Homeສຸຂະພາບ ແລະ ສີ່ງແວດລ້ອມ14 ໂຣກຕິດຕໍ່ທາງເພດສຳພັນ ທີ່ທ່ານຄວນຮູ້ໄວ້

14 ໂຣກຕິດຕໍ່ທາງເພດສຳພັນ ທີ່ທ່ານຄວນຮູ້ໄວ້

Published on

ໃນຄໍລຳສຸຂະພາບ ມື້ນີ້ແອັດມິນຈະມານຳສະເໜີໂຣກຕິດຕໍ່ທີ່ສາມາດຕິດກັນໄດ້ທາງເພດສຳພັນມາບອກໃຫ້ທຸກຄົນໄດ້ຮັບຮູ້ໄປພ້ອມກັນ ຄົນສ່ວນອາດຄິດວ່າໂຣກຕິດຕໍ່ທາງເພດສຳພັນມີພຽງໂຣກເອດສ໌ , ໜອງໃນ, ຫອນໄກ່, ຫູກຫອນໄກ່ ປະມານນີ້ ເພາະເປັນໂຣກທີ່ມີຄົນເປັນຫຼາຍ ແຕ່ຄວາມຈິງແລ້ວໂຣກຕິດຕໍ່ທາງເພດສຳພັນນີ້ ມັນມີຫຼາຍເຖິງ 14 ຊະນິດ.​ ໂອ້! ອ່ານແລ້ວບາງໂຣກກໍ່ເປັນຕາຢ້ານກວ່າທີ່ຄິດ ສະນັ້ນ ການມີເພດສຳພັນກັບຄູ່ນອນແປກໜ້າທຸກຄັ້ງຕ້ອງປ້ອງກັນໃຫ້ດີ ຢ່າປະໝາດ ເພາະທ່ານອາດຈະເສຍໃຈໄປຕະຫຼອດຊີວິດ.

14 ໂຣກຕິດຕໍ່ທາງເພດສຳພັນທີ່ຄວນລະວັງ

1.ໂຣກເອດສ໌ (AIDS)

ເກີດຈາກການຮັບເຊື້ອ Human immunodeficiency virus ຫຼື HIV ເຂົ້າໄປທຳລາຍເມັດເລືອດຂາວ ທີ່ເປັນແຫຼ່ງສ້າງພູມຄຸ້ມກັນໂຣກ ເຮັດໃຫ້ຮ່າງການມີພູມຄຸ້ມກັນໂຣກໜ້ອຍລົງ ຈິ່ງເຮັດໃຫ້ເຊື້ອໂຣກແຊກຊ້ອນເຂົ້າສູ່ຮ່າງກາຍໄດ້ງ່າຍຂຶ້ນເຊັ່ນ: ມະເຮັງ, ວັນນະໂຣກ ແລະ ສາເຫດຂອງການເສຍຊີວິດກໍ່ມັກເກີດຂຶ້ນຈາກການຕິດເຊື້ອສວາຍໂອກາດຕ່າງໆເຫຼົ່ານີ້ ທີ່ຈະເຮັດໃຫ້ອາການຮຸນແຮງ ແລະ ເສຍຊີວິດຢ່າງໄວ.

2.ໜອງໃນ (Gonorrhoea)

ເປັນໂຣກຕິດຕໍ່ທາງເພດສຳພັນເກີດຈາກການຕິດເຊື້ອແບັດທີເຣຍ Neisseria gonorrhoeae ເຮັດໃຫ້ເກີດອາການລະຄາຍເຄືອງໃນທໍ່ປັດສະວະ ແສບຂັດເວລາປັດສະວະ ແລະ ມີໜອງໄຫລອອກມາຈາກທໍ່ປັດສະວະ ອາດຈະເຮັດໃຫ້ເກີດອາການອັກເສບໃນຊ່ອງທ້ອງ ຫຼື ເປັນໝັນຫາກບໍ່ໄດ້ຮັບການຮັກສາ

