Homeສຸຂະພາບ ແລະ ສີ່ງແວດລ້ອມ"ອໍຣັລເຊັກສ໌" ສ່ຽງເປັນມະເຮັງໃນຊ່ອງປາກ! ອັນຕະລາຍກວ່າທີ່ຄິດ

“ອໍຣັລເຊັກສ໌” ສ່ຽງເປັນມະເຮັງໃນຊ່ອງປາກ! ອັນຕະລາຍກວ່າທີ່ຄິດ

Published on

ນັກວິໄຈພົບວ່າ ເຊື້ອ HPV ເຮັດປະຕິກິລິຍາໃນລະດັບໂມເລກຸນບາງຢ່າງທີ່ກໍ່ໃຫ້ເກີດມະເຮັງໃນລຳຄໍທີ່ຮຽກວ່າ Oropharyngeal Squamous-cell Carcinoma ແຕ່ຕອນນີ້ຍັງບໍ່ມີຫຼັກຖານທີ່ແນ່ນອນອອກມາຊີ້ແຈງເຖິງຂະບວນການເກີດປະຕິລິຍາດັ່ງກ່າວ.

ທີມງານໄດ້ສຶກສາກັບຜູ້ປ້ວຍມະເຮັງໃນຊ່ອງປາກ (Oropharyngeal Cancer) ຫຼື ມະເຮັງທີ່ຕ່ອມທອນຊິລ (Cancers of the tonsils) ໃນໄລຍະເລີ່ມຕົ້ນຈຳນວນ 100 ຄົນ ແລະ ຜູ້ທີ່ບໍ່ໄດ້ເປັນມະເຮັງອີກ 200 ຄົນ ໂດຍການກວດຕົວຢ່າງເລືອດ ແລະ ນ້ຳລາຍກັບໂມເລກຸນຂອງແອນຕີບໍດີ ແລະ ສຶກສາສະພາບຄວາມເປັນຢູ່ໃນດ້ານຕ່າງໆເຊັ່ນ: ພຶດຕິກຳທາງເພດ, ການດື່ມສຸຣາ, ການສູບຢາ ໂດຍການໃຊ້ບົດທົດສອບແບບສອບຖາມລັບ ເຊິ່ງໄດ້ຜົນຮັບດັ່ງນີ້:

ຜູ້ທີ່ມີຄູ່ນອນແລະ ມັກເຮັດ ອໍຣັລເຊັກສ໌ ເປັນປະຈຳ ໃນຈຳນວນການປ່ຽນຄູ່ນອນ 5-6 ຄົນຂຶ້ນໄປ (Lifetime) ມີໂອກາດເປັນມະເຮັງໃນຊ່ອງປາກເຖິງ 3.4 ເທົ່າຂອງຜູ້ທີ່ບໍ່ມັກປ່ຽນຄູ່ນອນ ໃນຈຳນວນຕັ້ງແຕ່ 26 ຄົນຂຶ້ນໄປ ມີໂອກາດເປັນມະເຮັງໃນຊ່ອງປາກ 3.1 ເທົ່າ ນັ້ນກໍ່ໝາຍຄວາມວ່າ ຍິ່ງທ່ານໝັ່ນປ່ຽນຄູ່ນອນ ແລະ ເຮັດ ອໍຣັລເຊັກສ໌ ກັບຫຼາຍຄົນພຽງໃດທ່ານກໍ່ຈະມີໂອກາດເປັນມະເຮັງໃນລຳຄໍຫຼາຍຂຶ້ນ 

ມະເຮັງໃນຊ່ອງປາກເກີດຈາກການຕິດເຊື້ອ HPV-16 ໃນຊ່ອງປາກດ້ວຍລະດັບ 32 ເທົ່າ ນັ້ນຄືຫາກຄົນໃດໄດ້ຕິດເຊື້ອ HPV-16 ໃນຊ່ອງປາກແລ້ວໂອກາດທີ່ຈະພັດທະນາເປັນມະເຮັງກໍ່ສູງເປັນ 32 ເທົ່າ.

ຢ່າງໃດກໍ່ດີ ຜົນການສຶກສາດັ່ງກ່າວໜ້າຈະຊີ້ໃຫ້ທຸກຄົນໄດ້ຫັນມາລະວັງຕົວເອງ ເລື່ອງການມີເພດສຳພັນຫຼາຍຂຶ້ນ

ຂໍ້ມູນຈາກ: http://www.mamaexpert.com/posts/content-1572

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...