Homeຂ່າວຕ່າງປະເທດເດັກເກີດໃໝ່ເພດຍິງຖືກຝັງທັງເປັນທີ່ອິນເດຍ! ໂຊກດີທີ່ຊ່ວຍຊີວິດໄດ້ທັນ

ເດັກເກີດໃໝ່ເພດຍິງຖືກຝັງທັງເປັນທີ່ອິນເດຍ! ໂຊກດີທີ່ຊ່ວຍຊີວິດໄດ້ທັນ

Published on

ເມື່ອວັນທີ 29 ມີນາ 2017 ເວັບໄຊ ອິນຄວິສິດ ລາຍງານເລື່ອງລາວສະເທືອນໃຈຂອງເດັກເກີດໃໝ່ເພດຍິງຊາວອິນເດຍ ທີ່ຖືກຝັງທັງເປັນ ໃນເຂດ ໄຊປຸຣະ ລັດໂອຣິສາ ພາກຕະເວັນອອກຂອງອິນເດຍ ແຕ່ໂຊກດີຊາວບ້ານໄດ້ໄປພົບ ແລະ ຊ່ວຍຂຸດຂຶ້ນມາຊ່ວຍຊີວິດໄດ້ທັນ

ລາຍງານແຈ້ງວ່າ ມີເດັກຍິງຄົນໜຶ່ງບັງເອີນໄປຫຼິ້ນໃນບໍລິເວນນັ້ນ ແລະ ສັງເກດເຫັນຕີນຂອງເດັກນ້ອຍໂຜ່ຂຶ້ນມາຈາກພື້ນດິນ ຈິ່ງໄດ້ແລ່ນໄປໝູ່ບ້ານຢູ່ບໍລິເວນໃກ້ຄຽງເພື່ອຂໍຄວາມຊ່ວຍເຫຼືອ ຈາກນັ້ນຊາວບ້ານຈິ່ງຟ້າວພາກັນມາຊ່ວຍເດັກເກີດໃໝ່ຄົນນີ້ທີ່ຖືກຝັງຢຸ່ໃນຂຸມດິນຊາຍ ແລະ ນຳຕົວເດັກສົ່ງໂຮງໝໍ

https://youtu.be/Ak0wP2g09SI

“ເດັກເກີດໃໝ່ມີສຸຂະພາບດີສົມບູນ ແລະ ມີນ້ຳໜັກຢູ່ທີ່ 2.5 ກິໂລກຣາມ ສາຍແຮ່ຂອງເດັກຍັງຄົງສະພາບປົກກະຕິ ສ່ວນຮ່າງກາຍຍັງຫໍ່ຫຸ້ມດ້ວຍໄຂທາຣົກ ຕອນນີ້ເດັກເກີດໃໝ່ຄົນດັ່ງກ່າວຍັງຄົງຢູ່ໃນການດູແລຂອງແພດໝໍ ເຊິ່ງທາງແພດໝໍທີ່ໂຮງໝໍ ໄດ້ຕັ້ງຊື່ໃຫ້ເດັກຍິງຄົນນີ້ວ່າ “ທາຣິຄຣີ” ເຊິ່ງເປັນພາສາສັນສະກິດທີ່ມີຄວາມໝາຍວ່າ ແຜ່ນດິນ

ສ່ວນເລື່ອງການສືບສວນຫາສາເຫດ ທາງເຈົ້າໜ້າທີ່ຕຳຫຼວດໄດ້ສັນນິຖານວ່າ ສາເຫດທີ່ເດັກຄົນນີ້ຖືກຖິ້ມອາດເປັນເພາະເດັກເກີດມາເປັນເພດຍິງ ແລະ ອາດເກີດຈາກແມ່ທີ່ບໍ່ໄດ້ແຕ່ງງານ ໃນຂະນະທີ່ຄອບຄົວຊາວອິນເດຍມັກຈະຫຼີກລ່ຽງການດູແລເດັກເພດຍິງ ຖືກເບິ່ງວ່າເປັນພາລະໜີ້ສິນ ເນື່ອງຈາກຕ້ອງເສຍຄ່າສິນສອດໃນການແຕ່ງງານເຖິງຈະອອກເຮືອນໄປກໍ່ຕາມ ສ່ວນເດັກເພດຊາຍຈະຖືກເບິ່ງວ່າເປັນຊັບສົມບັດເພາະເມື່ອໃຫຍ່ຂຶ້ນມາຈະເປັນຄົນເຮັດວຽກຫາເງິນມາລ້ຽງຄອບຄົວ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...