Homeນານາສາລະປະໂຫຍດ​ຈາກ "ແປ້ງ​ເດັກ" ທີ່​ທ່ານອາດ​ຍັງ​ບໍ່ຮູ້

ປະໂຫຍດ​ຈາກ “ແປ້ງ​ເດັກ” ທີ່​ທ່ານອາດ​ຍັງ​ບໍ່ຮູ້

Published on

177257

     ແປ້ງ​ເດັກ ຫລາຍໆ​ຄົນ​ອາດຈະ​ຄິດວ່າ​ເອົາ​ໄວ້​ໃຊ້​ສຳລັບ​ເດັກ​ນ້ອຍ ​ຫລື ​ເອົາ​ມາ​ທາ​ໂຕ​ເທົ່າ​ນັ້ນ ແຕ່​ທ່ານ​ຮູ້​ຫລື ບໍ່ວ່າແປ້ງເດັກ ສາມາດ​ເຮັດຫຍັງ​ໄດ້​ຫລາຍກວ່າ​ທີ່​ທ່ານ​ຄິດ ມື້​ນີ້​ເຮົາ​ຈະ​ພາ​ທຸກທ່ານ​ໄປ​ຮູ້​ຈັກ​ກັບ​ປະໂຫຍດ​ຂອງ​ແປ້ງ​ເດັກ​ເພີ່ມ​​ຂຶ້ນ

