Homeຂ່າວພາຍ​ໃນເປີດໂປງກົນໂກງຂອງບໍລິສັດອາຊຽນເຟດສ໌ ພາຍຫລັງຫອບເງິນປະຊາຊົນລາວ 16 ລ້ານໂດລາໜີໄປ

ເປີດໂປງກົນໂກງຂອງບໍລິສັດອາຊຽນເຟດສ໌ ພາຍຫລັງຫອບເງິນປະຊາຊົນລາວ 16 ລ້ານໂດລາໜີໄປ

Published on

ວັນທີ 29 ມີນາ 2017 ສຳນັກຂ່າວສານປະທດລາຍລາຍງານຂ່າວ ກໍລະນີບໍລິສັດອາຊຽນເຟສສ໌ ຈໍາກັດ ( ASIANFAC Co.LTD) ຫອບເງິນປະຊາຊົນລາວໜີໄຮ້ກິນອາຍ ຂະນະທີ່ ຂໍ້ມູນເບື້ອງຕົ້ນຂອງປະຊາຊົນສົ່ງຜ່ານເຟສບຸກປະເທດລາວພົບວ່າມີເງິນຢ່າງໜ້ອຍປະມານ 15-16 ລ້ານໂດລາສະຫະລັດຖືກສູນເສຍ.

