Homeຂ່າວຕ່າງປະເທດໄອເອສມີແຜນຮວມກຸ່ມ ໃນພາກໃຕ້ຂອງຟິລິບປິນ

ໄອເອສມີແຜນຮວມກຸ່ມ ໃນພາກໃຕ້ຂອງຟິລິບປິນ

Published on

ສຳນັກງານເອເອຟພີລາຍງານຈາກປະເທດສິງກະໂປ ເມື່ອວັນທີ 4 ເມສາ 2017 ວ່າ ຄວາມບໍ່ໝັ້ນຄົງ ແລະ ການຮົ່ວໄຫຼຢ່າງງ່າຍດາຍຂອງອາວຸດ ເຮັດໃຫ້ໝູ່ເກາະມິນດາເນົາ ແລະ ເກາະອື່ນໆ ທີ່ຢູ່ໃກ້ຄຽງ ທາງພາກໃຕ້ຂອງຟິລິບປິນ ກາຍເປັນທີ່ໝາຍຕາຂອງກຸ່ມຫົວຮຸນແຮງ ທ່ານ ໂຣຮານ ກູນາຣັດນາ ນັກວິເຄາະຕໍ່ຕ້ານການກໍ່ການຮ້າຍ ກ່າວຕໍ່ທີ່ປະຊຸມວ່າດ້ວຍຄວາມໝັ້ນຄົງແຫ່ງພາກພື້ນ “ມິລິໂພລ” ທີ່ສິງຂະໂປ ເມື່ອວັນອັງຄານວ່າ ຂະນະນີ້ກຸ່ມໄອເອສກຽມກໍ່ຕັ້ງດິນແດນອານາເຂດ ທາງພາກໃຕ້ຂອງຟິລິບປິນ.

ການສື່ສານຫຼ້າສຸດຊີ້ໃຫ້ເຫັນວ່າ ກຸ່ມໄອເອສໄດ້ປະກາດຢ່າງເປັນທາງການວ່າ ໄດ້ກໍ່ຕັ້ງໜ່ວຍອາຊີຕະເວັນອອກຂອງໄອເອສ ໃນພາກໃຕ້ຂອງຟິລິບປິນ ການຄາດເດົາຂອງເຮົາໃນປີ 2017 ຄືໄພຄຸກຄາມໃນພາກພື້ນນີ້ຈະຂະຫຍາຍຕົວ ເພາະການກໍ່ຕັ້ງແກນກາງຂອງໄອເອສ ໃນພາກໃຕ້ຂອງ ຟິລິບປິນ “ທ່ານ ກູນາຣັດນາ ” ກ່າວ

ສ່ວນທ່ານ ເຄ. ຊານມູກັມ ລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປກ່າວວ່າ ພາກໃຕ້ຟິລິບປິນກຳລັງກາຍເປັນພື້ນທີ່ຍາກຕໍ່ການຄວບຄຸມ ເຖິງແມ່ນວ່າລັດຖະບານມະນິລາ ຈະໃຊ້ຄວາມພະຍາຍາມຢ່າງເຖິງທີ່ສຸດ “ດັ່ງນັ້ນພື້ນທີ່ນີ້ຈິ່ງກາຍເປັນແຫຼ່ງຫຼົບຊ້ອນທີ່ປອດໄພ ສຳລັບນັກຮົບທີ່ເດີນທາງກັບຈາກຕະເວັນອອກກາງ”

 

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...