3.ໜອງໃນທຽມ (Non-gonococcal Urethritis/Non gonococcal Cervicitis)

ເປັນໂຣກຕິດຕໍ່ທາງເພດສຳພັນທີ່ເຮັດໃຫ້ມີອາການແວບປາຍທໍ່ປັດສະວະ ປັດສະວະຂັດ ແລະ ມີໜອງໄຫຼ ແລະ ມີມູນອອກເລັກນ້ອຍໂດຍສະເພາະໃນຕອນເຊົ້າ ສ່ວນແມ່ຍິງອາດມີອາການຄັນຕົກຂາວຜິດປົກກະຕິเ

4.ແຜແຄມອະໄວຍະວະເພດ(Chancroid)

ເປັນໂຣກຕິດຕໍ່ທາງເພດສຳພັນທີ່ເກີດຈາກເຊື້ອ Haemophilus Ducreyi ເຮັດໃຫ້ເກີດແຜເປັນທີ່ອະໄວຍະວະເພດ ບວມ ແລະ ເຈັບ ບາງຄົນຈະເກີດມີຕ່ອມນ້ຳເຫຼືອງທີ່ຂາໜີບ ຫຼື ທີ່ຊາວບ້ານເອີ້ນວ່າ ໄຂ່ດັນບວມ ຫາກບໍ່ຮັກສາໜອງຈະແຕກອອກຈາກຕ່ອມນ້ຳດຫຼືອງ ມັກມີຫຼາຍແຜ ຂອບແຜນຸ້ມ ແລະ ບໍ່ລຽບ ກົ້ນແຜເປິເປື້ອນມີໜອງ ມີເລືອດອອກງ່າຍເວລາສຳພັດຈະເຈັບປວດຫຼາຍ

5.ເປັນຫຼຶນທີ່ອະໄວຍະວະເພດ (Genita Herpes Simplex Virus Infection)

ເປັນໂຣກຕິດຕໍ່ທາງເພດສຳພັນທີ່ເກີດຈາກເຊື້ອໄວຣັສ herpes simplex virus ເຮັດໃຫ້ເກີດອາການປວດແສບທີ່ບໍລິເວນຂາ, ກົ້ນ ຫຼື ອະໄວຍະວະເພດ ແລະ ຕາມດ້ວຍການເກີດຜື່ນເປັນຕຸ່ມນ້ຳໃສໆ ແຜຈະຫາຍໄປເອງໃນໄລຍະ 2-3 ອາທິດ ແຕ່ເຊື້ອຍັງຈະຢູ່ໃນຮ່າງກາຍ ເມື່ອຮ່າງກາຍອ່ອນແອເຊື້ອຈະກັບຄືນມາເປັນອີກຄັ້ງ

6.ຫູດເຂົ້າສານ (Molluscum contagiosum)

ເປັນໂຣກຕິດຕໍ່ທາງເພດສຳພັນ ເກີດຈາກເຊື້ອໄວຣັສ Molluscum contagiosum virus (MCV) ເຮັດໃຫ້ເກີດເປັນຕຸ່ມນູນເຖິງຜິວໜັງ ຈະພົບຫຼາຍໃນຄົນທີ່ຕິດເຊື້ອເອດສ໌ ຈຳນວນຕຸ່ມທີ່ເກີດຂຶ້ນອາດມີຫຼາຍ ຫຼື ມີໜ້ອຍນັ້ນມັນຂຶ້ນກັບສະພາບຮ່າງກາຍຂອງຜູ້ປ່ວຍ ມັກເກີດທີ່ບໍ່ລິເວນອະໄວຍະວະເພດພາຍນອກ ແລະ ໂຄນຂາດ້ານໃນ

7.ຫູດຫອນໄກ່ (Condyloma Acuminata)