ໃນວັນທີ 28 ມີນາ 2017 ນີ້ຜ່ານມານີ້ ໄດ້ມີຄືນປະຊາຊົນຫລາຍຮ້ອຍແຫ່ປະທ້ວງຕໍ່ບໍລິສັດອາຊຽນເຟສສ໌ ຈໍາກັດ ( ASIANFAC Co.LTD)ຢູ່ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີເພື່ອຮຽກຮ້ອງເອົາເງິນຄືນ ພາຍຫລັງບໍລິສັດດັ່ງກ່າວຕົວະປະຊາຊົນເອົາມາຝາກດ້ວຍການໃຫ້ດອກເບ້ຍສູງເຖິງ 30% ສຸດທ້າຍບໍ່ມີເງິນດອກເບ້ຍໃຫ້ປະຊາຊົນເພາະຫົວໜ້າໃຫຍ່ຫອບເງິນໜີອອກຈາກປະເທດແລ້ວ ແຕ່ຍັງພົບພະນັກງານບໍລິຫານຄົນໜຶ່ງເປັນຊາວຕ່າງປະເທດປະຈໍາການຢູ່ຫ້ອງການ ໃນທີ່ສຸດເຈົ້າໜ້າທີ່ຕໍາຫລວດຕ້ອງເອົາໂຕຜູ້ກ່ຽວໄປຊຸກເຊື່ອງໄວ້ກ່ອນເພື່ອຄວາມປອດໄພ ຫລາຍສຸດມີຄົນວົງໃນຄວາມລັບຂອງບໍລິສັດດັ່ງກ່າວມາເປີດເຜີຍຕໍ່ສື່ມວນຊົນໃນຕອນເຊົ້າມື້ນີ້ 29 ມີນາ 2017 ໂດຍລະບຸວ່າ: ອາຊຽນເຟດສ໌ ສ້າງຕັ້ງຂຶ້ນໃນປີ 2015 ແລະ ອອກຊື່ ທ້າວ ຮອກ ສຸວັນ (Hout Souvan) ຄົນສັນຊາດ ກໍາປູເຈຍ ໃນເບື້ອງຕົ້ນກໍບໍ່ມີຄົນຫລາຍມາໃຫ້ບໍລິການ ມາຮອດເດືອນ ມັງກອນ ປີ 2016 ກໍເລີ່ມເປັນທີ່ຮູ້ຈັກຂອງນັກສືກສາ ມຊ, ພະນັກງານ ແລະ ປະຊາຊົນທົ່ວໄປຢ່າງກ້ວາງສົມຄວນ ຈົນວ່າມີບາງຄົນກໍມາຊອກຫາເອງ. ຕາມແຜນການຕະຫລາດທໍາອີກເເມ່ນມີແຜນການຊື້ດິນດັ່ງນີ້: ແຜນທີ 1: ຊື້ດິນຕາມຂະຫນາດທີ່ກໍານົດໃຫ້ແລ້ວໃຫ້ 3% ຕໍ່ເດືອນຕະຫລອດ 3 ປີ ໃນເມື່ອຄົບສາມປີແລ້ວກໍເອົາດິນ; ແຜນທີ 2: ດາວລົດຈັກຜ່ານບໍລິສັດແລ້ວບໍລິສັດໃຫ້ 3% ຕະຫລອດປີ (ລາຍການແມ່ນໂປຣໂມຊັນ) ແລະ ແຜນການຕະຫລາດທີ 3: ສາມາດເລືອກເອົາດິນ ຫລື ຂາຍດິນຄືນໃຫ້ ບໍລິສັດ ໃນ 120% ຂອງຕົ້ນທຶນ ແມ່ນຈະໄດ້ 9%ຕໍ່ເດືອນ ຕະຫລອດ 2 ປີຈິ່ງປ່ຽນສັນຍາໃຫມ່. ໃນລະບົບດັ່ງກ່າວຈະມີຫົວໜ້າທີມງານໃນການຈັດການຝືກອົບຮົມວິທີຕ່າງໆຈາກບໍລິສັດ ໄປເຄື່ອນໄຫວຊອກລູກຄ້າທົ່ວປະເທດ. ປະຊາຊົນສ່ວນໃຫຍ່ແມ່ນເລືອກແຜນທີ 3 ນີ້. ຈາກຕົວເບື້ອງຕົ້ນມີປະມານ 10 ກວ່າພັນຄົນມາຊື້ດິນ ຫລື ຝາກເງິນກິນເປີເຊັນ ເງິນປັນຜົນນີ້. ມາຮອດເດືອນຕຸລາ ປີ 2016 ສະພາບເເວດລ້ອມບໍ່ເອື້ອຍອໍານວຍ ເນື່ອງມີບໍລິສັດ ເຄື່ອຂ່າຍເເບບຕົວະຕົມມາຫລາຍ ແລະ ແຂ່ງກັນເລື່ອງນະໂຍບາຍ ອັນເຮັດໃຫ້ມີທ່າອ່ຽງກ້າວໄປຫາທາງຫລົ້ມລະລາຍ ຈິ່ງເຮັດໃຫ້ການຈັດຕັ້ງຮູ້ ແລະ ເລີ່ມເຄັ່ງຂັດຂຶ້ນ ອັນເຮັດໃຫ້ ບໍລິສັດ ອາຊຽງເຟດສ໌ ບໍ່ສາມາດ ດໍາເນີນທຸລະກິດຕໍ່ກັນໄດ້. ໃນສຸດທ້າຍກໍເລີຍງົດການຈ່າຍເງິນຕັ້ງເເຕ່ເດືອນຕຸລາ ປີ 2016. ທາງບໍລິສັດສັນຍາວ່າ ຈະຈ່າຍຄືນເງິນໃຫ້ເດືອນມັງກອນ ປີ 2017. ແຕ່ພໍຮອດເວລາກໍບໍ່ຈ່າຍ ອັນເຮັດໃຫ້ປະຊາຊົນມາທ້ວງເອົາເງິນນໍາ ບໍລິສັດເປັນເວລາຫລາຍວັນ. ອໍານາດການປົກໂຄງເມືອງ ຈັນທະບູລີ ເຫັນເປັນແນວນັ້ນຈິ່ງແຕ່ງຕັ້ງ ເຈົ້າຫນ້າ ປກສ ເມືອງຄະນະຫນຶ່ງມາໄກເກ່ຍ. ໃນທີ່ສຸດ ບໍລິສັດ ຈິ່ງເຮັດສັນຍາໃຫ້ຈ່າຍບໍ່ເກີນ ວັນທີ 27 ມີນາ 2017 ແລະ ເຈົ້າຫນ້າທີ່ໄດ້ກັກຫນັງສືຜ່ານເເດນຂອງ ທ້າວ ຮອກ ສຸວັນ ໄວ້ ເພື່ອບໍ່ໃຫ້ຫນີອອກຕ່າງປະເທດ. ແຕ່ມາຮອດເວລາປະກົດວ່າ ບໍລິສັດ ບໍ່ຈ່າຍຕາມເຄີຍ. ອັນເຮັດໃຫ້ປະຊາຊົນກັບມາຊຸມນຸມອີກຄັ້ງ ແລ້ວ ກັບໄປຫາ ປກສ ເມືອງຈັນທະບູລີ ແລ້ວ ທ້າວ ຮອກ ສຸວັນ ຍັງບໍ່ຍອມຈ່າຍ. ປະຈຸບັນຜູ້ກ່ຽວຝາກຕົວນໍາ ປກສ ເມືອງ ເພາະຢ້ານຕາຍ. ນອກຈາກ ອາຊຽນເຟດສ໌ ແລ້ວ ຜູ້ກ່ຽວຍັງຕັ້ງບໍລິສັດ ຫນຶ່ງອີກຊືວ່າ ເຂັມລາວ (cam lao) ເປັນບໍລິສັດ ອະສັງຫາລິມະຊັບ ທີ່ກໍາລັງ ກໍ່ສ້າງ ຕະຫລາດບ້ານດົງ ຢູ່ເມືອງທຸລະຄົມ ແຂວງວຽງຈັນ. ດິນຂອງອາຊຽນເຟດສ໌ແມ່ນຕັ້ງຢູ່ ບ້ານ ຫນອງພົງ ເມືອງທຸລະຄົມ ທາງໄປຕານປ່ຽວ.

