Homeຂ່າວທ້ອງຖິ່ນນໍ້າປະປາຮຽກຮ້ອງ​ສະຫລອງປີ​ໃໝ່​​ຈົ່ງໃຊ້​ນໍ້າ​ຢ່າງ​ປະຢັດ

ນໍ້າປະປາຮຽກຮ້ອງ​ສະຫລອງປີ​ໃໝ່​​ຈົ່ງໃຊ້​ນໍ້າ​ຢ່າງ​ປະຢັດ

Published on

ສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນທີ 4 ເມສາ 2017 ນີ້ວ່າ ຜູ້ອຳນວຍການລັດວິສາຫະກິດນໍ້າປະປານະຄອນຫລວງວຽງຈັນ ​ໄດ້​ຮຽກຮ້ອງ​ມາ​ຍັງ​ສັງຄົມ​ກໍ​ຄື​ປະຊາຊົນ​ບັນດາ​ເຜົ່າ​ໃນ​ການສະ​ເຫລີ​ມສະຫລອງ​ປີ​ໃໝ່​ລາວ​ໃຫ້​​ໃຊ້​ນໍ້າ​ຢ່າງ​ປະ​ຢັດ, ພາຍຫລັງເຫັນ​ວ່າຄວາມຕ້ອງການຊົມ​ໃຊ້​ນໍ້າ​ໃນ​ໄລຍະ​ນີ້​ອາດ​ເພີ່ມຂຶ້ນ​ເທົ່າ​ຕົວ.​

ທ່ານ​ອໍານວຍ​ການ ກ່າວ​ວ່າ: ລັດ​ວິ​ສາ​ຫະກິດນໍ້າປະປາ ນະຄອນຫລວງເປັນໜ່ວຍງານສຳຄັນໃນການບໍລິການນໍ້າສະອາດໃຫ້ສັງຄົມໄດ້ຊົມໃຊ້ເຂົ້າໃນຊີວິດປະຈຳວັນຢ່າງ​ທົ່ວ​ເຖິງ ​ແລະ ມາ​ຮອດ​ປັດຈຸບັນຄວາມ​ຕ້ອງການ​ນໍ້າ​ຢູ່​ນະ ຄອນຫລວງ​ວຽງ​ຈັນ ​ມີຫລາຍ​ກວ່າ 3 ​ແສນ​ແມັດ​ກ້ອນຕໍ່​ມື້, ​ແຕ່​ສາມາດ​ສະໜອງ​ໄດ້​ພຽງ​ແຕ່ 280.000 ​ແມັ​ດກ້ອນ​ຕໍ່​ມື້, ​ໂດຍ​ໄດ້​ແຍກ​ຜູ້​ຊົມ​ໃຊ້ນໍ້າ​ອອກ​ເປັນ 3 ປະ​ເພດ​ຄື: ຜູ້ຊົມໃຊ້ທົ່ວໄປ​ແຕ່ 1-10 ແມັດກ້ອນຈະ​ຄິດ​ໄລ່​ຄ່າ​ນໍ້າ 1.434 ກີບຕໍ່​ແມັດ​ກ້ອນ​, 11-50 ​ແມ່ນ 1.986 ກີບຕໍ່​ແມັດ​ກ້ອນ, ​ແຕ່ 31-50 ຈະ​ຄິດ​ໄລ່ 2.538 ກີບຕໍ່​ແມັດ​ກ້ອນ ​ແລະ ​ແຕ່ 51 ​ແມັດ​ກ້ອນຂຶ້ນໄປ​ແມ່ນຈະ​ຄິດ​ໄລ່ 3.089 ກີບ​ຕໍ່​ແມັດ​ກ້ອນ. ສ່ວນປະເພດອົງການລັດ, ສະ ຖານທູດ ແລະ ອົງການຈັດຕັ້ງສາກົນຈະ​ຄິດ​ໄລ່ 2.538 ກີບ​ຕໍ່​​ແມັດ​ກ້ອນ ແລະ ພາກສ່ວນທຸລະກິດບໍລິການ​ເຊັ່ນ: ໂຮງແຮມ, ຮ້ານອາຫານ, ໂຮງງານຜະລິດນໍ້າກ້ອນ, ນໍ້າດື່ມຈະ​ຄິດ​ໄລ່ 3.089 ກີບ​ຕໍ່​ແມັດ​ກ້ອນ. ​​ແຕ່ແນວ​​ໃດ​ກໍ​ຕາມ​, ປີ​ນີ້ຄາດ​ວ່າ​ສະພາບ​ແມ່​ນໍ້າ​ສາຍ​ຕ່າງໆຈະ​ມີ​ລັກສະນະ​ບົກ​ແຫ້ງ ​ແລະ ອາດ​ເຮັດ​ໃຫ້​ຫລາຍ​ທ້ອງ​ຖິ່ນ​ປະ​ເຊີນ​ກັບ​ບັນຫາ​ການ​ຂາດ​​ແຄນ​ນໍ້າ​ໃຊ້ ​ແລະ ຈະ​ສົ່ງ​ຜົນ​ໃຫ້​ແກ່​ການ​ຜະລິດ​ນໍ້າ​ປະປາພົບ​ຄວາມ​ຫຍຸ້ງຍາກ,​ ດັ່ງ​ນັ້ນ​ການຫລີ້ນ​ນໍ້າ​​ໃນ​ໂອກາດປີ​ໃໝ່​ນີ້​ກໍ​ຂໍ​ໃຫ້​ມີ​ການ​ປະ​ຢັດ ​ແລະ ທັງ​ເປັນ​ການ​ຫລຸດຜ່ອນ​ຄ່າ​ນໍ້າ​ຢູ່ເຮືອນຂອງທ່ານ​ອີກດ້ວຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...