທິດທີ່ຜ່ານມາ  ເຈົ້າໜ້າທີ່ສະເພາະກິດປະຈໍາແຂວງ ຫລວງພະບາງ ໄດ້ຮັບລາຍງານຈາກພົນລະເມືອງດີວ່າໄດ້ພົບລະເບີດໃຫຍ່ (ປະເພດ 250 ປອນ) ຈໍານວນ 3 ໜ່ວຍຖືກຝັງໄວ້ໃຕ້ດິນແຕ່ປາງສົມຄາມ.
ໃນນັ້ນ ໜ່ວຍທີ 1 ແມ່ນພົບເຫັນ ແລະ ລາຍງານໂດຍປະຊາຊົນພາຍ ໃນບ້ານຫ້ວຍໂລ້, ເມືອງ ປາກອູ; ອີກສອງໜ່ວຍ ແມ່ນພົບໃນລະຫວ່າງການບຸກເບີກເພື່ອກໍ່ສ້າງເສັ້ນທາງ ທີ່ບ້ານໂພນງາມ ແລະ ບ້ານກົກມ່ວງ, ເມືອງ ຫຼວງພະບາງ ເຊິ່ງລາຍງານໂດຍ ບໍລິສັດກໍ່ສ້າງຂົວທາງ. ປັດຈຸບັນນີ້ ເຈົ້າໜ້າທີ່ກ່ຽວຂ້ອງພາຍໃນແຂວງ ຫລວງພະບາງ ໄດ້ເຄື່ອນຍ້າຍລະເບີດທັງໝົດໄປໄວ້ໃນສະໜາມ ທີ່ປອດໄພ ແລະ ຈະໄດ້ມີການທໍາລາຍຕາມພາຍຫລັງ.

ໃນປີ 2016 ທີ່ຜ່ານມາ, ໜ່ວຍງານເກັບກູ້ລະເບີດຢູ່ແຂວງ ຫຼວງພະບາງ ສາມາດກວດພົບ ລະເບີດໃຫຍ່ໄດ້ທັງໝົດ ຈໍານວນ 03 ໜ່ວຍ ພ້ອມໂຄງການ ເກັບກູ້ລະເບີດແຫ່ງຊາດ ສາມາດກວດພົບ ແລະ ທໍາລາຍລະເບີດໄດ້ທັງໝົດ 100,434 ໜ່ວຍ ໃນຂອບເຂດທົ່ວປະເທດ.

ພາບແລະຂ່າວ:  ຄຳຫຼ້າ ບໍລິບູນ, SEOD of UXO Lao Luangprabang Province. ໂທລະໂຄ່ງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...