ສຸດທ້າຍເຈົ້າໜ້າທີ່ໄດ້ມີການສະຫລຸບເບື້ອງຕົ້ນມີເງິນທັງຫມົດທີ່ເສຍໄປຢູ່ນໍາ ບໍລິສັດ ເເມ່ນປະມານ 15 ຫາ 16 ລ້ານໂດລາສະຫະລັດ.

ແນວໃດກໍດີ ເຈົ້າໜ້າສະເພາະກິດໄດ້ເປີດເຜີຍເບື້ອງຕົ້ນວ່າ: ມີພະນັກງານການນໍາລະດັບສູງເອື້ອຍປະໂຫຍດ ແລະ ໃຫ້ເປີດໄຟໄຂເພື່ອອະນຸມັດໃຫ້ກຸ່ມຄົນດັ່ງກ່າວເຂົ້າມາລົງທຶນໃນ ສປປ ລາວໂດຍບໍ່ຖືກຕອ້ງສອດຄ່ອງກັບກົດໝາຍ ຍິ່ງກວ່ານັ້ນຍັງສ້າງຄວາມເຊື່ອມເສຍໃຫ້ພັກ-ລັດອີກດ້ວຍ ປັດຈຸບັນ ພວມຫາຜູ້ບົງການ ແລະ ຜູ້ເງິນກ້ອງໂຕະມາດໍາເນີນຄະດີ.

ຖ້າຫລາຍທ່ານ ຕິດຕາມເຫດການປີ 2015 ຜ່ານພົບວ່າມີບໍລິສັດແມັກກີກໍໄດ້ເຂົ້າມາດໍາເນີນທຸລະກິດລູກໂສ້ແບບນີ້ ເຊິ່ງເວລານັ້ນເງິນຂອງປະຊາຊົນລາວເສຍຫາຍ 10 ລ້ານກວ່າໂດລາສະຫະລັດ ສຸດທ້າຍກໍສາມາດຈັບກຸມຜູ້ຢູ່ເບື້ອງຫລັງໄດ້ຈໍານວນຫລາຍ. ພ້ອມນີ້ ລັດຖະບານກໍາປູເຈຍກໍໄດ້ຫ້າມບໍ່ໃຫ້ ບໍລິສັດອາຊຽນເຟສສ໌ ຈໍາກັດ ( ASIANFAC Co.LTD) ເຂົ້າປະເທດກໍາປູເຈຍແລ້ວໝາຍວ່າ ທ້າວ ຮອກ ສຸວັນ (Hout Souvan) ຄົນສັນຊາດ ກໍາປູເຈຍ ເປັນປະທານບໍລິສັດອາຊຽນເຟສສ໌ ຈໍາກັດ ( ASIANFAC Co.LTD)ໄດ້ກາຍເປັນບຸກຄົນຕ້ອງຫ້າມ.

ດ້ວຍເຫດດັ່ງກ່າວຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າຕ້ອງເພີ່ມຄວາມລະມັດລະວັງ ແລະ ມີສະຕິຕໍ່ກົນອຸບາຍມ້າງເພທໍາລາຍຂອງກຸ່ມຄົນບໍ່ດີ ເຊິ່ງໄດ້ສ້າງປະກົດການຫຍໍ້ທໍ້ໃຫ້ສັງຄົມເປັນວົງກວ້າງ. ສະນັ້ນຕ້ອງຊ່ວຍກັນເປັນຫູເປັນຕາໃຫ້ພັກ-ລັດ ແລະ ບໍ່ອະນຸຍາດໃຫ້ກຸ່ມຄົນບໍ່ດີມີທີ່ຢືນໃນປະເທດຊາດ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...