HomeBaby-ແມ່ແລະເດັກ3 ວິທີເພີ່ມຄວາມສູງໃຫ້ກັບລູກນ້ອຍ

3 ວິທີເພີ່ມຄວາມສູງໃຫ້ກັບລູກນ້ອຍ

Published on

ໂດຍປົກກະຕິແລ້ວ ຊ່ວງເວລາໃນການຈະເລີນເຕີບໂຕຢ່າງໄວວາສຳລັບເດັກນ້ອຍຍິງນັ້ນຈະຢູ່ໃນຊ່ວງ 9-10 ປີ ໄລຍະນີ້ຈະມີຄວາມສູງເພີມຂຶ້ນຢ່າງໄວ ຈົນຮອດອາຍຸ 12 ປີ ຫຼັງຈາກນັ້ນອັດຕາການເພີ່ມຄວາມສູງກໍ່ຈະຄ່ອຍຊ້າລົງ ແລະ ມີຄວາມຄົງທີ່ເມື່ອອາຍຸໄດ້ 16-18 ປີ ແລະ ສຳລັບເດັກນ້ອຍຜູ້ຊາຍນັ້ນຈະເລີ່ມໃນຊ່ວງ 10-12 ປີ ໄລຍະນີ້ຈະມີຄວາມສູງເພີ່າມຂຶ້ນຢ່າງໄວວາ ຈົນຮອດອາຍຸ 14 ປີ ອັດຕາສ່ວນການເພີ່ມຄວາມສູງຈະຊ້າລົງຈົນຮອດອາຍຸ 18-20 ປີ.

ໃນຄໍລຳ ແມ່ ແລະ ລູກມື້ນີ້ ແອັດມິນມີວິທີການກະຕຸ້ນການເພີ່ມຄວາມສູງໃຫ້ກັບລູກນ້ອຍມາແນະນຳ ເຊິ່ງຈະມີວິທີໃດແນ່ນັ້ນ ເຮົາມາອ່ານໄປພ້ອມກັນເລີຍ

1.ເສີມແຄຣຊຽມໃຫ້ກະດູກ

ໃຫ້ລູກດື່ມນົມຈີດມື້ລະ 2 ຈອກ ຫຼື ປະລິມານ 400 ມິລລິກຣັມ ຮວມເຖິງການຮັບປະທານອາຫານໃຫ້ຄົບ 5 ໝູ່ໃນແຕ່ລະມື້ ຄວນໃຫ້ລູກໄດ້ກິນ: ປານ້ອຍ, ເຕົ້າຮູ້ຕ່ອນ ແລະ ຜັກສີຂຽວເຂັ້ມເປັນຕົ້ນ

2.ພັກຜ່ອນໃຫ້ພຽງພໍ

ການທີ່ລູກນ້ອຍນອນຫຼັບພຽງພໍ ຈະຊ່ວຍໃຫ້ຮ່າງກາຍຫຼັ່ງສານຮໍໂມນຈະເລີຍເຕີບໂຕຫຼາຍຂຶ້ນ ຊ່ວຍເພີ່ມຄວາມສູງ ເຮັດໃຫ້ລະບົບການທຳງານຕ່າງທໃນຮ່າງກາຍເປັນປົກກະຕິ ສະນັ້ນລູກນ້ອຍຢ່າງໜ້ອຍຕ້ອງໄດ້ນອນມື້ລະ 8-10 ຊົ່ວໂມງ

3.ອອກກຳລັງກາຍເປັນປະຈຳ

ພໍ່ແມ່ນຄວນສົ່ງເສີມໃຫ້ລູກໄດ້ອອກກຳລັງກາຍທີ່ມີການເຄື່ອນໄຫວຂອງຂໍ້ຕໍ່ ເຊັ່ນ: ການກະໂດດເຊືອກ, ການຫຼິ້ນບານບ້ວງ, ໂດຍເຮັດຕໍ່ເນື່ອງຢ່າງໜ້ອຍ 10-15 ນາທີ ຕໍ່ມື້/ທຸກມື້

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...