spot_img
Homeເກັບຕົກ-ເລື່ອງແປກ"ເຂົາປິດສະໜາ" ງອກອອກມາຈາກຫົວແມ່ເຖົ້າຊາວຈີນ ໄວອາຍຸ 87 ປີ

“ເຂົາປິດສະໜາ” ງອກອອກມາຈາກຫົວແມ່ເຖົ້າຊາວຈີນ ໄວອາຍຸ 87 ປີ

Published on

ແມ່ເຖົ້າຊາວຈີນ ໄວອາຍຸ 87 ປີ ຄົນນີ້ມີຊື່ວ່າ “ຫຼຽງຊ້ຽວເຈິນ” ອາໃສຢູ່ໝູ່ບ້ານນ້ອຍ ທີ່ ເສຊວນ (ຈີນ) ມີເນື້ອງອກໜ້າຕາປະຫຼາດຄ້າຍກັບເຂົາຢູນິຄອນ ງອກອອກມາຈາກເທິງຫົວ

ແມ່ເຖ້າເລົ່າວ່າເມື່ອ 8 ປີກ່ອນ ຫົວຂອງລາວເກີດມີກ້ອນນ້ອຍໆຂຶ້ນຄ້າຄືໄຝດຳ ແລະ ກໍ່ຮູ້ສຶກຄັນ ແມ່ເຖົ້າຈິ່ງໃຊ້ຢາສະໝຸນໄພຮັກສາ ຕໍ່ມາຮອດປີ 2013 ໄຝກໍ່ເລີ່ມໃຫຍ່ຂຶ້ນຈົນມີລັກສະນະຄ້າຍນິ້ວມື ຫຼັງຈາກນັ້ນແມ່ເຖົ້າກໍ່ໄປພົບແພດ ແຕ່ແພດກໍ່ບອກວ່າບໍ່ຮູ້ຄືກັນວ່າມັນເກີດຂຶ້ນຈາກສາເຫດໃດ ດ້ວຍຄວາມລຳຄານໃຈແມ່ເຖົ້າກໍ່ເລີຍເຊົາເຮັດການຮັກສາ ຫົກເດືອນຕໍ່ມາ “ຫວັງເຈົ້າຈຸ່ນ” ລູກຊາຍຂອງແມ່ເຖົ້າໄດ້ມາຢາມແລະສະຜົມໃຫ້ ແຕ່ຫຼົງເຮັດເຂົານັ້ນຫັກ ຫຼັງຈາກນັ້ນເຂົານີ້ກໍ່ກັບມາງອກຂຶ້ນໃໝ່ອີກຄັ້ງ ແຕ່ງອກອອກມາໃຫຍ່ກວ່າເກົ່າ ແລະ ຍັງສ້າງຄວາມເຈັບປວດໃຫ້ກັບແມ່ເຖົ້າຫຼາຍ

ແພດໝໍເຊື່ອວ່າສາມາດເຮັດການຜ່າຕັດກຳຈັດເຂົາທີ່ງອກນັ້ນອອກໄປໄດ້ ແຕ່ທາງຄອບຄົວຮູ້ສຶກກັງວົນໃຈເນື່ອງຈາກແມ່ເຖົ້າຮູ້ສຶກກັງວົນໃຈຫຼາຍແລ້ວ ເຊິ່ງເນື້ອງອກລັກສະນະຄ້າຍເຂົານີ້ ຄວາມຈິງແລ້ວມັນກໍ່ຄືຫູດທີ່ອາດຈະພັດທະນາເປັນເນື້ອຮ້າຍໄດ້ ເຖິງແມ່ນວ່າສາເຫດຂອງການເກີດເນື້ອງອກນີ້ຍັງເປັນປິດສະໜາ ແຕ່ແພດກໍ່ເຊື່ອວ່າການທີ່ຕາກແດດກ້າເລື່ອຍໆ ຫຼ ລັງສີອາດເປັນສາເຫດຂອງການເກີດເນື້ອງອກນີ້ໄດ້.

 

ແຫລ່ງຂໍ້ມູນຈາກ: https://baabin.com/209557/

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...