ເປັນໂຣກຕິດຄໍ່ທາງເພດສຳພັນເກີດຈາກໄວຣັສ Human papilloma virus ລັກສະນະເປັນຕິ່ງເນື້ອອ່ອນໆ ສີບົວຄ້າຍຫອນໄກ່ ມັກເກີດຢູ່ບໍລິເວນທີ່ອຸ່ນ ແລະ ອັບ ຫູດນີ້ຈະມີການແຜ່ຂະຫຍາຍໄວ ສະນັ້ນຜູ້ທີ່ເປັນຕ້ອງຟ້າວຮັກສາ ຖ້າປະໄວ້ດົນມັນຈະຮັກສາຍາກ

8.ຂີ້ຫິດ (Scabies)

ເປັນໂຣກຕິດຕໍ່ທາງເພດສຳພັນ ເກີດຈາກຕົວໄຮ Sarcoptes scabei ລັກສະນະຈະມີຕຸ່ມນ້ຳໃສໆ ແລະ ມີຕຸ່ມໜອງຄັນຂຶ້ນກະຈາຍອອກທັງສອງຂ້າງຂອງຮ່າງກາຍ ມັກພົບຕາມງ່າມນິ້ວມື, ສອກ. ຮັກແຮ້, ຮອບຫົວນົມ, ຮອບໃສ່ບື, ອະໄວຍະວະສືບພັນ, ຂໍ້ຕີນ, ຫຼັງຕີນ,​ ກົ້ນ ຜູ້ປ່ວຍຈະມີອາການຄັນຫຼາຍໂດຍສະເພາະຕອນກາງຄືນ ສາມາດຕິດຕໍ່ໄດ້ຈາກການສຳພັດໃກ້ຊິດ ສຳພັດທາງການມີເພດສຳພັນ ລື ຢູ່ໃຫ້ກັບຜູ້ປ່ວຍ.

9.ຊິຟິລິສ (Syphilis)

ເປັນໂຣກຕິດຕໍ່ທາງເພດສຳພັນເກີດຈາກການຕິດເຊື້ອ Treponema pallidum ເປັນໂຣກທີ່ມີອັນຕະລາຍ ແລະ ມີອາການຊ້ຳເຮື້ອ ສາມາດຕິດຕໍ່ຍາວນານກວ່າ 2 ປີ ລັກສະນະການຕິດເຊື້ອທຳອິດຈະເປັນກ້ອນແຂງທີ່ບໍລິເວນອະໄວຍະວະເພດ ແຕ່ບໍ່ເຈັບ ຖ້າບໍ່ຮັກສາຈະກາຍເປັນໄລຍະທີສອງທີ່ຮຽກວ່າເຂົ້າຂໍ້ ຫຼື ອອກດອກ ຖ້າປ່ອຍໄວ້ດົນຈະເຮັດໃຫ້ເກີດໂຣກພະຍາດແກ່ລະບົບຕ່າງໆຂອງຮ່າງກາຍ ທັງລະບົບຫົວໃຈ ແລະ ຫຼອດເລືອດ ລະບົບປະສາດເປັນຕົ້ນ ນອກຈາກນີ້ຍິງຖືພາທີ່ເປັນໂຣກ ຊິຟິລິສຈະສາມາດຖ່າຍທອດໂຣກນີ້ໃຫ້ແກ່ລູກໃນທ້ອງໄດ້ ຮຽກວ່າ ຊິຟີລິສແຕ່ກຳເນີດ (congenital syphilis) ດ້ວຍເຫດນີ້ຈິ່ງຖືວ່າໂຣກຊິຟິລິສເປັນໂຣກທີ່ອັນຕະລາຍ

10.ໂລນ (Pediculosis Pubis)