  1. ແກ້​ມາຍສາຍຄໍ ທ່ານບໍ່ຕ້ອງ​ເສຍ​ເວລາ​ອີກ​ຕໍ່ໄປ ຫາກຖ້າ​ທ່ານ​ເຈີກັບ​ບັນ​ຫາ​ສາຍ​ຄໍ​ພັນ​ກັນ​ຈົນ​ເປັນ​ປຸ້ມ​ແກະ​ຍາກ ພຽງ​ໂຮຍ​ແປ້ງ​ເດັກໜ້ອຍດຽວ​ເພື່ອ​ໃຫ້​ມື່ນ​ຂຶ້ນ ຈາກ​ນັ້ນ​ກໍ​ຄ່ອຍ​ແກ້ປຸ້ມ ປຸ້ມ​ທີ່​ມັດ​ກັນ​ໄວ້​ຈະ​ແກ້ອອກໄດ້​ຢ່າງ​ງ່າຍ​ດາຍ
  2. ຫຼຸດກິ່ນເໝັນອັບ ແປ້ງເດັກ​ສາມາດ​ຊ່ວຍ​ຫຼຸດ​ກິ່ນ​ອັບ​ໃນ​ບໍລິເວນ​ຕ່າງໆ​ໄດ້ດີ ໂດຍ​ສະເພາະ​ເຟີນິເຈີ ເຊັ່ນ ໃນ​ບໍລິເວນ​ລິ້ນ​ຊັກ​ຕູ້​ເຄື່ອງ​ ຫລື ​ຕາມ​ພາຍ​ໃນ​ຕູ້​ໄມ້​ຕ່າງໆ ພຽງ​ໂຮຍ​ແປ້ງ​ເດັກ​ໄວ້ກິ່ນອັບຊື້ນກໍ່ຈະຈາງລົງ
  3. ຫຼຸດ​ຄວາມ​ມັນ​ຂອງ​ເສັ້ນ​ຜົມ ແປ້ງ​ເດັກ​ມີ​ຄຸນສົມບັດ​ຫຼຸດ​ຄວາມ​ມັນ​ເທິງ​ເສັ້ນ​ຜົມ​ໄດ້ ພຽງ​ໂຮຍ​ລົງ​ເທິງ​ຝາມື ແລ້ວ​ກໍ​ນວດ​ຜົມ​ເບົາໆ ພຽງ​ເທົ່າ​ນີ້​ຄວາມ​ມັນ​ເງົາ​ເທິງ​ຫົວ​ເຈົ້າ​ກໍ​ຈະ​ຫຼຸດລົງ
  4. ແກ້​ບັນຫາ​ຕຽງ​ນອນ​ຮ້ອນ​ໃນ​ລະດູ​ຮ້ອນ  ການ​ນອນ​ຫລັບ​ເທິງ​ຕຽງ​ຮ້ອນໆ​ໃນ​ຄືນ​ທີ່​ຮ້ອນ​ອົບ​ເອົ້າໃນຍາມຮ້ອນ​ ບໍ່ແມ່ນ​ເລື່ອງທີ່ຫລາຍໆທ່ານປາດ​ຖະໜາເລີຍ ແຕ່ມີວີທີແກ້ດ້ວຍການໂຮຍ​ແປ້ງ​ໄວ້​ເທິງ​ບ່ອນນອນ​ເພື່ອ​ດູດ​ຊັບອາຍຮ້ອນ ພຽງ​ເທົ່າ​ນີ້​ບັນຫາ​ຕຽງ​ຮ້ອນ​ກໍ​ຈະ​ໝົດ​ໄປ
  5. ໄພ້​ຕິດກັນ ບາງເທື່ອ​ເວລາ​ເຮົາ​ຫລິ້ນ​ໄພ້​ເຮືອນດີ ຫລື ເຮືອນກຳ ​ກັບ​ເພື່ອນໆອາດຈະ​ເຈີ​ບັນຫາ​ໄພ້​ສອງ​ໃບ​ຕິດ​ເປັນ​ແຜ່ນ​ດຽວ​ກັນ ບັນຫາ​ນີ້​ແກ້​ໄດ້​ໂດຍງ່າຍໆພຽງ​ຈັບ​ເອົາ​ໄພ້​ທີ່​ຕິດ​ກັນ​ໃສ່​ໃນ​ຖົງ​ທີ່​ໃສ່​ແປ້ງ​ເດັກ ຫລັງ​ຈາກ​ນັ້ນ​ກໍ​ເຊັດ​ໃຫ້​ສະ​ອາດ​ກ່ອນ​ເອົາ​ມາ​ຫລິ້ນ​ໄດ້
  6. ປ້ອງ​ກັນ​ມົດ ແປ້ງ​ເດັກ​ສາມາດ​ປ້ອງ​ກັນ​ມົດ​ໄດ້ ພຽງ​ນຳ​ໄປ​ໂຮຍ​ບໍລິເວນ​ທີ່​ມົດ​ມັກ​ຍ່າງ​ຜ່ານ ພຽງ​ເທົ່າ​ນີ້​ມົດ​ກໍ​ຈະ​ບໍ່​ມາ​ລົບກວນ​ບໍລິເວນ​ນັ້ນ​ອີກ​ຕໍ່​ໄປ
  7. ທຳ​ຄວາມ​ສະ​ອາດ​ບໍລິເວນ​ທີ່​ເປັນ​ຄາບ​ມັນ ການເຮັດ​ອາຫານ​ໃນ​ຫລາຍໆ​ເທື່ອ ອາດຈະ​ເຮັດໃຫ້​ພື້ນ​ທີ່​ອ້ອມຮອບ​ນັ້ນເປື້ອນໄປ​ດ້ວຍ​ຄາບ​ມັນ ໂຮຍ​ແປ້ງ​ເດັກ​ລົງ​ໃສ່ບໍລິເວນ​ນັ້ນ ແລ້ວ​ກໍ​​ເຊັດ​ອອກ ຄວາມ​ມັນ​ກໍ​ຈະ​ບໍ່​ມີ​ລົບກວນ​ອີກ​ຕໍ່ໄປ
  8. ຢືດ​ອາ​ຍຸ​ການ​ໃຊ້​ງານ​ຖົງ​ມື​ຢາງ ພຽງ​ນຳ​ແປ້ງ​ເດັກ​ໃສ່​​ໃນ​ຖົງ​ມື​ຢາງ​ກ່ອນ​ໃຊ້​ງານ​ທຸກ​ເທື່ອ ຈະ​ຊ່ວຍ​ໃຫ້​ຖົງ​ມື​ໃໝ່​ຢູ່​ສະເໝີ ແຖມ​ຍັງ​ຖອດ​ສະ​ດວກ​ຫລັງ​ຈາກ​ໃຊ້​ງານ​ແລ້ວ
  9. ພື້ນ​ໄມ້​ສຽງ​ດັງ​ອ໋ອດ​ອ໊າດ ສຳລັບເຮືອນ​ທີ່​ປູ​ພື້ນ​ໄມ້ ຫລັງ​ຈາກ​ການທຳ​ຄວາມ​ສະ​ອາດ​ເຮືອນ​ແລ້ວ​ມັກ​ຈະ​ມີ​ສຽງ​ດັງ​ອອ໋ດ​​ອ໊າ​ດ ​ເວລາຢ່າງຜ່ານເຮັດໃຫ້ລຳ​ຄານ​ໃຈ ພຽງ​ໂຮຍ​ແປ້ງ​ເດັກ​ບໍລິເວນ​ທີ່​ເກີດ​ສຽງ ແລ້ວ​ກໍ​ເຊັດ​ອອກ​ດ້ວຍ​ຜ້າ ສຽງ​ອັນ​ໜ້າ​ລຳ​ຄານ​ກໍ​ຈະ​ຫາຍ​ ໄປ
  10. ເສີມ​ຄວາມ​ສວຍຄວາມງາມ​ໃຫ້​ຂົນຕາ ປະໂຫຍດຂອງ​ແປ້ງ​ເດັກ​ຂໍ້​ນີ້​ໄດ້ຮັບ​ການ​ກາ​ລັນ​ຕີ​ຈາກ​ຫລາຍ​ນັກ​ແຕ່ງ​ໜ້າ ຫລັງ​ຈາກ​ປັດ​ມາດ​ຄາ​ລ່າ​ແລ້ວ​ໃຊ້​ຄອດ​ຕອນ​ບັດ​ທີ່​ໂລຍ​ດ້ວຍ​ແປ້ງ​ເດັກ ປັດ​ເບົາໆ​ບໍລິເວນຂົນຕາ ພຽງ​ເທົ່າ​ນີ້​ຂົນ​ຕາ​ກໍ​ໜາ ແລະ ຈະ​ເບິ່ງ​ເດັ່ນ​ຂຶ້ນ​ມາ​ເລີຍ​
  11. ລຸດ​ຄວາມ​ອັບ​ຊື້ນ​ໃຫ້​ກັບເກີບ ພຽງ​ໂຮຍ​ແປ້ງ​ໄວ້​ໃນ​ເກີບ​ທີ່​ທ່ານໃສ່ເປັນ​ປະຈຳ ຈະ​ຊ່ວຍ​ລຸດ​ກິ່ນ​ອັນ​ບໍໍ່​ພຶງ​ປະສົງ​ຈາກ​ຕີນ​ໄດ້

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...