spot_img
Homeຂ່າວຕ່າງປະເທດUN ເອີ້ນປະຊຸມສຸກເສີນ ອາວຸດເຄມີຂ້າຊີວິດຄົນຕາຍຈຳນວນຫຼາຍ

UN ເອີ້ນປະຊຸມສຸກເສີນ ອາວຸດເຄມີຂ້າຊີວິດຄົນຕາຍຈຳນວນຫຼາຍ

Published on

ເອເອຟພີລາຍງານວ່າ ຄະນະມົນຕີຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດເອີ້ນປະຊຸມດ່ວນ ໃນວັນທີ 4 ເມສາ 2017 ຕາມຄຳຮ້ອງຂອງລັດຖະບານອັງກິດແລະຝຣັ່ງ ກໍລະນີຊາວຊີເຣຍຖືກໂຈມຕີດ້ວຍອາວຸດເຄມີອັນຕະລາຍ ມີຜູ້ເສຍຊີວິດຢ່າງໜ້ອຍ 58 ຄົນ ແລະອີກຫຼາຍກວ່າ 200 ຄົນເຈັບປ່ວຍ ສ້າງຄວາມວິຕົກກັງວົນເປັນຢ່າງຍິ່ງ.

ເຫດດັ່ງກ່າວເກີດຂຶ້ນທີ່ເມືອງຂ່ານ ຊີກຄຸນ ຖານທີ່ໝັ້ນຂອງກຸ່ມໄອເອສ ຕັ້ງຢູ່ທາງຕອນກາງຂອງແຂວງອິດລິບ ພາກຕາເວັນອອກສຽງເໜືອ ເຮືອບິນຮົບບໍ່ຮູ້ວ່າເປັນຂອງຝ່າຍໃດ ຖິ້ມລະເບີດໂຈມຕີດ້ວຍແກັດພິດ ໃນບ້ານຂ່ານ ຊີກຄຸນ ສົ່ງຜົນໃຫ້ມີຜູ້ຄົນເສຍຊີວິດຫຼາຍກວ່າ 58 ຄົນ ໃນນັ້ນມີເດັກນ້ອຍທີ່ເສຍຊີວິດລວມຢູ່ນຳເຖິງ 11 ຄົນ ຕໍ່ມາເຮືອບິນລຳດັ່ງກ່າວຍັງຍິງຖະຫຼົ່ມຊໍ້າໃສ່ຄະລີນິກທີ່ໃຫ້ການປິ່ນປົວຜູ້ບາດເຈັບຈາກແກັດພິດນຳອີກ.

ເດັກນ້ອຍຊີເຣຍບາດເຈັບແລະລົ້ມປ່ວຍ/ AFP PHOTO / Omar haj kadour

ໜ່ວຍກູ້ໄພໝວກຂາວ ໜ່ວຍກາງໃນການຊ່ວຍເຫຼືອຜູ້ບາດເຈັບລະຫວ່າງສົງຄາມໃນຊີເຣຍ ຮີບເຂົ້າໄປຊ່ວຍ ໂດຍໃຊ້ສາຍຢາງສີດນໍ້າລ້າງພິດໃຫ້ກັບຜູ້ບາດເຈັບ ບາງຄົນມີອາການໝົດສະຕິ ນໍ້າຕາໄຫຼ ຮາກ ລວມໄປທັງເປັນຟອດອອກຈາກປາກ ຂະນະທີ່ຈຳນວນຢາບໍ່ພຽງພໍ ແລະຕ້ອງຂໍຄວາມຊ່ວຍເຫຼືອການຂົນສົ່ງດ້ານການແພດແລະຢາຈາກຕວກກີ.

ໜ່ວຍງານດັ່ງກ່າວຍັງບໍ່ສາມາດສະຫຼຸບໄດ້ວ່າການກະທຳດັ່ງກ່າວມາຈາກການໂຈມຕີທາງອາກາດຂອງຊີເຣຍ ຫຼືຣັດເຊຍ ແລະອາດຈະມີຄວາມເປັນໄປໄດ້ວ່າຈະເປັນການໂຈມຕີຈາກກອງກຳລັງທີ່ນຳພາໂດຍສະຫະລັດທີ່ແນໃສ່ໂຈມຕີຝ່າຍໄອເອັສ.

ດ້ານສະຫະພາບເອີລົບ ຫຼື ອີຢູ ລະບຸເຖິງເຫດທີ່ເກີດຂຶ້ນວ່າ ເປັນສິ່ງໂຫດຮ້າຍແລະຝ່າຍທີ່ຕ້ອງສົງໄສທີ່ສຸດຄືກອງທັບຊີເຣຍທີ່ນຳໂດຍປະທານາທິບໍດີບາຊາ ອັນ ອັດຊາດ.

ຂະນະທີ່ລັດຖະບານຣັດເຊຍຖະແຫຼງວ່າ ຣັດເຊຍບໍ່ໄດ້ເປີດປະຕິບັດການໂຈມຕີໃນພື້ນທີ່ດັ່ງກ່າວ ສ່ວນລັດຖະບານຊີເຣຍປະຕິເສດເຊັ່ນກັນ ພ້ອມທັງກ່າວຫາກຸ່ມກະບົດເປັນຝ່າຍທີ່ໃຊ້ອາວຸດຕ້ອງຫ້າມດັ່ງກ່າວ.

ດ້ານເວັບໄຊບິນລາຍງານວ່າ ອາວຸດເຄມີທີ່ໃຊ້ເປັນແກັດຊາຣິນ ເຊິ່ງເປັນອາວຸດເຄມີຮຸນແຮງຕໍ່ປະສາດແລະເປັນອາວຸດອານຸທຳລາຍລ້າງສູງ ໃນຂໍ້ມະຕິສະຫະປະຊາຊາດທີ່ 687 ແລະຖືກສັ່ງຫ້າມໂດຍສະຫະປະຊາຊາດ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...