ເປັນໂຣກຕິດຕໍ່ທາງເພດສຳພັນ ເກີດຈາກແມງຕົວນ້ອຍທີ່ຮຽກວ່າ pediculosis pubis ອາໃສຢູ່ທີ່ຂົນຫົວເນົ່າ ມັກໄຕ່ຕາມຮາກຂົນອ່ອນ ແລະ ດູດເລືອດຄົນເປັນອາຫານ ຜູ້ເປັນໂຣກນີ້ຈະມີອາການຄັນ ເມື່ອເກົາຈະເຮັດໃຫ້ຕົວເຊື້ອແຜ່ລາມໄປບໍລິເວນອື່ນໄດ້ ການວິໄຈສາມາດເຮັດໄດ້ດ້ວຍຕາເປົ່າ ຈະເຫັນໄຂ່ສີຂາວເກາະທີ່ບໍລິເວນໂຄນຂົນໄຂ່ຈະມີລັກສະນະວົງມົນ ສ່ວນຕົວແມງເມື່ອກິນເລືອດອື່ມຈະອອກສີນ້ຳຕານ ຕິດຕໍ່ໄດ້ຈາກການສຳພັນທາງເພດກັບຜູ້ປ່ວຍ ຫຼື ນຸ່ງສະລິບຮ່ວມກັນ ການຮັກສາແມ່ນສາມາດຊື້ຢາຈາກຮ້ານຂາຍຢາມາທາ ແຕ່ສຳລັບຄົນຖືພາ ແລະ ເດັກນ້ອຍຄວນໄປປຶກສາແພດ

11.ພະຍາດຊ່ອງຄອດ (Vaginal Trichomoniasis)

ເປັນໂຣກຕິດຕໍ່ທາງເພດສຳພັນເກີດຈາກເຊື້ອ ໂປຣໂຕຊົວ Trichomonas vaginalis ຜູ້ຕິດເຊື້ອຈະມີອາການຕົກຂາວຜິດປົກກະຕິ ມີສີຂຽວຂຸ່ນ ຫຼື ເຫຼືອງເຂັ້ມ ມີຟອງອາກາດ ແລະ ມີກິ່ນເໝັນ ເກີດການລະຄາຍເຄືອງບໍລິເວນອະໄວຍະວະ ເຈັບປວດໃນເວລາມີເພດສຳພັນ ຄັນ ແລະ ແສບປາກຊ່ອງຄອດ

12.ເຊື້ອຣາໃນຊ່ອງຄອດ (Vaginal Candidiasis)

ເປັນໂຣກຕິດຕໍ່ທາງເພດສຳພັນເກີດຈາກເຊື້ອຣາກຸ່ມ Candida ເຊິ່ງ 80-90% ເກີດຈາກ Candida albicans ເຮັດໃຫ້ມີອາການຄັນຄາຍບໍລິເວນຊ່ອງຄອດ ມີອາການຕົກຂາວຂຸ່ນຈັບເປັນກ້ອນ ອາດມີອາການປັດສະວະແສບຂັດ ເຈັບເວລາມີເພດສຳພັນ

13.ໂຣກປີກມົດລູກອັກເສບ (Pelvic Inflammatory Diseases, PID)

ເປັນໂຣກຕິດຕໍ່ທາງເພດສຳພັນເກີດຈາກການຕິດເຊື້ອຂອງມົດລູກ ຮັງໄຂ່ ລື ທໍ່ຮັງໄຂ່ ຜູ້ທີ່ເປັນໂຣກນີ້ອາດເສຍຊີວິດໄດ້ຫາກຕິດເຊື້ອຮຸນແຮງ ແລະ ຫາກບໍ່ຮັກສາ ອາດເກີດໂຣກແຊກຊ້ອນຈົນເປັນໝັນ ຫຼື ເສຍຊີວິດ

14.ແຜກາມໂຣກຊ້ຳເຮື້ອທີ່ຂາໜີບ (Granuloma inguinale)

ເປັນໂຣກຕິດຕໍ່ທາງເພດສຳພັນເກີດຈາກເຊື້ອແບັດທີເຣຍ Donovania granulomatis ໂດຍຈະມີແຜທີ່ບໍລິເວນອະໄວຍະວະເພດ ຂາໜີບ, ແຖວຂາ ຫຼື ບໍລິເວນໜ້າ

 

ແຫລ່ງຂໍ້ມູນຈາກ: maiduyenthai.blogspot.com/2015/09/14.html

ບົດຄວາມຫຼ້າສຸດ

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...