Homeຍ້ອງຍໍຄົນດີເດັ່ນປະຫວັດ "ເຈ. ເຄ. ໂຣລິງ" ເຈົ້າຂອງນະວະນິຍາຍ "ແຮຣີ ພອດເຕີ"

ປະຫວັດ “ເຈ. ເຄ. ໂຣລິງ” ເຈົ້າຂອງນະວະນິຍາຍ “ແຮຣີ ພອດເຕີ”

Published on

ມື້ນີ້ແອັດຈະມາແນະນຳບຸກຄົນທີ່ເປັນໄອໍ້ ແລະ ເປັນແຮງບັນດານໃຈໃຫ້ກັບອັດມິນ ຮວມເຖິງນັກຂຽນນະວະນິຍາຍທົ່ວໂລກ ເຊິ່ງບຸກຄົນນີ້ກໍ່ຄື “ເຈ ເຄ ໂຣລຣິ່ງ” ຫຼື ມີນາມປາກາວ່າ “ໂຣເບຣິດ ກັລເບຣ” ຜູ້ຂຽນນະວະນິຍາຍເວດມົນແຟນຕາຊີທີ່ມີຍອດຂາຍກວ່າ 400 ລ້ານເຫຼັ້ມທົ່ວໂລກ ແລະ ບົດຮູບເງົາທີ່ສ້າງລາຍໄດ້ຫຼາຍເປັນປະຫວັດຊາດອັນດັບສອງຂອງໂລກ

ໂຈແອນ “ໂຈ” ໂຣລິງ Joanne “Jo” Rowling, OBE FRSL) ຫຼື ມີນາມປາກາວ່າ ເຈ. ເຄ. ໂຣລິງ ແລະ ໂຣເບີດ ກັລເບຣ ເກີດເມື່ອວັນທີ 31 ກໍລະກົດ 1965  ເປັນນັກຂຽນນະວະນິຍາຍຊາວອັງກິດ ຜູ້ທີ່ຮູ້ຈັກກັນດີໃນຖານະຜູ້ປະພັນວັນນະກຳແຟນຕາຊີ ຊຸດ ແຮຣີ ພອດເຕີ ເຊິ່ງໄດ້ຮັບຄວາມສົນໃຈຈາກທົ່ວໂລກ ໄດ້ຮັບລາງວັນຫຼາຍສາຂາ 

ໂຣລິງ ເກີດທີ່ເມືອງ ເຢດສ໌ ມົນທົນ ກລອສເຕີເຊີ ເຄີຍເຮັດວຽກເປັນນັກວິໄຈ ແລະ ເລຂານຸການສອງພາສາໃຫ້ກັບອົງການນິໂທດສະກຳສາກົນ ກ່ອນໄດ້ຄວາມຄິດໃນການຂຽນບົດວັນນະກຳຊຸດ ແຮຣີ ພອດເຕີ ໃນຂະບວນລົດໄຟທີ່ຊັກຊ້າຈາກແມນເຊສເຕີໄປລອນດອນເມື່ອປີ 1990 ອີກ 7 ປິຕໍ່ມາ ນາງໄດ້ເສຍແມ່ ແລະ ຢ່າຮ້າງກັບຜົວຄົນທຳອິດ ແລະ ມີຖານະຄ່ອນຂ້າງທຸກຍາກ ຖືກຈັດໃນກຸ່ມພະເນຈອນຂາດທີ່ຢູ່ອາໃສ ມີລູກຕິດ ບໍ່ມີລາຍໄດ້ ສິ່ງທີ່ນາງເຫຼືອຢູ່ຄື “ຄວາມຫວັງ” ແລະ ມີພຽງເຄື່ອງພິມດີດເກົ່າໆອັນໜຶ່ງ ກັບບົດນະວະນິຍາຍ ເຊິ່ງກາຍເປັນໜັງສືຂາຍດີໄປທົ່ວໂລກນັ້ນຄືນະວະນິຍາຍ ແຮຣີ ພອດເຕີ ທີ່ນາງຂຽນສຳເລັດໃນປີ 1997 ຊີວິດຂອງໂຣລິງພິກຈາກໜ້າມືເປັນຫຼັງມື ຈາກຄວາມທຸກຍາກໄປສູ່ຄວາມຮັ່ງມີ ເມື່ອກ່ອນທີ່ຕ້ອງອາໃສເງິນສົງເຄາະຈາກລັດຖະບານເພື່ອຄວາມຢູ່ລອດ ນາງໄດ້ກາຍເປັນມະຫາເສດຖີພາຍໃນໄລຍະເວລາພຽງ 5 ປີ ໂດຍ ຊັນເດໄທມຣິຊລິສປະຈຳປີ 2008 ປະເມີນຊັບສິນຂອງໂຣລິງໄວ້ທີ່ 560 ລ້ານປອນ ເປັນແມ່ຍິງທີ່ຮັ່ງມີຕິດອັນດັບທີ 12 ຂອງອັງກິດ ແລະ ເປັນຄົນດັງທີ່ມີອິດທິພົນທີ່ສຸດໃນໂລກຕິດອັນດັບທີ 48 ຂອງໂລກ.

ການຕໍ່ສູ້ກັບຄວາມລົ້ມເຫຼວໃນຊີວິດ ເປັນໄຊຊະນະອັນສະຫງ່າງາມທີ່ຄົນທີ່ໂລກຕົບມືໃຫ້ ແລ້ວທ່ານເດ ພ້ອມຈະລຸກຂຶ້ນມາສູ້ແລ້ວ ຫຼື ຍັງ?

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...