Homeຂ່າວຕ່າງປະເທດຕາມຄາດ! "ແຄຣຣີ່ ແລມ" ຕົວແທນຈາກລັດຖະບານປັກກິ່ງ ໄດ້ເປັນຜູ້ນຳຍິງຄົນທຳອິດຂອງຮ່ອງກົງ

ຕາມຄາດ! “ແຄຣຣີ່ ແລມ” ຕົວແທນຈາກລັດຖະບານປັກກິ່ງ ໄດ້ເປັນຜູ້ນຳຍິງຄົນທຳອິດຂອງຮ່ອງກົງ

Published on

ສຳນັກຂ່າວເອເອຟພີ ແລະ ຣອຍເຕີລາຍງານວ່າ ເມື່ອວັນທີ 26 ມີນາ 2017 ທີ່ຜ່ານມານີ້ ຄະນະກຳມະທິການການເລືອກຕັ້ງ 1,200 ຄົນ ເຊິ່ງເຮັດໜ້າທີ່ເປັນຕົວແທນໃນການຄັດເລືອກຜູ້ບໍລິຫານສູງສຸດຂອງເຂດປົກຄອງພິເສດ ຮ່ອງກົງ ໄດ້ລົງມະຕິເລືອກ ທ່ານ ນາງ ແຄຣຣີ່ ແລມ ທີ່ລັດຖະບານປັກກິ່ງໃຫ້ການສະໜັບສະໜູນ ໃຫ້ດຳລົງຕຳແນ່ງຜູ້ວ່າການເຂດປົກຄອງພິເສດ ຮ່ອງກົງ ເປັນແມ່ຍິງຄົນທຳອິດໃນປະຫວັດສາດ ເຊິ່ງໄດ້ຮັບຄະແນນສຽງສູງສຸດ 777 ຄະແນນ ເອົາຊະນະ ທ່ານ ຈອນ ຊ່າງ ທີ່ຊາວຮ່ອງກົງໃຫ້ຄວາມນິຍົມສູງສຸດ ແຕ່ໄດ້ຄະແນນພຽງ 365 ຄະແນນ ທັງນີ້ຍັງມີຕົວແທນບາງສ່ວນທີ່ບໍ່ຍອມລົງຄະແນນສຽງໃນການເລືອກຕັ້ງຄັ້ງນີ້ ຮວມທັງທ່ານ ນາທານ ລໍຣ ສະມາ ຊິກຝ່າຍຄ້ານ ທີ່ສົ່ງບັດເລືອກຕັ້ງເປົ່າເປັນການປະທ້ວງ ທ່າມກາງສຽງຕໍ່ຕ້ານ ແລະ ການປະທ້ວງຂອງກຸ່ມນັກເຄື່ອນໄຫວເພື່ອປະຊາທິປະໄຕ ທີ່ຊີ້ວ່າຜົນການເລືອກຕັ້ງສະແດງໃຫ້ເຫັນເຖິງການແຊກແຊງການເມືອງ ຮ່ອງກົງ ໂດຍລັດຖະບານໃນນະຄອນຫຼວງ ປັກກິ່ງ ແລະ ການເລືອກຕັ່ງໃນຄັ້ງນີ້ບໍ່ໄດ້ສະທ້ອນໃຫ້ເຫັນເຖິງຄວາມຕ້ອງການທີ່ແທ້ຈິງຂອງປະຊາຊົນຊາວຮ່ອງກົງຈຳນວນ 7.3 ລ້ານຄົນທີ່ບໍ່ມີສ່ວນຮ່ວມໃດໆໃນຂະບວນການເລືອກຕັ້ງ.

 

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...